Saturday, April 26, 2025
Kbank Laos โอน รับ จ่าย

ປະໂຫຍດຫຼາຍຢ່າງ ຈາກການຂີ່ລົດຖີບ.

ໃນຍຸກທີ່ນ້ຳມັນແພງ ການຂີ່ລົດຖີບກໍເປັນອີກທາງເລືອກໜຶ່ງໃນການປະຢັດນ້ຳມັນໄດ້, ນອກຈາກນັ້ນແລ້ວ ການຂີ່ລົດຖີບ ຍັງເປັນການອອກກຳລັງກາຍອີກປະເພດໜຶ່ງທີ່ມີປະໂຫຍດກັບເຮົາຢ່າງຫຼວງຫຼາຍ ເຊິ່ງຈະມີຫຍັງແດ່ນັ້ນ ເຮົາມາເບິ່ງກັນນຳກັນເລີຍ.

  • ເພີ່ມພະລັງສະໝອງ: ມີຜົນການວິໄຈຈາກ Dr Charles Hillman ພົບວ່າ ການອອກກຳລັງກາຍ ຊ່ວຍເພີ່ມພະລັງໃຫ້ກັບສະໝອງ ແລະ ຊ່ວຍປ້ອງກັນໂຣກອັນໄຊຣເມີຣ ແລະ ເຮັດໃຫ້ເດັກນ້ອງມີນິດໄສດ້ານບວກຫຼາຍຂຶ້ນ ເຊິ່ງເປັນຜົນຈາກການໄດ້ຂີ່ລົດຖີບ ແລະ ຜົນວິໄຈຍັງພົບອີກວ່າ ການອອກກຳລັງກາຍຈະສາມາດຄວບຄຸມອາການຂອງ ໂຣກສະມາທິສັ້ນໄດ້ອີກດ້ວຍ.
  • ຊ່ວຍຟື້ນຟູຮ່າງກາຍໄດ້ໄວຂຶ້ນ: ຈາກການວິໄຈເມື່ອບໍ່ດົນມານີ້ພົບວ່າ ຜູ້ປ່ວຍສູງອາຍຸມີອາການເຈັບເຂົ່າ ແລະ ມີອາການຂໍ່ເຊື່ອມ ມີອາການດີຂຶ້ນຫຼັງຈາກທີໄດ້ຮັບການແນະນຳໃຫ້ຂີ່ລົດຖີບເປັນກິດຈະກຳປະຈຳວັນ ເຮັດໃຫ້ເຫັນວ່າ ເມື່ອເຮົາມີອາຍຸຫຼາຍຂຶ້ນ ການແບ່ງເວລາມາອອກກຳລັງກາຍບໍ່ວ່າຈະເປັນການປັ່ນລົດຖີບ ບໍ່ເທົ່າໃດນາທີ ກໍສາມາດສ້າງປະໂຫຍດໃຫ້ເຮົາໄດ້ຫຼາຍແລ້ວ.
  • ຊ່ວຍໃຫ້ຫົວໃຈແຂງແຮງ: ຈາກຜົນການວິໄຈຫຼ້າສຸດ ເຊິ່ງໄດ້ໃຊ້ເວລາວິໄຈດົນເຖິງ 5 ປີ ການເຝົ້າສັງເກດຄົນເຖິງ 1.500 ຄົນ ພົບວ່າ ຄົນທີ່ອອກກຳລັງກາຍທຸກມື້ ໂດຍສະເພາະແມ່ນການປັ່ນລົດຖີບ ຈະມີໂອກາດເປັນຄວາມດັນສູງ ໜ້ອຍລົງ 31% ນອກຈາກນີ້ ຍັງມີຜົນການວິໄຈວາລະສານ British Journal of Sports Medicine ຄົ້ນພົບວ່າການອອກກໍາລັງກາຍຢ່າງໜັກ ຈະຊ່ວຍຫຼຸດຄວາມດັນເລືອດໄດ້ຫຼາຍພໍໆ ກັນກັບການກິນຢາຕາມໃບສັ່ງແພດ.
  • ຊ່ວຍຫຼຸດໄຂມັນ: ບໍ່ແປກເລີຍ ຖ້າການຫຼຸດນ້ຳໜັກຈະເປັນອີກໜຶ່ງປະໂຫຍດທີເຮົາຈະໄດ້ຈາກການຂີ່ລົດຖີບ, ເຊິ່ງຜົນການວິໄຈຫຼ້າສຸດພົບວ່າ ແມ່ຍິງກຸ່ມທີ່ອາຍຸຫຼາຍທີ່ເປັນໂຣກເບົາຫວານ ສາມາດຫຼຸດໄຂມັນທີເກາະຢູ່ພາຍໃນຮ່າງກາຍໄດ້ດ້ວຍວິທີການອອກກຳລັງກາຍເທົ່ານັ້ນ ຄວບຄູ່ໄປກັບການຄວບຄຸມອາຫານຈົນເປັນກິດຈະກຳປະຈຳວັນ ແລະ ຜົນຮັບໃນການວິໄຈ ຈາກກຸ່ມແມ່ຍິງທີມີອາຍຸນ້ອຍກວ່າ ກໍໃຫ້ຜົນອອກມາແບບດຽວກັນ.
  • ຫຼຸດໂອກາດປ່ວຍເປັນມະເຮັງ: ການຄວບຄຸມນ້ຳໜັກ, ການອອກກຳລັງກາຍເປັນປະຈຳ, ການເລືອກກິນອາຫານທີມີປະໂຫຍດ ມີສ່ວນຊ່ວຍໃນການປ້ອງກັນໂຣກມະເຮັງໄດ້. ມີຜົນການວິໄຈຈາກວາລະສານ Journal of the American Medical Association ຈາກການເຝົ້າສັງເກດເບິ່ງຜູ້ຊາຍ 14.000 ຄົນ ສະຫຼຸບໄດ້ວ່າ ຜູ້ຊາຍໃນໄວກາງຄົນທີມີສຸຂະພາບແຂງແຮງ ຈະຊ່ວຍຫຼຸດໂອກາດໃນການເປັນມະເຮັງປອດ ແລະ ມະເຮັງລຳໄສ້ໃຫຍ່.
  • ມີຄວາມເຄົາລົບຕົວເອງຫຼາຍຂຶ້ນ: ການອອກກຳລັງກາຍທົ່ວໄປລວມທັງການຂີ່ລົດຖີບ ສາມາດເພີ່ມລະດັບຄວາມເຄົາລົບຕົນເອງ (Self-Esteem) ໄດ້, ການອອກກໍາລັງກາຍໜັກ ຈະຊ່ວຍໃຫ້ຮ່າງກາຍຫຼັ່ງຮໍໂມນທີ່ເຮັດໃຫ້ຮູ້ສຶກດີອອກມາຫຼາຍຊະນິດ ໃຜທີມີບັນຫາເລື່ອງຄວາມໝັ້ນໃຈໃນຕົວເອງ ການອອກກຳລັງກາຍຊ່ວຍໄດ້ແນ່ນອນ.
  • ມີອາຍຸທີຍືນຍາວຂຶ້ນ: ຈາກຜົນວິໄຈຄົນຂີ່ລົດຖີບ Tour de France ການຂີ່ລົດຖີບ ເຮັດໃຫ້ຜູ້ທີມັກຂີ່ລົດຖີບມີອາຍຸຍືນຂຶ້ນໄດ້ແທ້ ໂດຍອາດິດນັກຂີ່ລົດຖີບມືອາຊີບ ມີອາຍຸໄດ້ເຖິງ 81,5 ປີ ໃນຂະນະທີປະຊາຊົນທົ່ວໄປມີອາຍຸປະມານ 73,5 ປີ ເຊິ່ງມັນຫຼາຍກວ່າກັນເຖິງ 17% ເລີຍ ຜົນການວິໄຈຍັງພົບອີກວ່າ ແມ່ນແຕ່ການຂີ່ລົດຖີບໃນລະດັບທົ່ວໂລກ ກໍຍັງເຮັດໃຫ້ອາຍຸຍືນຂຶ້ນໄດ້ ຄົນທີ່ປ່ຽນຈາກການໃຊ້ລົດໃຫຍ່, ລົດຈັກ ໄປຂີ່ລົດຖີບ ຈະມີອາຍຸຍືນຂຶ້ນ 3-14 ເດືອນ ແລະ ການຂີ່ລົດຖີບພຽງ 1-60 ນາທີຕໍ່ອາທິດ ຈະຊ່ວຍຫຼຸດໂອກາດເສຍຊີວິດກ່ອນໄວ ເຖິງ 23%.
  • ຊ່ວຍຫຼຸດຄວາມຄຽດ: ເຮົາທຸກຄົນກໍຮູ້ຢູ່ແລ້ວວ່າການອອກກຳລັງກາຍນັ້ນຊ່ວຍຫຼຸດຄວາມຄຽດ ແຕ່ຜົນການວິໄຈລ່າສຸດຈາກວາລະສານ Lancet ພົບວ່າອາສາສະໝັກນັບລ້ານຄົນ ຢືນຢັນວ່າການຂີ່ລົດຖີບຄືໜຶ່ງໃນກິດຈະກຳຫຼຸດຄວາມຄຽດທີດີທີສຸດ ເປັນອັນດັບຕົ້ນໆ ນັກຂີ່ລົດຖີບຈະມີມື້ທີສູນເສຍສຸຂະພາບຈິດໜ້ອຍກວ່າຄົນທົ່ວໄປເຖິງ 21,6% ຮອງລົງມາຈາກການຫຼີ້ນກິລາເປັນທີມ 22,3% ແລະ ຫຼາຍກວ່າການຫຼີ້ນກິລາແອໂຣບິກຊະນິດອື່ນໆ.

More from author

Related posts

Latest posts

ປະຫວັດຄວາມເປັນມາ “ພຣະກິ່ວ” ແຫ່ງນະຄອນຫຼວງພະບາງ

"ພຣະກິວ" ຕາມປະຫວັດຄວາມເປັນມາ ໄດ້ມາຈາກ ລຳນ້ຳກິວ ທີ່ຫລວງນ້ຳທາ ຊົນເຜົ່າລາວເທິງໄດ້ໄປຂຸດມັນ ຢູ່ນ້ຳກິວ ຫລວງນ້ຳທາ ໄດ້ເອົາສຽມໄປຂຸດ ແລະ ໄປທັ່ງໃສ່ແທ່ນພຼະ ແລະ ໄດ້ພົບເຫັນພຼະ ຫລັງຈາກນັ້ນໄດ້ຫາເອົາຜ້າຫໍ່ໄວ້.

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.