Monday, May 19, 2025
Kbank Laos โอน รับ จ่าย

ຜ້າເຊັດມືໃນເຮືອນຄົວ ມີເຊື້ອໂຣກຫຼາຍທີ່ສຸດ

ມະຫາວິທະຍາໄລ ອະຣິໂຊນາ ຄົ້ນພົບວ່າ: ຜ້າເຊັດມືໃນເຮືອນຄົວ ແລະ ຢູ່ຕາມຫ້ອງນໍ້າ ນັ້ນ ມີເຊື້ອໂຣກຫຼາຍທີ່ສຸດ. ມະຫາວິທະຍາໄລ ດັ່ງກ່າວຄົ້ນຄວ້າສຶກສາເລື່ອງນີ້ ແລະໄດ້ເປີດເຜີຍວ່າ: ຜ້າທີ່ໃຊ້ໃນເຮືອນຄົວ ມີເຊື້ອແບັດເທີເຣຍ ໂຄລິຟອມ ຈັບຢູ່ຫຼາຍເຖິງ 80% ໂດຍທີ່ເຊື້ອໂຣກຈຳພວກນີ້ ມີຢູ່ຕາມລະບົບທາງເດີນອາຫານ ນັບທັງມະນຸດ ແລະສັດ. ນອກນີ້ ຍັງພົບເຊື້ອ ອີໂຄໄລ ປົນເປື້ອນຢູ່ອີກ 25%.

ທ່ານ ຊານ ເກີບາ ກ່າວວ່າ: ການທີ່ຜ້າເຊັດມືທີ່ໃຊ້ຢູ່ໃນເຮືອນຄົວ ແລະຫ້ອງນໍ້າ ຕິດເຊື້ອໂຣກຫຼາຍທີ່ສຸດ ແມ່ນຍ້ອນມັນຖືກໃຊ້ທີ່ກ່ຽວຂ້ອງກັບສິ່ງທີ່ມີເຊື້ອໂຣກ ເຊັ່ນ ຊີ້ນສັດດິບ. ນອກຈາກນັ້ນ ຍັງມີສະພາບປຽກຊຸ່ມເປັນສ່ວນໃຫຍ່ ເຮັດໃຫ້ເຊື້ອ ແບັກເທີເຣຍ ຟັກໂຕງ່າຍ.

ຜູ້ຊ່ຽວຊານກ່າວ ແນະນຳວ່າ: ຄວນຫາວິທີບັນເທົາຄວາມສົກກະປົກເຫຼົ່ານີ້ໄວ້ ເຊັ່ນ ຄວນປ່ຽນຜ້າເຊັດມືຊຸດໃໝ່ທຸກໆ 3-4 ມື້ ແລະ ຄວນໃຊ້ນຳ້ສົ້ມສາຍຊູ ປະສົມນໍ້າ ເພື່ອຊັກຜ້າເຊັດມື ແທນນໍ້າຢາປັບຜ້ານຸ່ມ.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້