Thursday, October 16, 2025
Kbank Laos โอน รับ จ่าย

ຈົບມໍປາຍ ຈະຮຽນຕໍ່ສາຍໃດດີ?

ເມື່ອກ່ອນ ການສຶກສາຖືໄດ້ວ່າມີບັນຍາກາດຄຶກຄື້ນ ແລະ ເປັນຂະບວນການ ຫຼາຍຄົນແຂ່ງກັນຮຽນ ແຂ່ງກັນເສັງເພື່ອຈະໄດ້ເຂົ້າຮຽນສາຍທີ່ຕົນເອງມັກ ແຕ່ຕົກມາຍຸກປັດຈຸບັນນີ້ ດ້ວຍສະພາບເສດຖະກິດ ສະພາບແວດລ້ອມ ແລະ ຫຼາຍຢ່າງໃນສັງຄົມທີ່ຜັນແປໄປ ເດັກນ້ອຍສ່ວນໃຫຍ່ບໍ່ຢາກທີ່ຈະຮຽນຕໍ່, ບາງຄົນກໍຈຳເປັນຕ້ອງອອກໄປເຮັດວຽກເພື່ອຫາເງິນຊ່ວຍຄອບຄົວ, ຫຼາຍຄົນກໍອອກມາປະກອບກິດຈະການເຮັດທຸລະກິດ ເປັນນາຍຂອງຕົນເອງ ແຕ່ບໍ່ວ່າຈະຢ່າງໃດກໍຕາມ ຖ້າຄົນທີ່ມີເງືອນໄຂກໍຍັງສະໜັບສະໜູນໃຫ້ຮຽນຕໍ່ສາຍວິຊາຊີບໃຫ້ຈົບຈະເປັນການດີທີ່ສຸດ.

ສຳລັບນ້ອງໆທີ່ຮຽນຈົບມໍປາຍມາທີ່ກຳລັງຈະສຶກສາຕໍ່ມະຫາວິທະຍາໄລ ຈຳນວນບໍ່ໜ້ອຍທີ່ມີຄຳຖາມນີ້ໃນຫົວ ຫຼື ມັກຈະຖືກຖາມເປັນປະຈຳວ່າ ຈະໄປຮຽນຫຍັງ? ຢາກຈະເປັນຫຍັງ? ແຕ່ໜ້ອຍຄົນທີ່ຈະມາຖາມພ້ອມຄຳຊີ້ແນະໃຫ້ແນວທາງ (ງ່າຍໆຄືຖາມແລ້ວໃຫ້ຄໍາຕອບພ້ອມ) ຖ້າຄົນທີ່ມີສາຍອາຊີບໄວ້ໃນໃຈແລ້ວກໍສະບາຍຖາມມາກະຕອບໄປແບບໂກ້ໆໂລດແຫຼະ ແຕ່ສຳລັບຄົນທີ່ຍັງມຶນງົງບໍ່ມີຂໍ້ມູນຫຍັງໃນຫົວເລີຍ ຄຳຖາມນີ້ຈຶ່ງກາຍເປັນຄຳຖາມທີ່ຕອບຍາກ.

ສຳລັບໃຜທີ່ມີຄຳຖາມນີ້ໃນຫົວ ຫຼື ຍັງບໍ່ໝັ້ນໃຈວ່າຈະຕອບຄົນຕົນເອງ, ຄອບຄົວ ແລະ ຄົນທີ່ຖາມແນວໃດ ລອງມາເບິ່ງແນວທາງລຸ່ມນີ້ໃຫ້ດີ ກ່ອນຈະຕອບໄປວ່າ ບໍ່ຮູ້ເທື່ອ“.

  • ທຳອິດຕ້ອງເບິ່ງຕົນເອງກ່ອນວ່າ ຂ້ອຍແມ່ນໃຜ? ເພາະບໍ່ມີໃຜຈະຮູ້ຈັກເຮົາດີເທົ່າໂຕເຮົາເອງ
  • ລອງຄິດພາບເບິ່ງວ່າ ຢາກເຫັນພາບຕົນເອງເປັນຫຍັງໃນອານາຄົດ
  • ແລ້ວຈຶ່ງມາສຶກສາເບິ່ງວ່າ ມີສາຂາໃດທີ່ກ່ຽວຂ້ອງກັບ ສາຍອາຊີບທີ່ເຮົາຢາກເປັນ

ກ່ອນຈະຕັດສິນໃຈໃຫ້ເລິກເຊິງບໍ່ແມ່ນຜິວເພີນ ເບິ່ງໃຫ້ດີວ່າ ມັນແມ່ນສິ່ງທີ່ເຮົາມັກແທ້ແລ້ວບໍ? ມັນສາມາດສ້າງລາຍໄດ້ ໄດ້ບໍ ແລະ ເປັນທີ່ຕ້ອງການຂອງຕະຫຼາດແຮງງານໃນສັງຄົມບໍ? ແນ່ນອນເວົ້າແບບນີ້ ຫຼາຍຄົນອາດເກີດຄຳຖາມໃນໃຈວ່າ ເດັກມັດທະຍົມຈະຄິດແບບເລິກເຊິງແບບນີ້ໄດ້ແນວໃດ ແຕ່ເຊື່ອວ່າ ບາງຄົນສາມາດຊອກຫາໄດ້ ສຳລັບໃຜທີ່ບໍ່ໝັ້ນໃຈກໍສາມາດສອບຖາມ ປຶກສາ ກັບຄົນທີ່ມີປະສົບການ ເພື່ອໄດ້ຂໍ້ມູນທີ່ຈະແຈ້ງຂຶ້ນ ຮັບຟັງໄດ້ແຕ່ບໍ່ແມ່ນເຊື່ອທຸກຢ່າງ. ສຸດທ້າຍເຮົາກໍຕ້ອງເຊື່ອໂຕເອງຫຼາຍກວ່າ ເພາະຄົນທີ່ຈະຕ້ອງຮຽນ ແລະ ຢູ່ກັບມັນຕັ້ງ 4 ປີບໍ່ແມ່ນຄົນອື່ນ ຄືເຮົາເອງ, ຖ້າຄົນອື່ນເລືອກໃຫ້ ຄົນທີ່ຝືນໃຈອາດແມ່ນເຮົາເອງ ຕອນທຳອິດທີ່ເລືອກແມ່ນຈຸດທີ່ສຳຄັນ ຢ່າໃຫ້ມັນເປັນດັ່ງຄຳວ່າ ຮຽນຜິດສາຍເສຍດາຍຮອດມື້ຈົບ.

ບົດ​ຄວາມ​ທີ່​ຜ່ານ​ມາ
ບົດ​ຄວາມ​ຕໍ່​ໄປ

More from author

Related posts

Latest posts

Vietjet ມອບສ່ວນຫຼຸດ 50%ຖ້ຽວບິນ, ຟຣີຄ່າກະເປົາ ແລະ ອື່ນໆ ສຳລັບນັກທ່ອງທ່ຽວຈາກ ສປປ ລາວ

(ນະຄອນຫຼວງວຽງຈັນ, ວັນທີ 9 ຕຸລາ 2025) – ສາຍການບິນ Vietjet ໄດ້ເລີ່ມຕົ້ນແຄມເປນໂປຣໂມຊັ່ນຄັ້ງໃຫຍ່ທີ່ສຸດຂອງປີ, ໂດຍສະເໜີສ່ວນຫຼຸດຖ້ຽວບິນສູງສຸດ 50%, ຟຣີຄ່າກະເປົ໋າ, ຂໍ້ສະເໜີພິເສດສຳລັບໂຮງແຮມ ແລະ ອື່ນໆ ອີກຫຼາຍຢ່າງໃນຊ່ວງໄລຍະ Super Sale 10 ວັນ ທີ່ມີຈໍາກັດ. ໂປຣໂມຊັ່ນທີ່ໃຫຍ່ທີ່ສຸດຂອງສາຍການບິນໃນປີນີ້ ເຮັດໃຫ້ນັກທ່ອງທ່ຽວຊາວລາວສາມາດເຂົ້າເຖິງການເດີນທາງໃນທ້າຍປີໄປປະເທດຫວຽດນາມ ແລະ ຕ່າງປະເທດໄດ້ງ່າຍຂຶ້ນກວ່າທີ່ເຄີຍ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ມະຫາເສດຖີຍິງຊາວຫວຽດນາມ ຕັ້ງເປົ້າໝາຍການບິນສູ່ສະຫະລັດ ແລະ ການລົງທະບຽນຕະຫຼາດຫຼັກຊັບ Wall Street

Vietjet, ສາຍການບິນທີ່ເຕີບໃຫຍ່ໄວທີ່ສຸດແຫ່ງໜຶ່ງຂອງອາຊີ, ກຳລັງເດີນທາງສູ່ສະຫະລັດ, ໂດຍມີແຜນການທີ່ຈະເປີດຖ້ຽວບິນໂດຍກົງ ແລະ ພິຈາລະນາການລົງທະບຽນໃນຕະຫຼາດຫຼັກຊັບ Wall Street. ຄວາມມຸ່ງມາດປາດຖະໜານີ້ ໄດ້ຖືກເນັ້ນໜັກໃນລະຫວ່າງການໄປຢ້ຽມຢາມຕະຫຼາດຫຼັກຊັບ New York (NYSE) ທີ່ຜ່ານມາ ໂດຍປະທານບໍລິສັດ Vietjet ທ່ານ Nguyen Thi Phuong Thao, ເຊິ່ງໄດ້ຮັບການຕ້ອນຮັບຈາກປະທານບໍລິສັດ NYSE ທ່ານ Lynn Martin.