Vietjet ໄດ້​ຮັບ​ລາງວັນ “ສາຍ​ການ​ບິນ​ລາຄາປະ​ຢັດ​ທີ່ດີ​ທີ່​ສຸດ” ແລະ “ສາຍ​ການ​ບິນ​ຕົ້ນທຶນຕໍ່າ ທີ່ໃຫ້​ບໍລິການ​ດີທີ່ສຸດ” ໃນ​ປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 30 ພຶດສະພາ 2024) – Vietjet ໄດ້ຮັບນາມມະຍົດ “ສາຍ​ການ​ບິນ​ລາຄາປະ​ຢັດ​ທີ່ດີ​ທີ່​ສຸດ” ແລະ “ສາຍ​ການ​ບິນ​ຕົ້ນທຶນຕໍ່າ ທີ່ໃຫ້​ບໍລິການ​ດີທີ່ສຸດ” ໂດຍ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນທີ່ມີຊື່ສຽງຂອງໂລກ.

ໂດຍໄດ້ໃຫ້ກຽດແກ່ Vietjet ສໍາລັບລາງວັນສາກົນທີ່ສໍາຄັນຫຼາຍປີ, Airline Ratings ຮັບຮູ້ວ່າ Vietjet ເປັນຜູ້ນໍາເລື່ອງປະຢັດລາຄາ, ນະວັດຕະກໍາ, ການບໍລິການທີ່ຫຼາກຫຼາຍ ແລະ ສິ່ງດີໆທີ່ມອບໃຫ້ແກ່ລູກຄ້າ. ສາຍ​ການ​ບິນ​ສືບ​ຕໍ່​ຂະ​ຫຍາຍ​​ເຮືອ​ບິນ A330s , A321 ​ແລະ ຂະ​ຫຍາຍ​ເຄືອ​ຂ່າຍ​ການ​ບິນ​, ເຮັດ​ໃຫ້​ທຸກຄົນສາມາດເຂົ້າເຖິງການ​ເດີນ​ທາງ ​ທາງອາກາດໄດ້.

ເປັນການນຳມາເຊິ່ງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຊື່ອໝັ້ນຈາກລູກຄ້າທົ່ວໂລກ ໂດຍສະເພາະນັກທ່ອງທ່ຽວຈາກປະເທດລາວ. ເມື່ອບໍ່ດົນມາ​ນີ້, ບໍລິສັດ Vietjet ​ໄດ້​ຈັດ​ຕັ້ງ​ການ​ຂະຫຍາຍ​ເສັ້ນທາງ​ການບິນ​ໃໝ່​ໃນ​ປີ​ນີ້ ​ທີ່​ເຊື່ອມ​ຕໍ່​ນະຄອນຫຼວງ​ວຽງ​ຈັນ ​ແລະ ​ນະຄອນ​ໂຮ່ຈິ​ມິນ ດ້ວຍ​ຖ້ຽວ​ບິນ​ໄປ​ກັບ 4 ຖ້ຽວ​ຕໍ່​ອາທິດ​ໃນ​ວັນ​ຈັນ, ພຸດ, ​ສຸກ ​ແລະ ວັນ​ອາ​ທິດ ດ້ວຍ​ເວລາ​ບິນ​ພຽງ 1 ຊົ່ວ​ໂມງ 45 ນາທີ. ໄດ້ມອບໂອກາດໃຫ້ນັກທ່ອງທ່ຽວຈາກລາວສູ່ຈຸດໝາຍປາຍທາງ. ນອກຈາກນັ້ນ, Vietjet ຍັງໄດ້ຮັບການຍອມຮັບໃນຖານະຜູ້ລິເລີ່ມການໃຫ້ບໍລິການໃນລາຄາປະຢັັດ ລວມທັງການບໍລິການຊັ້ນທຸລະກິດທີ່ມອບປະສົບການທີ່ດີເລີດໃຫ້ແກ່ຜູ້ໂດຍສານ.

Vietjet ພູມໃຈທີ່ໄດ້ເຊື່ອມຕໍ່ຄວາມສຸກ ໃນລາຄາທີ່ເປັນກັນເອງ ດ້ວຍເຮືອບິນທີ່ທັນສະໄໝ ແລະ ເປັນມິດກັບສິ່ງແວດລ້ອມ, ພ້ອມທັງຮັບປະກັນການບໍລິການທີ່ດີເລີດ ໂດຍພະນັກງານຫ້ອງໂດຍສານທີ່ເປັນມືອາຊີບ.

 ຜູ້​ໂດຍສານ​ສາມາດ​ຊີມ​ອາຫານ​ຫວຽດນາມ ​ແລະ ອາຫານ​ສາກົນ​ທີ່​ແຊບຊ້ອຍ​​ພິ​ເສດ​ແມ່ນ: ​ເຝີ, Banh Mi, ກາ​ເຟ ຫວຽດນາມ ​ແລະ ອື່ນໆ ພ້ອມ​ສາມາດຊື້ສິນຄ້າບໍ່ເສຍ​ພາສີ​ຕະຫຼອດ​ການ​ເດີນທາງ.

Airline Ratings ຍັງໄດ້ໃຫ້ຄະແນນ Vietjet ໃນລະດັບ 7 ດາວ, ເປັນອັນດັບທີ່ສູງທີ່ສຸດກ່ຽວກັບຄວາມປອດໄພດ້ານການບິນໃນໂລກ ແລະ ອັນດັບ 10 ສາຍການບິນທີ່ປອດໄພທີ່ສຸດ ແລະ ລາຄາທີ່ດີທີ່ສຸດໃນໂລກຂອງຫຼາຍປີມານີ້. ພ້ອມທັງເປັນ ‘ Value Airline of the Year’ ‘ ໃນປີ 2022 ໂດຍ Airline Ratings.

Airline Ratings “Airline Excellence Awards” ໄດ້ຈັດຂຶ້ນຕັ້ງແຕ່ປີ 2013, ການປະເມີນຄວາມປອດໄພ ແລະ ຄຸນນະພາບການບໍລິການຂອງສາຍການບິນຫຼາຍກວ່າ 385 ສາຍການບິນທົ່ວໂລກ ເພື່ອເປັນກຽດແກ່ສາຍການບິນທີ່ດີທີ່ສຸດໃນປະເພດທີ່ສຳຄັນຕ່າງໆຂອງອຸດສາຫະກຳ. ສາຍການບິນຊັ້ນນໍາອື່ນໆທີ່ໄດ້ຮັບການຍອມຮັບໃນປີນີ້ລວມມີ Qatar Airways, Emirates, Etihad Airways, Air New Zealand ແລະ ອື່ນໆ.

*ຂໍ້ມູນເພີ່ມເຕີມໄດ້ທີ່ : www.vietjetair.com

*ສຳລັບຜຼ້ປະສານງານດ້ານສື່ຂ່າວ:

Bigblue Agency Laos

ໂທ: +85620 78911848 (Lath)

Vietjet

Ms. Kieu Duong (Amy)

Email: kieuduong@vietjetair.com

ໂທ: +84 932 775 066

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...