“ຄິດລົບ” ໂຣກຫົວໃຈກໍ່ໂຕ

ນັກວິທະຍາສາດໃນ ນະຄອນ ນິວຢ໋ອກ ໄດ້ທຳການວິໄຈ ພົບວ່າ ອາລົມໃນດ້ານລົບ ບໍ່ວ່າຈະເປັນຄວາມຕຶງຄຽດ, ໃຈຮ້າຍ, ຄວາມກັງວົນ ແລະຊຶມເສົ້າ ບໍ່ພຽງແຕ່ມີຜົນກະທົບຕໍ່ການເຮັດວຽກຂອງຫົວໃຈເທົ່ານັ້ນ ແຕ່ຍັງເພີ່ມຄວາມສ່ຽງໃນການເກີດໂຣກຫົວໃຈອີກດ້ວຍ.

ການສຶກສາກຸ່ມອາສາສະໝັກ ທີ່ມີສຸຂະພາບດີ 157 ຄົນ ໂດຍໃຫ້ເບິ່ງພາບທີ່ເຮັດໃຫ້ເກີດຄວາມຮູ້ສຶກດ້ານລົບ, ໃນຂະນະທີ່ ຄະນະນັກວິໄຈ ກວດສອບການເຮັດວຽກຂອງຫຼອດເລືອດແດງ ເພື່ອປະເມີນຄວາມສ່ຽງ ໃນການເກີດໂຣກຫົວໃຈ ແລະວັດລະດັບການອັກເສບໃນກະແສເລືອດ ຊຶ່ງເປັນປັດໄຈຫຼັກຂອງອາການຫຼອດເລືອດຫົວໃຈ ອັນເປັນສາເຫດຂອງການເສຍຊີວິດກ່ອນໄວອັນຄວນ.

ຜົນທີ່ພົບກໍຄື ເມື່ອສະໝອງກະຕຸ້ນໃຫ້ເກີດອາລົມຄວາມຮູ້ສຶກໃນດ້ານລົບ ລະດັບ interleukin-6 ໃນກະແສເລືອດ ຈະເພີ່ມຂຶ້ນ ແລະຄວາມໜາຂອງຜະໜັງຫຼອດເລືອດຈະເພີ່ມຂຶ້ນ ຊຶ່ງສະແດງໃຫ້ເຫັນເຖິງຄວາມສ່ຽງຕໍ່ໂຣກຫຼອດເລືອດຫົວໃຈ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...