“ວັດຖໍ້າພະ” ຖໍ້າສັກສິດຄູ່ເມືອງ ຊໍາເໜືອ

ວັດຖ້ຳພະ ເປັນສະຖານທີ່ທ່ອງທ່ຽວທາງວັດທະນະທຳອີກແຫ່ງໜຶ່ງຂອງແຂວງ ຫົວພັນ ເຊິ່ງຕັ້ງຢູ່ບ້ານ ຖ້ຳ, ເມືອງ ຊຳເໜືອ, ແຂວງ ຫົວພັນ ຫ່າງຈາກຕົວເມືອງ ຊຳເໜືອປະມານ 12 ກິໂລແມັດ.

ໂດຍຖ້ຳແຫ່ງນີ້ ມີປະຫວັດຄວາມເປັນມາທີ່ເກົ່າແກ່ ອີງຕາມຂໍ້ມູນຈາກນາຍບ້ານ, ແນວໂຮມ ບ້ານ ຖໍ້າ ໃຫ້ຮູ້ວ່າ: ໃນປີ 1729 ຖໍ້າແຫ່ງນີ້ມີຄວາມໝາຍເລົ່າລືຕໍ່ໆກັນມາວ່າ ຮູຖໍ້າແມ່ນປ່ອງຊອດໃສ່ ຈອມພູສີ (ແຂວງ ຫຼວງພະບາງ) ສາເຫດກໍຍ້ອນວ່າ ຄົນເຈັບເປັນລົ້ມຕາຍຢູ່ບ້ານຕີນພູສີ ຫຼວງພະບາງ ແລະ ບ້ານ ຖໍ້າ ກໍເກີດພະຍາດ ມີຄົນລົ້ມຕາຍເດືອດຮ້ອນໜັກຄືກັນ. ແຕ່ກ່ອນຢູ່ໃນເຂດຖໍ້ານີ້ ເປັນປ່າໄມ້ໃຫ່ຍດົງໜາ ໄມ້ເປັນຂົນຄືຄົນມີໜວດ ບໍ່ມີຄົນໃດສາມາດໄປຕັດໄມ້ຢູ່ໃນເຂດຮູຖໍ້າແຫ່ງນີ້ໄດ້ ຖ້າມີຄົນດື້ດ້ານໄປຕັດກໍເກີດມີການເຈັບຫົວ, ເລືອດດັງອອກ ເລີຍກາຍເປັນປ່າສັກສິດ.

ສະນັ້ນ ສະພາບຄືດັ່ງກ່າວ ຢູ່ໃນໄລຍະສະຕະວັດທີ່ 16 ເຈົ້າຊິວິດ ຫຼວງພະບາງ ຈຶ່ງໄດ້ສັ່ງເຈົ້າຂຸນມຸນນາຍ ອາດຍາ ຕາແສງ ຫົວຊຽງ ເກັບທ້ອນຫີນຢູນໍ້າຊຳ ແຕ່ບ້ານອົ່ງ ເຖິງ ບ້ານ ກາງ ຂົນຂື້ນໄປຖອກອັດໃສ່ຮູຖໍ້າແລ້ວກໍພະເຈົ້າອັດໃສ່ຮູຖໍ້າບໍ່ໃຫ້ມີລົມ ແລະ ມີສ່ຽງດັງອອກມາຈາກຖໍ້າຄືແຕ່ກ່ອນອີກ ສ່ວນຈອມພູສີຫຼວງພະບາງ ເຈົ້າຊີວິດກໍ່ສັງໃຫ້ ເຈົ້າຂຸນ ມຸນນາຍ ກໍ່ທາດໃຫ່ຍອັດຮູຢູ່ຈອມພູສີ ໃນເປັນຄືແນວນັ້ນສະພາບການກີນຢູ່ເຈັບເປັນຂອງລາດສະດອນໃນ 2 ຝ່າຍ ກໍ່ເລີມຫ່າງເຫີນໄປຈົນເຖິງປັດຈຸບັນ, ນັບແຕ່ນັ້ນເປັນຕົ້ນມາ ເຈົ້າຊີວິດກໍ່ໄດ້ສັ່ງພະສົງ ອົງພະເຈົ້າ ເຈົ້າຂຸນ ມຸນນາຍ ຮອດບຸນປີໃໝ່ລາວຂອງໃນທຸກໆປີ ໄດ້ມາຫົດສົງພະເຈົ້າໃນຖໍ້າແຫ່ງນີ້ເປັນປະຈຳ.

ຕົກມາເຖິງ ຄສ 1829 ເກີດມີເສິກຫ່ານ ເສິກເຈືອງ ເຂົາເຈົ້າໄດ້ຊອກຫາວັດວາອາຣາມ ບ່ອນໃດເປັນບ່ອນມີສິ່ງສັກສິດເຂົາເຈົ້າໄດ້ໄປທຳລາຍ, ມ້າງເພ ເພື່ອຊອກຫາເງິນຄຳດັ່ງນັ້ນພະເຈົ້າຢູ່ຖໍ້າແຫ່ງນີ້ໄດ້ຖືກທຳລາຍ ເຮັດໃຫ້ຍັງເຫຼືອພຽງແຕ່ ຮູບຮ່າງຫ້ອງຮອຍຈຳນວນໜື່ງເທົ່ານັ້ນ.

ໃນເມືອສະພາຍຄືດັ່ງກ່າວໄດ້ມາພະຍາພົນລາຊາລືເດດ ເມືອງຊຳເໜືອ ໄດ້ເປັນເຈົ້າມູນສັດທາ ພ້ອມດ້ວຍເຈົ້າຂຸນມຸນນາຍ, ອາດຍາຕາແສງ ເມືອງຫົວຊຽງ ພ້ອມກັບສົມເດັດ ພູທິສານ ບ້ານຖໍ້າເປັນຜູ້ສ້ອມແປງພະເຈົ້າອົງຫຼວງຄື່ນໃໝ່ ລວມອາຍຸ ຮອດປີ 2018 ໄດ້ 289 ປີ.

ຫຼັງຈາກນັ້ນມາເຖິງ ຄສ 2002 ໄດ້ມີພໍ່ເຖົ້າສິມ ແລະ ນາງກອງ ຜູ້ເປັນເພຍ ແລະ ທອງສີ, ນາງພວງ ຜູ້ເປັນລູກ ເປັນເຈົ້າສັດທາ ປະຕິສົງຂອນ ສ້າງຂັນໄດຂື້ນຖ້ຳ ແຕ່ຕີນພູຂື້ນຫາປາກຖ້ຳ ມີ 44 ຂັ້ນ.

ໃນປີ ຄສ 2003 ທ້າວອ່ອນຄຳ ພູມະນີວົງ ພ້ອມດ້ວຍນາງພັນ ໄດ້ສ້າງສາລາໂຮງທຳຂື້ນ ແລະ ສ້າງປະຕູໂຂງມາເຖິງປີ ຄສ 2004 ໄດ້ສ້າງໂຕນາກ ເຈົ້າສັດທາແມ່ນ ທ້າວ ຈັນສີ ເທບພະວົງ ແລະ ນາງ ຄຳປ້ອມ ພ້ອມດ້ວຍລູກຫຼານ ໃນປີ ຄສ 2017 ໄດ້ມີທ້າວ ສວນເພັດ ພູມະນີວົງ ແລະ ທ້າວ ພູໄຊ ພູມະນີວົງ ພ້ອມດ້ວຍລູກຫຼານໄດ້ສ້າງໂຕນາກຂຶ້ນ ເຊິ່ງຄວາມຍາວ 60 ແມັດ.

ນັບແຕ່ນັ້ນເປັນຕົ້ນມາ ຜູ້ຄົນກໍມີຄວາມສົນໃຈຢາກມາສຳພັດ ແລະ ຫຼັ່ງໄຫຼເຂົ້າມາ ເພື່ອກາບໄຫວ້ບູຊາ ຖ້ຳແຫ່ງນີ້ນີ້ຢ່າງບໍ່ຂາດສາຍ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...