Vietjet ຫຼຸດຄ່າໂດຍສານລະດັບ Deluxe ເຖິງ 50% ສຳລັບຖ້ຽວບິນທົ່ວພາກພື້ນອາຊີ-ປາຊີຟິກ

*ໂປຣໂມຊັ່ນລ່າສຸດ ພ້ອມກັບແພັກເກັດ 3 in 1 ສຳລັບຜູ້ໂດຍສານປີ້ Deluxe

(ນະຄອນຫຼວງວຽງຈັນ, ວັນທີ 23 ກັນຍາ 2024) -ໃນຕອນນີ້ນັກທ່ອງທ່ຽວສາມາດວາງແຜນການເດີນທາງທີ່ໜ້າຕື່ນເຕັ້ນຄັ້ງໃໝ່ໄດ້ແລ້ວ ເນື່ອງຈາກ Vietjet ໄດ້ເປີດໂປຣໂມຊັນສຳລັບປີ້ Deluxe ດ້ວຍສ່ວນຫຼຸດສູງສຸດ 50% ໃນເຄືອຂ່າຍຖ້ຽວບິນທັງໝົດຂອງ Vietjet ເຊິ່ງລວມມີນະຄອນຫຼວງວຽງຈັນ ແລະ ຫຼາຍໆຈຸດໝາຍປາຍທາງໃນອາຊີ-ປາຊີຟິກ. ທ່ານສາມາດເລີ່ມຈອງປີ້ ແລະ ເດີນທາງໄດ້ຕັ້ງແຕ່ມື້ນີ້ຈົນຮອດວັນທີ 20 ພະຈິກ 2024.

ໂປຣໂມຊັນປີ້ Deluxe, ສຸດຄຸ້ມ ເລີ່ມຕົ້ນພຽງແຕ່ 50 USD (ບໍ່ລວມພາສີ ແລະ ຄ່າທຳນຽມ) ກັບແພັກເກັດ 3 in 1 ພິເສດລວມທັງກະເປົາເຊັກອິນ 20 ກິໂລ, ເລືອກບ່ອນນັ່ງຟຣີ ແລະ ປ່ຽນຖ້ຽວບິນໄດ້ຟຣີອີກດ້ວຍ (ເປັນໄປຕາມຂໍ້ກຳນົດ ແລະ ເງື່ອນໄຂ) ພິເສດສຳລັບຜູ້ໂດຍສານ Deluxe ທີ່ເດີນທາງຈາກ ຫວຽດນາມ ໄປ Melbourne, Sydney ແລະ Brisbane: ສາມາດເພີດເພີນໄປກັບກະເປົາເຊັກອິນ 40 ກິໂລ, ກະເປົາຖືຂຶ້ນເຄື່ອງ 10 ກິໂລ ແລະ ມີອາຫານເຄື່ອງດື່ມຢູ່ເທິງຍົນ. (ເປັນໄປຂໍ້ກຳນົດ ແລະ ເງື່ອນໄຂ) ທ່ານສາມາດຈອງປີ້ໃນມື້ນີ້ທີ່ www.vietjetair.com ແອັບ Vietjet Air ຫຼື ຫ້ອງການຂາຍທົ່ວໂລກ

Vietjet ຍັງສືບຕໍ່ຂະຫຍາຍເສັ້ນທາງການບິນຢ່າງຕໍ່ເນື່ອງ. ເມື່ອບໍ່ດົນມານີ້, ​Vietjet ໄດ້​ເປີດ​ຖ້ຽວ​ບິນ​ເຊື່ອມ​ຕໍ່​ລະຫວ່າງ​​ດາ​ນັງ (ຫວຽດນາມ) ​ແລະ Ahmedabad (ອິນ​ເດຍ), ພ້ອມ​ກັບ​​ເພີ່ມ​ຄວາມ​ຖີ່​ຂອງ​ການບິນ​ໄປ​ຍັງ​ບັນດາ​ເມືອງສຳຄັນ​ຂອງ​ອາຊີ​ຕາ​ເວັນ​ອອກສຽງ​ເໜືອ​ເຊັ່ນ: Busan, Nagoya, Hong Kong, Taipei, Taichung ​ແລະ Kaohsiung ເພື່ອຮອງຮັບເທດສະການປີໃໝ່.

ສຳລັບນັກທ່ອງທ່ຽວຊາວລາວ, Vietjet ຍັງສືບຕໍ່ໃຫ້ບໍລິການ 4 ຖ້ຽວບິນຕໍ່ອາທິດລະຫວ່າງນະຄອນຫຼວງວຽງຈັນ ແລະ ນະຄອນໂຮ່ຈີມິນ ໃນວັນທຸກຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ, ເຊິ່ງຈະເຮັດໃຫ້ນັກທ່ອງທ່ຽວມີໂອກາດໄດ້ສຳຜັດກັບນະຄອນໃຫຍ່ທີ່ສຸດຂອງຫວຽດນາມ ອີກທັງຍັງສາມາດ​ເຊື່ອມ​ຕໍ່​ກັບ​ບັນດາ​ຈຸດໝາຍ​ປາຍທາງ​ອື່ນໆ​ໃນ​ທົ່ວ​ໂລກ​ຢ່າງ​ສະດວກ​ສະບາຍ​ຜ່ານ​ເຄືອ​ຂ່າຍ​ການບິນ​ທີ່​ກວ້າງຂວາງ​ຂອງ Vietjet.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...