ນ້ຳຕົກຕາດ ຫ້ວຍປາຕີນ ຄວາມອຸດົມສົມບູນທີ່ຫາຊົມໄດ້ຍາກ

ແຂວງ ໄຊສົມບຸູນ ຖືວ່າເປັນແຂວງໃໝ່ ທີ່ຫາກໍຕັ້ງຂຶ້ນບໍ່ພໍເທົ່າໃດປີ ແລະ ກໍເປັນອີກແຂວງໜຶ່ງທີ່ ມີທ່າແຮງຫຼາຍ ດ້ານ ບໍ່ວ່າຈະເປັນ ທ່າແຮງທາງດ້ານກະສິກຳ, ການທ່ອງທ່ຽວ ແລະ ອື່ນໆ ເຊິ່ງເລີ່ມມີບົດບາດຫຼາຍຂຶ້ນໃນໄລຍະຫຼັງໆມານີ້. ເມື່ອເວົ້າເຖິງການທ່ອງທ່ຽວຂອງແຂວງ ໄຊສົມບູນ ແລ້ວ ກໍມີສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈຫຼາຍແຫ່ງທີ່ໜ້າສົນໃຈ ແຕ່ສະຖານທີ່ ທີ່ເພິ່ນຄົ້ນພົບຂຶ້ນມາໃໝ່ ແມ່ນນ້ຳຕົກຕາດ ຫ້ວຍປາຕີນ ທີ່ຕັ້ງຢູ່ບ້ານ ຜາສະຫງົບ, ເມືອງ ອະນຸວົງ, ແຂວງ ໄຊສົມບູນ.

ນ້ຳຕົກຕາດແຫ່ງນີ້ເປັນນ້ຳຕົກທີ່ມີຄວາມສວຍງາມ ແລະ ໜ້າທ່ຽວຊົມ, ມີ 3 ຊັ້ນລຽນຕິດກັນເປັນພະນັກ, ໃນແຕ່ລະຊັ້ນມີຄວາມສູງປະມານ 30 ແມັດ ແລະ ມີອ່າງຢູ່ບໍລິເວນນ້ຳຕົກຂອງແຕ່ລະຊັ້ນ ເຊິ່ງເປັນບ່ອນທີ່ມີຄວາມເໝາະສົມໃນການຫຼິ້ນນ້ຳ.

ອີງຕາມຂໍ້ມູນຈາກ ທ່ານ ປ່າຊົ່ງ ວ່າງ, ນາຍບ້ານ ຜາສະຫງົບ, ເມືອງ ອະນຸວົງ ໃຫ້ຮູ້ວ່າ: ນ້ຳຕົກຕາດແຫ່ງນີ້ເປັນນ້ຳຕົກທີ່ມີຄວາມອຸດົມສົມບູນໄປດ້ວຍຊັບພະຍາກອນປ່າໄມ້ນ້ອຍ-ໃຫຍ່, ມີສັດນ້ອຍ-ສັດໃຫຍ່ອາໄສຢູ່ບໍລິເວນດັ້ງກ່າວເປັນຈຳນວນຫຼວງຫຼາຍ ເປັນຕົ້ນແມ່ນ: ຟານ, ໝູປ່າ, ລີງ, ຄ່າງ, ທະນີ, ນົກ, ໜູ ແລະ ສັດປະເພດອື່ນໆອີກ; ນອກນຈາກນັ້ນ, ຍັງມີປູ, ປາ, ກຸ້ງ, ຫອຍ ແລະ ມີປາຕີນ (ປາມີຕີນ) ທີ່ອາໄສຢູ່ຕາມຫ້ວຍນ້ຳແຫ່ງນີ້ໂດຍຈະປະກົດໃຫ້ເຫັນເປັນຈຳນວນຫຼາຍ ເວົ້າເຖິງ “ປາຕີນ” ແມ່ນເປັນສັດເຄິ່ງບົກເຄິ່ງນ້ຳທີ່ຫາເບິ່ງໄດ້ຍາກ; ດັ່ງນັ້ນ, ອຳນາດການປົກຄອງບ້ານຈຶ່ງເອີ້ນຊື່ ນ້ຳຕົກ ຕາດແຫ່ງນີ້ວ່າ “ນ້ຳຕົກຕາດ ຫ້ວຍປາຕີນ”.

ປາຕີນ ມີຊື່ເອີ້ນທາງວິທະຍາສາດວ່າ: ສາລາແມນເດີ (salamander) ເປັນສັດເຄິ່ງບົກເຄິ່ງນ້ຳຊະນິດໜຶ່ງ ທີ່ຫາເບິ່ງໄດ້ຍາກ ແລະ ປະກົດໃຫ່້ຫັນເປັນພຽງບາງເຂດທີ່ມີພູມອາກາດໜາວເຢັນ ເປັນຕົ້ນແມ່ນບັນດາແຂວງພາກກາງ ແລະ ພາກ    ເໜືອເຊັ່ນ: ແຂວງ ໄຊສົມບູນ ແລະ ຊຽງຂວາງ.

ສັດປະເພດນີ້ມັກຈະອາໄສຢູ່ໃນນ້ຳຫຼາຍກວ່າຢູ່ເທິງບົກ ເຊິ່ງໃນລະດູໜາວມັກຈະອອກມາຫາອາຫານ ແລະ ຕາກແດດຢູ່ຕາມບໍລິເວນຂອນໄມ້ ແລະ ຕາມກ້ອນຫິນຕ່າງໆ, ມັກກິນປານ້ອຍ, ກຸ້ງ, ແມງໄມ້, ຊີ້ນ ແລະ ຊາກສັດເປັນອາຫານ.

ປາຕີນ ມີຮູບຮ່າງລັກສະນະຄ້າຍຄືກັບຈິໂກະ, ມີລັກສະນະສີດຳເຂັ້ມ, ໂຕມົນກົມ, ມີຄວາມຍາວປະມານ 20 ຊັງຕີແມັດ, ຫາງແປຄ້າຍຄືກັບຫາງປາດຸກ ແລະ ມີຄວາມຍາວປະມານ 7 ຊັງຕີແມັດ, ດ້ານຫຼັງມີລາຍແຊກປົນກັບສີສົ້ມ ແຊກຍາວລົງແຕ່ຫົວລົງຫາກົ້ນ ປັດຈຸບັນ ທາງລັດຖະບານໄດ້ກຳນົດເອົາປາຕີນ ຫຼື ສາລາແມນເດີ ເປັນສັດຫວງຫ້າມເພື່ອສະຫງວນໄວ້ໃຫ້ລຸ້ນລູກລຸ້ນຫຼານໄດ້ເບິ່ງໄດ້ຊົມ ຖ້າບຸກຄົນໃດລັກລອບນຳມາບໍລິໂພກ ຫຼື ນຳໄປຄ້າຂາຍຈະຖືກປັບໄໝຕາມລະບຽບກົດໝາຍທີ່ໄດ້ວາງອອກ.

ປັດຈຸບັນ ນ້ຳຕົກຕາດ ຫ້ວຍປາຕີນ ແມ່ນຍັງບໍ່ທັນໄດ້ຮັບການພັດທະນາເທື່ອ ແລະ ຍັງບໍ່ທັນມີສິ່ງອຳນວຍຄວາມສະດວກໃຫ້ກັບນັກທ່ອງທ່ຽວໃນການເຂົ້າເຖິງແຫຼ່ງທ່ອງທ່ຽວດັ່ງກ່າວ, ເຖິງວ່າ ນ້ຳ ຕົກຕາດຫ້ວຍປາຕີນຈະເປັນຕາດທີ່ມີຄວາມສວຍງາມ ແລະ ມີຄວາມອຸດົົມສົມບູນຂອງທຳມະຊາດພຽງໃດກໍຕາມ ແຕ່ຍັງບໍ່ທັນເປັນທີ່ຮັບຮູ້ຂອງຜູ້ຄົນ ແລະ ນັກທ່ອງທ່ຽວ ເພາະການທີ່ຈະເຂົ້າໄປເຖິງສະຖານທີ່ແຫ່ງນີ້ແມ່ນຕ້ອງໄດ້ຍ່າງເຂົ້າໄປອີກ 2,5 ກິໂລແມັດຈຶ່ງຈະຮອດ.

ໂດຍ: ສຸກັນຍາ ຈັນທະລາໄລ

ພາບ: ທ່ອງທ່ຽວໄຊສົມບູນ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...