Saturday, November 8, 2025
Kbank Laos โอน รับ จ่าย

ສາຍການບິນ Vietjet ບັນລຸ​ຂໍ້​ຕົກລົງ ​ຍົກລະດັບ​ການ​ເຊື່ອມ​ຕໍ່​ການ​ຂົນ​ສົ່ງ​ທາງ​ອາກາດ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ

(ນະຄອນຫຼວງວຽງຈັນ, ວັນທີ 11 ກໍລະກົດ 2024) – ກະຊວງໂຍທາທິການ ແລະ ຂົນສົ່ງປະຈຳ ສປປ ລາວ ແລະ ສາຍການບິນ Vietjet ປະກາດຂໍ້ຕົກລົງເພີ່ມທະວີການເຊື່ອມຕໍ່ການຂົນສົ່ງທາງອາກາດລະຫວ່າງ ປະເທດລາວ-ຫວຽດນາມ. ພິທີ​ປະກາດ​ດັ່ງກ່າວ​ໄດ້​ຈັດ​ຂຶ້ນ​ຢູ່ນະຄອນຫຼວງ​ວຽງ​ຈັນ ​ໂດຍມີ ທ່ານທອງລຸນ ສີສຸລິດ ປະທານປະເທດປະຈຳ ສປປ ລາວ ເປັນ​ສັກຂີ​ພະຍານ ແລະ  ທ່ານ ໂຕ່ ລໍ່າ ປະທານປະເທດປະຈຳ ສສ ຫວຽດນາມ ​ພ້ອມແຂກ​ຜູ້​ມີ​ກຽດ​ລະດັບ​ສູງ​ຂອງ​ທັງ​ສອງ​ປະ​ເທດ.

ສາຍການບິນຫວຽດເຈັດຈະຮ່ວມມືກັບກົມການບິນພົນລະເຮືອນຂອງລາວ ເພື່ອຈັດຕັ້ງປະຕິບັດໂຄງການທີ່ກ່ຽວຂ້ອງກັບການບິນ ແລະ ຂະຫຍາຍການເຄື່ອນໄຫວການຂົນສົ່ງທາງອາກາດໃນລາວ. ເຊິ່ງໄດ້ຄາດ​ວ່າ​ຈະ​ສ້າງ​ວຽກ​ເຮັດ​ງານ​ທຳ ​ໃໝ່ໃຫ້​ບຸກຄະລາກອນໃນ​ຂະ​ແໜງ​​ການບິນໄດ້​ເຖິງ 2.500 ຄົນ, ສາຍ​ການບິນ​ຍັງ​ມີ​ແຜນ​ຈະ​ສ້າງ​ຕັ້ງ​ສູນ​ຝຶກອົບຮົມ ​ແລະ ພັດທະນາ​ໃນ​ປະເທດລາວ ຮ່ວມ​ກັບ ສະຖາບັນຝຶກອົບຮົມການບິນຫວຽດເຈັດ ​ເພື່ອ​ຕິດຕາມ​ກວດກາ​ການ​ຝຶກ​ອົບຮົມ​ພະນັກງານ​ໃໝ່ໃນລະດັບ​ສາກົນ. ໃນທາງກົງກັນຂ້າມ, ການເປັນຄູ່ຮ່ວມງານຂອງສາຍການບິນ ກົມ​ການບິນ​ພົນລະ​ເຮືອນ​ລາວ​ຈະ​ໃຫ້ການ​ສະໜັບສະໜູນ​ດ້ານ​ບໍລິຫານ, ກົດໝາຍ ​ແລະ ສິ່ງ​ອຳນວຍ​ຄວາມ​ສະດວກ ຕະຫຼອດຈົນເຖິງການປະສານງານກັບອົງກອນຕ່າງໆ ເພື່ອອໍານວຍຄວາມສະດວກໃນການຈັດຕັ້ງປະຕິບັດໂຄງການ.

ຄວາມມຸ່ງໝັ້ນຂອງສາຍການບິນຫວຽດເຈັດ ໃນການຂະຫຍາຍການເຊື່ອມຕໍ່ທາງອາກາດໃນປະເທດລາວຈະນຳສະເໜີທາງເລືອກຖ້ຽວບິນທີ່ມີລາຄາປະຫຍັດ ແລະ ການບໍລິການທາງທີ່ມີຄຸນນະພາບໃຫ້ແກ່ນັກທ່ອງທ່ຽວລາວ ແລະ ຕ່າງປະເທດທີ່ເຂົ້າມາທ່ຽວຊົມ. ​ການ​ຂະ​ຫຍາຍ​ຕົວທຸລະກິດຂອງສາຍການບິນ​ມາ​ປະ​ເທດ​ລາວ​ໃນ​ຕົ້ນ​ປີ​ນີ້ ມີຖ້ຽວບິນເຊື່ອມຕໍ່ນະຄອນຫຼວງວຽງຈັນ ຫາ ນະຄອນໂຮ່ຈິມິນ ດ້ວຍສີ່ຖ້ຽວບິນໄປກັບຕໍ່ອາທິດໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ດ້ວຍ​ເວລາໃນການ​ບິນ​ພຽງ 1 ຊົ່ວ​ໂມງ 45 ນາທີ. ບັນດາ​ຂໍ້​ລິ​ເລີ່​ມນີ້​ໄດ້ແນ​ໃສ່ການ​ຊຸກຍູ້​ເສດຖະກິດ ແລະ ພັດທະນາສັງຄົມ, ສົ່ງເສີມການຄ້າ, ການ​ເຊື່ອມ​ຕໍ່​ການ​ທ່ອງ​ທ່ຽວ​ ​ແລະ​ ການ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ​ປະເທດລາວ​ ແລະ ​ປະ​ເທດ​ເພື່ອນ​ບ້ານ​ໃນ​ພາກ​ພື້ນ.

ກະຊວງໂຍທາທິການ ແລະ ຂົນສົ່ງລາວ ໄດ້ຊົມເຊີຍການສະໜັບສະໜູນ ແລະ ຄວາມສາມາດຂອງ ສາຍການບິນ ຫວຽດເຈັດເຊີ່ງເປັນສາຍການບິນສາກົນທີ່ມີການຂະຫຍາຍຕົວຂອງເຄຶອຂ່າຍການບິນໄດ້ຢ່າງວ່ອງໄວ. ຂໍ້ຕົກລົງທີ່ປະກາດໃນມື້ນີ້ຍັງສອດຄ່ອງກັບເປົ້າໝາຍ ແລະ ທິດທາງລວມຂອງລັດຖະບານທັງສອງປະເທດໃນບົດບັນທຶກວ່າດ້ວຍການຮ່ວມມືຍຸດທະສາດດ້ານຄົມມະນາຄົມລະຫວ່າງລັດຖະບານຫວຽດນາມ ແລະ ສປປ ລາວ ໃນໄລຍະ 2016-2025.

ໃນປີ 2023, ສາຍການບິນຫວຽດເຈັດໄດ້ເປີດສູນຝຶກອົບຮົມເຮືອບິນລະດັບພາກພື້ນ ໂດຍມີການຮ່ວມມືກັບສາຍການບິນລາວແອລາຍ ໃນຕົ້ນປີທີ່ຜ່ານມາ. ສາຍ​ການ​ບິນ​ໄດ້​ເປີດໂຕ​ເສັ້ນ​ທາງ​ທຳ​ອິດ​ລະ​ຫວ່າງ​ລາວ ​ແລະ​ ຫວຽດ​ນາມ ເຊິ່ງເຊື່ອມຕໍ່ລະຫວ່າງນະຄອນຫຼວງວຽງຈັນ ແລະ ນະຄອນໂຮ່ຈີມິນ. ການ​ບໍລິການ​ທາງ​ອາກາດ​ໄດ້​ສະ​ເໜີ​ໃຫ້​ນັກ​ທ່ອງ​ທ່ຽວ​ມີ​ທາງ​ເລືອກ​ໃນ​ການ​ເດີນທາງ​ທີ່​ສະດວກ​ ​ແລະ ມີ​ຄວາມ​ຫຼາກ​ຫຼາຍ​ລະຫວ່າງ​ສອງ​ປະ​ເທດ. ສໍາລັບການເຊື່ອມຕໍ່ຖ້ຽວບິນໄປອົດສະຕາລີ, ອິນເດຍ, ເກົາຫຼີໃຕ້, ຍີ່ປຸ່ນ, ຈີນ, ອິນໂດເນເຊຍ, ໄທ, ສິງກະໂປ, ມາເລເຊຍ, ກາຊັດສະຖານ, ແລະ ອື່ນໆ.

ປັດຈຸ​ບັນ ປະເທດຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ນັກ​ລົງທຶນ ​ແລະ ຄູ່​ຮ່ວມ​ມື​ການ​ຄ້າລາຍ​ໃຫຍ່​ຂອງ ສປປ ​ລາວ ທີ່ມີ 255 ໂຄງການລົງທຶນ ລວມມູນຄ່າທັງໝົດ 5,5 ຕື້ໂດລາສະຫະລັດ. ໂຄງການດັ່ງກ່າວໄດ້ສຸມໃສ່ອຸດສາຫະກໍາການຂົນສົ່ງ, ການທ່ອງ​ທ່ຽວ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ ແລະ ​ອື່ນໆ​ ເຊິ່ງເປັນ​ສົ່ງ​ເສີມ​ການ​ແລກ​ປ່ຽນ​ການ​ຄ້າ​ ການພັດທະນາແບບຍືນຍົງ ​ແລະ ​ການແບ່ງປັນ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ ສປປ ລາວ, ສສ ຫວຽດນາມ ​ແລະ ພາກ​ພື້ນ.

ຂໍ້ມູນເພີ່ມເຕີມ www.vietjetair.com

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.