Saturday, November 8, 2025
Kbank Laos โอน รับ จ่าย

ຊໍາຊຸງ ເປີດໂຕ Galaxy Z Fold6 ແລະ Z Flip6 ຍົກລະດັບ Galaxy Al ລຸ້ນໃໝ່ສໍາລັບໂທລະສັບໜ້າຈໍພັບ.

ຊໍາຊຸງລາວ ເປີດໂຕ Galaxy Z Fold6 ແລະ Z Flip6 ພ້ອມໂປຣໂມຊັນພິເສດສໍາລັບຜູ້ທີ່ສັ່ງຊື້ລ່ວງໜ້າທີ່ Galaxy Experience Space ນະຄອນຫຼວງວຽງຈັນ  ເປິດປະສົບການ Galaxy AI ລຸ້ນຫຼ້າສຸດສໍາລັບໂທລະສັບມືຖືໜ້າຈໍພັບ  ໃຫ້ຜູ້ເຂົ້າຮ່ວມງານໄດ້ສໍາຜັດການໃຊ້ງານໂທລະສັບມືຖືທີ່ທັນສະໄໝ  ຮ່ວມກັບໂມງ Galaxy Watch7 ແລະ ຫູຟັງ Galaxy Buds3/Galaxy Buds3 Pro ເຊິ່ງໄດ້ເປີດໂຕພອ້ມກັນໃນງານ Samsung Unpacked ທີ່ປາຣີ (Paris) ປະເທດຝຣັ່ງ ໃນວັນທີ 10 ກໍລະກົດ 2024 ທີ່ຜ່ານມາ.

 ນັບວ່າເປັນຄັ້ງທໍາອິດ  ທີ່ຜູ້ເຂົ້າຮ່ວມຈະໄດ້ສໍາຜັດກັບປະສົບການທີ່ບໍ່ຄືໃຜໃນການໃຊ້ງານ Galaxy AI ໃນອຸປະກອນໃໝ່ຫຼ້າສຸດຂອງ ຊໍາຊຸງ  ເຊີ່ງໄດ້ຖືກປັບແຕ່ງໃຫ້ໃຊ້ງານໃນການນໍາໃຊ້ AI ຮ່ວມກັບໜ້າຈໍພັບຂະໜາດໃຫຍ່ຂອງ Galaxy Z Fold ແລະ Galaxy Z Flip ໄດ້ຢ່າງມີປະສິດທິພາບ ທັງໃນຮູບແບບຂອງ Flex Window ແລະ Flex Mode ເພື່ອສ້າງສັນການສື່ສານ ແລະ ການເຮັດວຽກຢູ່ໃນໂລກຍຸກໃໝ່.

 “ການສ້າງນະວັດຕະກໍາທີ່ ຊໍາຊຸງ ເຮົາໄດ້ເຮັດມາເປັນເວລາດົນນານແລ້ວ  ທີ່ເຮັດໃຫ້ເຮົາເປັນຜູ້ນໍາທັງໃນດ້ານການຜະລິດສະມາດໂຟນແບບພັບໄດ້  ແລະ ການພັດທະນາໂທລະສັບມືຖືເຂົ້າສູ່ຍຸກ AI, ຕອນນີ້ເຮົາມີຄວາມຮູ້ສືກຕື່ນເຕັ້ນທີ່ຈະໄດ້ນຳເອົາເຕັກໂນໂລຊີນີ້ມາຮ່ວມກັນ  ແລະ ເປີດໂອກາດໄປສູ່ຄວາມເປັນໄປໄດ້ໃໝ່ໆ  ສໍາລັບຜູ້ໃຊ້ທົ່ວໂລກ, ສະມາດໂຟນຈໍພັບໄດ້ຂອງເຮົາບໍ່ພຽງແຕ່ຈະຕອບສະໜອງຄວາມຕ້ອງການສະເພາະດ້ານຂອງຜູ້ຊົມໃຊ້ທຸກຄົນໄດ້  ແຕ່ດ້ວຍພະລັງງານຂອງ Galaxy AI ຍັງຈະເຮັດໃຫ້ຊໍາຊຸງໄດ້ມອບປະສົບການການໃຊ້ງານທີ່ກ້າວໜ້າອີກຂັ້ນ ແບບທີ່ບໍ່ເຄີຍມີມາກ່ອນ” ທ່ານ TM Roh ປະທານ ແລະ ຫົວໜ້າຝ່າຍພະແນກໂທລະສັບມືຖືຂອງ Samsung Electronics ກ່າວ.

ທັງນີ້ Galaxy Z Fold6 ແລະ Z Flip6 ໄດ້ຮັບການອອກແບບໃຫ້ມີຄວາມບາງ ແລະ ເບົາທີ່ສຸດເທົ່າທີ່ເຄີຍມີມາ ເພື່ອໃຫ້    ເໝາະສົມກັບການພົກພາ  ໃນຂະນະທີ່ການອອກແບບໜ້າຈໍຢ່າງມີມາດຕະຖານ, ຂອບລຽບ ເຮັດໃຫ້ຜິວສໍາຜັດໜ້າຈໍລຽບ ແລະ ບາງສວຍງາມປະກອບກັບອັດຕາສ່ວນຂອງໜ້າຈໍດ້ານນອກ ທີ່ເຮັດໃຫ້ການໃຊ້ງານເປັນທໍາມະຊາດຫຼາຍຂຶ້ນ.

 ໃນດ້ານໂຄງສ້າງຂອງ Galaxy Z Fold6 ແລະ Flip6 ໄດ້ຮັບການອອກແບບທາງວິສະວະກໍາເພື່ອໃຫ້ທົນທານຫຼາຍຂື້ນກວ່າເກົ່າ  ທັງບານພັບແບບຮ່າງຄູ່ທີ່ເຮັດໃຫ້ການພັບແນບສະນິດຂຶ້ນ  ແລະ ກະຈາຍແຮງກະທົບຈາກພາຍນອກໄດ້ດີ.  ນອກຈາກນັ້ນ, ຈຸດພັບເທີງໜ້າຈໍພາຍໃນຍັງໄດ້ຮັບການພັດທະນາໃຫ້ມີຄວາມທົນທານຂຶ້ນ  ເຊັ່ນດຽວກັບໂຄງສ້າງພາຍນອກທີ່ເຮັດວັດສະດຸທີ່ແຂງແຮງຂຶ້ນ Armor Aluminum ເຄືອບດ້ວຍແກ້ວ Corning® Gorilla® Glass Victus® 2 ເຊິ່ງເຮັດໃຫ້ເປັນ Galaxy Z Series ທີ່ທົນທານທີ່ສຸດເທົ່າທີ່ເຄີຍມີມາ.

 ບໍ່ພຽງແຕ່ດ້ານນອກເທົ່ານັ້ນ Galaxy Z Fold6 ແລະ Z Flip6 ຍັງມາພ້ອມຊຸດປະມວນຜົນ Snapdragon® 8 Gen 3 Mobile Platform for Galaxy processor ເຊິ່ງລວມເອົາຫນ່ວຍປະມວນຜົນທີ່ມີປະສິດທິພາບສູງທັງ CPU,GPU ແລະ NPU ທີ່ລ້ຳໜ້າກວ່າລຸ້ນກ່ອນ  ພອ້ມແຜ່ນລະບາຍຄວາມຮ້ອນພາຍໃນທີ່ມີຂະໜາດໃຫຍ່ຂື້ນໃນ Galaxy Z Fold6 ແລະ ນັບວ່າເປັນຄັ້ງທຳອິດ ທີ່ມີການໃສ່ແຜ່ນລະບາຍຄວາມຮ້ອນໃນ Galaxy Z Flip6 ອີກດວ້ຍ.

ປະຕິຮູບການສື່ສານໃນແບບບໍ່ມີຊາຍແດນ

 ຊໍາຊຸງ ໄດ້ປັບປຸງ Galaxy AI ສໍາລັບໂທລະສັບສະມາດໂຟນຈໍພັບໄດ້  ເພື່ອໃຫ້ຜູ້ໃຊ້ງານໄດ້ຮັບປະສົບການການສື່ສານໄດ້ຢ່າງເຕັມທີ່ ເຊັ່ນ: ການແປພາສາຂອງຄູ່ສົນທະນາດ້ວຍ interpreter ທີ່ໃຊ້ງານໜ້າຈໍດ້ານນອກ ແລະ ດ້ານໃນພອ້ມກັນ  ເພື່ອຄວາມສະດວກທັງສອງດ້ານ .

 ໜ້າຈໍພັບໄດ້ແບບ Flex Mode  ຂອງ Galaxy Z Series ຍັງເຮັດໃຫ້ການວາງໂທລະສັບເພື່ອໂທ ຫຼື ຮັບສາຍ ຜ່ານ live Translation ໄດ້ງ່າຍຂຶ້ນ ຫຼື ໃຊ້ງານຮ່ວມກັບ Galaxy Buds3 Series ເພື່ອສົ່ງສຽງທີ່ແປແລ້ວໄປຫາຫູຟັງ ໂດຍກົງຄ້າຍຄືກັບການເວົ້າພາສາດຽວກັນ.

 Galaxy Buds3 Series ຍັງຊ່ວຍເຮັດໃຫ້ການສື່ສານຊັດເຈນຫຼາຍຂຶ້ນ ດ້ວຍລະບົບການວິເຄາະສຽງທັງພາຍໃນ ແລະ ພາຍນອກ ກ່ອນນໍາມາປັບຄຸນນະພາບສຽງ ໂດຍການເພີ່ມ/ຫຼຸດສຽງໃຫ້ຢູ່ໃນລະດັບທີ່ເໝາະສົມ ຕັດສຽງລົບກວນໃນທັນທີດ້ວຍລະບົບ Adaptive EQ ແລະ Adaptive ANC ໃຫ້ທັນທີ ພ້ອມການອອກແບບໃໝ່ທີ່ມີກ້ານຫູຟັງແບບ Blade Light ທີ່ທັນສະໄໝ ແລະ ຄວບຄຸມການໃຊ້ງານໄດ້ງ່າຍພຽງແຕ່ປາຍນິ້ວສຳຜັດ.

ເປີດໂລກແຫ່ງການເຮັດວຽກ ແລະ ຄວາມຄິດສ້າງສັນດ້ວຍ Galaxy AI.

 ຊໍາຊຸງໄດ້ປັບປຸງຄຸນສົມບັດ Note Assist ສໍາລັບ Galaxy Z Fold6 ແລະ Z Flip6 ໃຫ້ກ້າວໜ້າໄປອີກຂັ້ນດ້ວຍຄຸນສົມບັດໃໝ່ໆເຊັ່ນ:

  • PDF overlay Translation ເປັນຜູ້ຊ່ວຍໃນການແປຂໍ້ຄວາມຈາກເອກະສານ PDF ມາສະຫຼຸບ ຫຼື ການແປປະໂຫຍກໃນ PDF ແບບຊອ້ນທັບລົງໃນຂໍ້ຄວາມເກົ່າ ເພີ່ມຄວາມສະດວກໃນການອ່ານ.
  • Composer ເຮັດວຽກຮ່ວມກັບ Samsung Keyboard ເປັນຜູ້ຊ່ວຍໃນການຂຽນຂໍ້ຄວາມໃຫ້

ເໝາະສົມກັບສະຖານະການເຊັ່ນ:  ການຂຽນເພື່ອສົ່ງອີເມວ  ແລະ ການຂຽນເພື່ອນໍາໃຊ້ໃນສື່ອອນລາຍ  ໂດຍວິເຄາະຈາກຂໍ້ຄວາມທີ່ຂຽນໄວ້ກ່ອນໜ້ານີ້ແລ້ວແນະນຳຂໍ້ຄວາມ ແລະ ຈະສະແດງຂໍ້ຄວາມໃຫ້ເຮົາໃນບົດສົນທະນານັ້ນໆ.

  • Sketch to image ເປັນການໃຊ້ງານຮ່ວມກັບ S Pen ໃຫ້ຜູ້ໃຊ້ສາມາດແຕ້ມລາຍເສັ້ນຂອງສິ່ງທີ່ຕ້ອງການລົງຮູບພາບ ແລະ ລະບົບຈະປະມວນຜົນ Galaxy AI ຈະເຮັດໃຫ້ລາຍເສັ້ນທີ່ແຕ້ມເທິງໜ້າຈໍກາຍເປັນວັດຖຸຕົວຈິງທີ່ສອດຄ້ອງກັບຮູບພາບທີ່ມີຢູ່ມາໃຫ້ເລືອກ. ໂດຍນອກຈາກໃນ Samsung Notes ແລ້ວຍັງສາມາດໃຊ້ Sketch to image ໃນ Samsung Gallery ໄດ້ໂດຍກົງອີກດ້ວຍ.
  • Photo Assist ເທີງໜ້າຈໍຂະໜາດໃຫຍ່ຂອງ Z Fold6 ໃຫ້ປະສົບການແບບມືອາຊີບ ໃນການຜະລິດຄອນເທັນທັງຈາກຮູບພາບນີ້ງ ແລະ ຈາກຮູບພາບວິດີໂອ.
  • Portrait Studio ປ່ຽນຮູບພາບຖ່າຍບຸກຄົນເປັນຮູບພາບກາຕູນ 3D ຫຼື ເປັນຮູບແຕ້ມສີນໍ້າ ເພື່ອການສ້າງສັນຜົນງານໃຫ້ຫຼາຍຂື້ນ
  • Instant Slow- Mo ໃຊ້ AI ເພື່ອປ່ຽນຈາກຮູບພາບວິດີໂອປົກກະຕິເປັນວິດີໂອການ Slow Motion ໂດຍການໃຊ້ AI ເພື່ອປະມວນຜົນ ແລະ ເພີ່ມຈໍານວນເຟຣມໃຫ້ອັດຕະໂນມັດ ເພື່ອໃຫ້ມີຄວາມເພີດເພີນກັບຊ່ວງເວລາທີ່ໜ້າປະທັບໃຈໄດ້ຢ່າງຊ້າໆ ແລ້ວເລືອກບັນທຶກຊ່ວງເວລາດັ່ງກ່າວ ເພື່ອແບ່ງປັນ (Share) ໄປຫາໝູ່ເພື່ອນ ຫຼື ຄອບຄົວໄດ້.
  • Auto Zoom Camera ຊູມເຂົ້າອອກອັດຕະໂນມັດ ຕາມການເຄື່ອນໄຫວຂອງຄົນຢູ່ທາງໜ້າກ້ອງ  ເພື່ອໃຫ້ໄດ້ຮູບພາບທີ່ຄົມຊັດທີ່ສຸດ ບໍ່ວ່າທ່ານຈະຍ່າງເຂົ້າ ຫຼື ຍ່າງອອກຈາກກ້ອງກໍຕາມ.

 ຊໍາຊຸງ ຍັງໄດ້ໃສ່ຄວາມສາມາດໃນການສ້າງສັນຜົນງານໃນຮູບແບບອື່ນໆ  ພ້ອມຈະປັບປຸງກ້ອງຂອງ Galaxy Z Series ລຸ້ນ ໃໝ່ຫຼ້າສຸດໃຫ້ມີສັກກະຍະພາບຫຼາຍຂຶ້ນອີກຫຼາຍລາຍການ  ອີກທັງຍັງໄດ້ຮ່ວມມືກັບ Google ໃນການປະສານການເຮັດວຽກຂອງ app Google Gemini ເຂົ້າໃນລະບົບຂອງ Galaxy Z Series ຢ່າງສົມບູນ ເພື່ອສ້າງຜູ້ຊ່ວຍ AI ສ່ວນຕົວໃນສະມາດໂຟນຈໍພັບທີ່ຈະເຊື່ອມຕໍ່ກັບການບໍລິການຕ່າງໆຂອງ Google ໂດຍກົງເຊັ່ນ: Google Map ແລະ YouTube ເພື່ອຊ່ວຍຄົ້ນຫາ ແລະ ຕອບຄໍາຖາມກ່ຽວກັບເນື້ອຫາ ໃນແອັບໄດ້ທັນທີໃນຮູບແບບ Circle to Search.

ພະລັງ AI ແລະ ການອອກແບບເພື່ອໂລກສີຂຽວ

 ໃນການເປີດໂຕ Galaxy Z Series ໃນຄັ້ງນີ້ ຊໍາຊຸງ ໄດ້ເສີມສ້າງໃຫ້ເຫັນເຖິງຄວາມມຸ່ງໝັ້ນໃນການເຮັດສິ່ງຕ່າງໆ  ເພື່ອຜູ້ຄົນ ແລະ ໂລກໃບນີ້  ດວ້ຍການເພີ່ມການໃຊ້ວັດສະດຸລີໄຊເຄິນໃນສ່ວນປະກອບຕ່າງໆຂອງ Galaxy Z Fold6 ແລະ Flip6  ໃຫ້ຫຼາຍຂຶ້ນ ລວມທັງພາລາສະຕິກ, ອາລູມິນຽມ ແລະ ແກ້ວ. ນັບຄັ້ງທໍາອິດທີ່ມີຄໍາ ແລະ ທອງແດງລີໄຊເຄິນໃນຕົວເຄື່ອງອີກດ້ວຍ ໂດຍທັງໝົດຜະລິດໄດ້ມາດຕະຖານລະດັບພຣີມ້ຽມທີ່ມີຄວາມແຂງແຮງ, ສວຍງາມ, ທົນທານ ແລະ ເປັນມິດກັບສິ່ງແວດລ້ອມ  ເຊັ່ນດຽວກັບກ່ອງບັນຈຸ ທີ່ເຮັດຈາກວັດສະດຸ Recycle 100% ແລະ ນະໂຍບາຍການອັບເດດຊອບແວຣ໌ໃຫ້ຫຼາຍເຖີງ 7 ປີ ເພື່ອຊ່ວຍຍືດອາຍຸ ແລະ ຫຼຸດຜ່ອນຂີ້ເຫຍື້ອອີເລັກໂທຣນິກ.

 ສັ່ງຊື້ມື້ນີ້  ພ້ອມຮັບໂປຣໂມຊັນສຸດຄຸ້ມ ທີ່ Galaxy Experience Space ແລະ ຮ້ານຄ້າທົ່ວປະເທດ.

 ຜູ້ທີ່ສົນໃຈສາມາດເຂົ້າຮ່ວມສໍາຜັດປະສົບການໃນການໃຊ້ Galaxy AI ໄດ້ທີ່ Galaxy Experience Space ທີ່ນະຄອນຫຼວງວຽງຈັນ  ແລະ ເພີດເພີນໄປກັບກິດຈະກໍາຕ່າງໆຂອງ ຊໍາຊຸງ ໃນຕັ້ງແຕ່ວັນທີ 12-28 ກໍລະກົດ 2024 ທີ່ສູນການຄ້າ Parkson ນະຄອນຫຼວງວຽງຈັນ  ພ້ອມຮັບໂປຣໂມຊັນສຸດຄຸ້ມ  ໃນການສັ່ງຊື້ລ່ວງຫນ້າ.

ພິເສດ!  ມີຈໍານວນຈໍາກັດສະເພາະຢູ່ ສປປ ລາວ ເທົ່ານັ້ນ ຜູ້ສັ່ງຈອງ Samsung Galaxy Z Fold6 ຈະໄດ້ຮັບການອັບເກຣດຈາກ 512GB ເປັນ 1TB ແລະ ເຄດໜັງ ພ້ອມຮັບປະກັນໜ້າຈໍແຕກ 1 ປີ ລາຄາ 49,399,000 ກີບ. ມີ 3 ສີໃຫ້ເລືອກຄື:  ສີເງິນ Silver Shadow, ສີບົວ ແລະ ສີຟ້າ Navy ສໍາລັບຜູ້ທີ່ສັ່ງຈອງ Galaxy Z Flip6 ຈະໄດ້ຮັບໂມງ Galaxy Watch FE ແລະ ເຄດໃສ່ພ້ອມແຫວນ  ພ້ອມຮັບປະກັນໜ້າຈໍແຕກ 1 ປີ ໃນລາຄາ 30,999,000 ກີບ ໂດຍມີໃຫ້ເລືອກ 3 ສີເຊັ່ນດຽວກັນ: ສີເງິນ Silver Shadow,  ສີຟ້າ ແລະ ສີເຫຼືອງ.

  ລາຍລະອຽດກ່ຽວກັບຜະລິດຕະພັນ ແລະ ໂປຮໂມຊັນສາມາດຕິດຕາມຂໍ້ມູນເພີ່ມເຕີມໄດ້ທີ່ເວັບໄຊທ໌.  facebook.com/Samsung Laos.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.