Thursday, May 15, 2025
Kbank Laos โอน รับ จ่าย

ຮັກລູກຫຼາຍເກີນໄປ! ອາດກາຍເປັນການທຳຮ້າຍລູກ

ພໍ່ແມ່ ມັກຈະຮັກລູກແບບບໍ່ມີເງືອນໄຂ, ແຕ່ພໍ່ແມ່ຫຼາຍຄົນກໍມີວິທີການລ້ຽງລູກທີ່ແຕກຕ່າງກັນອອກໄປ ແລະ ຜົນຮັບທີ່ລູກໄດ້ຈາກພໍ່ແມ່ກໍຄື: ແນວຄິດ, ນິດໄສ ແລະ ວິຖີໃນການໃຊ້ຊີວິດບາງຢ່າງ ເຊິ່ງອາດໄດ້ອິດທິພົນມາຈາກຄອບຄົວ. ການທີ່ພໍ່ແມ່ຮັກລູກນັ້ນ ມັນເປັນສິ່ງທີ່ດີ, ແຕ່ຖ້າຮັກລູກຫຼາຍເກີນໄປ ບາງຄັ້ງອາດເປັນການທຳຮ້າຍລູກກໍໄດ້.

ລອງມາເບິ່ງນຳກັນວ່າ ພໍ່ແມ່ທີ່ໃຫ້ຄວາມຮັກທຳຮ້າຍລູກມີລັກສະນະແບບໃດ?

  • ຮັກແບບບໍ່ຢາກໃຫ້ລູກລຳບາກ

ຢ້ານລູກລຳບາກ, ຢ້ານລູກເຈັບ, ຢ້ານລູກອົດ ກິນບໍ່ອີ່ມ ນຸ່ງບໍ່ອຸ່ນ.. ຮັກແບບນີ້ກໍເປັນສິ່ງທີ່ດີ ຖືວ່າເປັນການເບິ່ງແຍງລູກຕາມໜ້າທີ່ຂອງພໍ່ແມ່ ແຕ່ຖ້າມັນຫຼາຍເກີນໄປກໍຈະເຮັດໃຫ້ລູກນ້ອຍເຕີບໂຕມາໂດຍຂາດພູມຄຸ້ມກັນ, ເວລາພົບຄວາມລຳບາກຈະບໍ່ສາມາດຊ່ວຍເຫຼືອຕົນເອງໄດ້.

    • ຮັກແບບກຳນົດເສັ້ນທາງໃຫ້ລູກ

    ພໍ່ແມ່ມັກຈະໃຊ້ຄຳວ່າ ອາບນໍ້າຮ້ອນມາກ່ອນແລ້ວ ສະນັ້ນຈຶ່ງຮູ້ວ່າສິ່ງໃດດີ ສິ່ງໃດບໍ່ດີ ຈົນບາງຄັ້ງກໍມັກຫຼົງໄປວາງກົດເກນ ວາງເສັ້ນທາງໃຫ້ລູກ ແລະ ມັກຄິດວ່າ ນັ້ນເປັນສິ່ງທີ່ດີທີ່ສຸດແລ້ວທີ່ຕົນເອງເລືອກໃຫ້ລູກ ໂດຍບໍ່ຖາມ ບໍ່ສົນໃຈເລີຍວ່າ ລູກນັ້ນຄິດແນວໃດ ມັກຫຍັງ ແລະ ຢາກໃຊ້ຊີວິດແບບໃດ ຈະເຮັດໃຫ້ລູກຮູ້ສຶກກົດດັນ ບໍ່ຟັງຄວາມ ແລະ ກາຍເປັນຄົນຫົວດື້ໄດ້.

    • ຮັກລູກແບບເຂັ້ມງວດເກີນໄປ

    ມີກົດລະບຽບ ມີກົດເກນ ຕ້ອງເຮັດຕາມນີ້ ຕ້ອງເຮັດຕາມນັ້ນ ລູກຕ້ອງໃນສາຍຕາ ບໍ່ຍອມໃຫ້ລູກອອກໄປໃຊ້ຊີວິດ ບໍ່ຢາກໃຫ້ໄປຫຼິ້ນທ່ຽວກັບໝູ່ຄູ່ ຕ້ອງຮຽນ ຕ້ອງເຮັດຕາມພໍ່ແມ່ສັ່ງ ແບບນີ້ກໍສ່ຽງທີ່ສຸດທີ່ລູກຈະກາຍເປັນຄົນຂີ້ຕົວະ ແລະ ມັກລັກໄປທ່ຽວຫຼິ້ນໂດຍບໍ່ບອກພໍ່ແມ່  ຈົນບາງຄົນກໍໃຈແຕກເສຍຜູ້ເສຍຄົນ.

    • ່ ຕ້ອງຮຽນ ຕ້ອງເຮັດຕາມພໍ່ແມ່ສັ່ວຮັກແບບປົກປ້ອງລູກຕະຫຼອດເວລາ

    ພໍ່ແມ່ ບາງຄົນກໍມັກຈະສະແດງຄວາມຮັກດ້ວຍການປົກປ້ອງລູກຫຼາຍເກີນໄປໃນເວລາທີ່ມີບັນຫາກັບໃຜກໍຕາມ ເຂົ້າຂ້າງລູກຕົນວ່າບໍ່ຜິດ ແບບນີ້ບໍ່ເປັນຜົນດີເລີຍ ເພາະຈະເຮັດໃຫ້ເດັກນ້ອຍຊິນເຄີຍເມື່ອໄດ້ຮັບການເອົາໃຈຫຼາຍເກີນໄປ ເມື່ອເຕີບໃຫຍ່ມາເວລາເຮັດຜິດກໍມັກຈະບໍ່ຍອມຮັບ ອາດສົ່ງຜົນເຮັດໃຫ້ເຂົ້າກັບຄົນອື່ນໄດ້ຍາກ.

    ຍັງມີອີກຫຼາຍແບບທີ່ພໍ່ແມ່ສະແດງຄວາມຮັກຕໍ່ລູກ, ແບບໃດກໍເປັນການດີ ພຽງຢ່າໃຫ້ມັນຫຼາຍເກີນໄປ ເພາະຖ້າຫຼາຍເກີນໄປ ກໍສ່ຽງເປັນການທຳຮ້າຍລູກໄດ້ໂດຍບໍ່ຮູ້ຕົວ.ພໍ່ພພກແອ

    More from author

    Related posts

    Latest posts

    ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

    "ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

    ວັດສຸວັນນະຄີລີ ນະຄອນຫຼວງພະບາງ

    "ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

    ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

    ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້