Monday, June 23, 2025
Kbank Laos โอน รับ จ่าย

ໝາກໂມມີແຕ່ສິ່ງດີໆ

ໝາກໂມ ເປັນໝາກໄມ້ທີ່ມີ ແຄລໍຣີຕຳ່, ອຸດົມໄປດ້ວຍວິຕາມິນ C ແລະ A ໃນປະລິມານທີ່ຮ່າງກາຍຕ້ອງການ. ນອກຈາກຈະຊ່ວຍບັນເທົາອາການຂາດນຳ້ ແລະຜ່ອນຄາຍຄວາມຮ້ອນແລ້ວ ບັນດາຜົນງານວິໄຈຫຼາຍໆຄັ້ງ ຍັງຄົ້ນພົບຄຸນປະໂຫຍດເພີ່ມ ອີກ 4 ຢ່າງ ຂອງໝາກໂມ ຄື:

– ມີສານໄລໂຄປິນ: ເຊິ່ງເປັນສານທີ່ສຸດຍອດ ຂອງການຕ້ານອະນຸມູນ ອິດສະຫຼະ ຫຼາຍກວ່າໝາກເຫຼ່ນ 1,5 ເທົ່າ ຈຶ່ງຊ່ວຍຢຸດຢັ້ງຮ່ອງຮອຍແກ່ກ່ອນໄວ.

– ການດື່ມນໍ້າໝາກໂມ: ຈະຊ່ວຍບັນເທົາອາການປວດກ້າມຊີ້ນ ເຊິ່ງນັກກິລາຫຼາຍຄົນກໍອອກມາເຫັນດີນຳວ່າ ມີຄຸນປະໂຫຍດ. ໝາກໄມ້ທີ່ມີສີແດງສົດຊະນິດນີ້ ມີສານທີ່ຊື່ວ່າ ໄຊທຣູລີນ ທີ່ຊ່ວຍກະຕຸ້ນການໄຫຼວຽນຂອງເລືອດ ແລະຫຼຸດຄວາມດັນເລືອດອີກດ້ວຍ.

– ໝາກໂມເປັນທັງພືດ ແລະ ໝາກໄມ້: ມັນເຕີບໃຫຍ່ຂຶ້ນມາດ້ວຍແກ່ນ ທັງເປັນຊະນິດດຽວກັນກັບ ແຄນຕາລຸບ; ແກ່ນຂອງມັນສາມາດກິນໄດ້ ແລະກໍມີຄຸນປະໂຫຍດອີກດ້ວຍ.

– ນຳ້ໝາກໂມທີ່ຫວານໆ ຊ່ວຍເຕີມນຳ້ໃຫ້ກັບຮ່າງກາຍໄດ້ເປັນຢ່າງດີ: ເພາະວ່າ ສ່ວນປະກອບຂອງໝາກໂມ ເປັນນຳ້ຫຼາຍເຖິງ 91,5%.

More from author

Related posts

Latest posts

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.

4 ພະຍາດຮ້າຍ ທີ່ມັກມາກັບລະດູຝົນ.

ລະດູຝົນເປັນຊ່ວງເວລາທີ່ທຸກຄົນລໍຖ້າ ເພາະຝົນຈະມາຊ່ວຍບັນເທົາຄວາມຮ້ອນ, ເຮັດໃຫ້ອາກາດເຢັນສະບາຍ ພ້ອມທັງເປັນສັນຍານເຕືອນໃຫ້ເຂົ້າສູ່ລະດູການເຮັດນາ, ທຳການຜະລິດຕ່າງໆ... ແຕ່ໃນຂະນະດຽວກັນ, ລະດູຝົນກໍເປັນໄລຍະທີ່ເຊື້ອພະຍາດຕ່າງໆ ແຜ່ລະບາດໄດ້ງ່າຍທີ່ສຸດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງພວກເຮົາ.