Friday, March 21, 2025

ກິນອາຫານແບບໃດ ໃຫ້ຫ່າງໄກພະຍາດຕ່າງໆ ທີ່ມາກັບລະດູຝົນ

ໃນປັດຈຸບັນ ຄົນສ່ວນໃຫຍ່ນິຍົມສັ່ງອາຫານຜ່ານແອັບຕ່າງໆ ແລະ ກໍຍັງມີຄົນອີກກຸ່ມໜຶ່ງ ທີ່ຫັນມາເຮັດອາຫານກິນເອງຫຼາຍຂຶ້ນ ເພື່ອໃຫ້ຄວາມສຳຄັນດ້ານສຸຂະອະນາໄມ, ຄວາມສະອາດຂອງວັດຖຸດິບ ໃນເມນູອາຫານຕ່າງໆ ທີ່ເຮັດຂຶ້ນ.

ສະນັ້ນ, ການເຮັດອາຫານກິນເອງ ຫຼື ຊື້ອາຫານມາກິນ ຈຶ່ງເປັນສິ່ງທີ່ບໍ່ຄວນເບິ່ງຂ້າມ ໂດຍສະເພາະ ໃນຊ່ວງລະດູຝົນທີ່ມີຫຼາກຫຼາຍສາເຫດ ຂອງການເກີດພະຍາດຕ່າງໆ ເຊັ່ນ: ພະຍາດຕິດຕໍ່ທາງເດີນລະບົບຫາຍໃຈ, ພະຍາດຕິດຕໍ່ທີ່ເກີດຈາກຍຸງເປັນພາຫະນະນຳເຊື້ອ, ລວມໄປຮອດພະຍາດຕິດຕໍ່ທາງເດີນອາຫານ ຫາກຄົນເຮົາບໍ່ເບິ່ງແຍງຕົນເອງເປັນຢ່າງດີ.  

ຕໍ່ໄປນີ້ແມ່ນເຄັດບໍ່ລັບໃນການຮັບປະທານອາຫານຢ່າງປອດໄພ ທີ່ເຮັດໄດ້ງ່າຍໆ ເພື່ອເສີີມຄຸນຄ່າທາງໂພສະນາການ ແລະ ສຸຂະພາບທີ່ດີຂອງທຸກຄົນໃນຄອບຄົວ:

1. ຮັບປະທານອາຫານທີ່ປຸງແຕ່ງສຸກໃໝ່ສະເໝີ: ເພື່ອປ້ອງກັນການເກີດຄວາມຜີດປົກກະຕິຂອງທາງເດີນອາຫານ ທີ່ມັກຈະມາພ້ອມກັບລະດູຝົນເຊັ່ນ: ພະຍາດຖອກທ້ອງ, ອາຫານເປັນພິດ ຄວນຫຼີກຫຼ່ຽງການຮັບປະທານອາຫານສຸກໆ ດິບໆ ຄວນຈະປຸງແຕ່ງອາຫານດ້ວຍອຸ່ນຫະພູມຮ້ອນເກີນ 100 ອົງສາ, ສຳລັບນໍ້າດື່ມກໍຄວນຜ່ານການຕົ້ມຕຈົນຟົດກ່ອນ ເພື່ອປ້ອງກັນພະຍາດທີ່ມາກັບຄວາມຊຸ່ນຊື່ນໃນໜ້າຝົນ.

2. ທຳຄວາມສະອາດ ແລະ ເກັບຮັກສາວັດຖຸດິບໃຫ້ສົດໃໝ່: ກ່ອນປຸງອາຫານກໍຄວນລ້າງຜັກ, ໝາກໄມ້ ແລະ ວັດຖຸດິບທຸກຊະນິດໃຫ້ສະອາດ ເກັບຮັກສາດ້ວຍວິທີທີ່ເໝາະສົມ ເພື່ອຊ່ວຍໃຫ້ອາຍຸຍືນ ແລະ ຮັກສາຄຸນຄ່າທາງໂພສະນາການໄວ້ໄດ້ດົນ ການເກັບຊີ້ນ ແລະ ອາຫານທະເລ ກໍຄວນລ້າງທຳຄວາມສະອາດ ແລະ ປະໄວ້ໃຫ້ສະເດັດນ້ຳ ກ່ອນນຳມາແຊໄວ້ໃນຕູ້ເຢັນ ໂດຍໃສ່ໃນກ່ອງທີ່ມີຝາປິດ ເພື່ອຮັກສາຄວາມສົດໃໝ່ສຳລັບຜັກສົດ ຄວນແຍກປະເພດຂອງຜັກ ຈາກນັ້ນຫໍ່ດ້ວຍເຈ້ຍ ຫຼື ຖົງຢາງຊິບລ໊ອກ ແລະ ຄວນເກັບໝາກໄມ້ໄວ້ໃນຖົງຊິບລ໊ອກ ຫຼື ກ່ອງທີ່ມີຮູລະບາຍອາກາດ ເພື່ອບໍ່ໃຫ້ໝາກໄມ້ເກີດຄວາມຊຸ່ມ ຈົນເຮັດໃຫ້ບູດ ຫຼື ເໜົ່າ: ບໍ່ຄວນເກັບຜັກ ແລະ ໝາກໄມ້ ໄວ້ໃນຖົງຢ່າງດຽວກັນ ເນື່ອງຈາກໝາກໄມ້ສຸກ ຈະປ່ອຍອາຍແກັສເອທີລີນ ອອກມາ ເຮັດໃຫ້ຜັກທີ່ຢູ່ໃກ້ກັນເໜົ່າໄວຂຶ້ນ.

3. ລ້າງອຸປະກອນເຄື່ອງຄົວໃຫ້ສະອາດ: ອຸປະກອນເຄື່ອງຄົວຕ່າງໆ ທີ່ຖືກເກັບໄວ້ໃນຕູ້ ຫຼື ຫ້ອຍໄວ້ ຄວນລ້າງໃຫ້ສະອາດກ່ອນໃຊ້ງານເພື່ອປ້ອງກັນເຊື້ອລາ ແລະ ພະຍາດຕ່າງໆ ສຳລັບອຸປະກອນທີ່ໃຊ້ໃນໂຕະອາຫານ ເຊັ່ນ: ບ່ວງ, ໄມ້ຖູ່, ຈານ ແລະ ອື່ນໆ ຫຼັງຈາກລ້າງແລ້ວຄວນເກັບໄວ້ບ່ອນແຫ້ງ ບໍ່ຄວນໃຊ້ຜ້າເຊັດຢ່າງເດັດຂາດ ເພື່ອປ້ອງກັນການປົນເປື້ອນຂອງພະຍາດ.

4. ຫຼີກຫຼ່ຽງອາຫານປຸງສຸກທີ່ປະໄວ້ດົນເກີນໄປ: ອາຫານທີ່ປຸງແຕ່ງແລ້ວທີ່ເກັບຮັກສາໄວ້ດົນກວ່າ 2 ຊົ່ວໂມງ ຄວນອຸ່ນຄືນໃໝ່ ກ່ອນທີ່ຈະຮັບປະທານອີກເທື່ອໜຶ່ງ. ບໍ່ຄວນຮັບປະທານອາຫານທີ່ປຸງສຸກ ທີ່ປະໄວ້ເກີນ 4 ຊົ່ວໂມງ ໂດຍບໍ່ມີການອຸ່ນ, ຖ້າຊື້ອາຫານມາແລ້ວ ຍັງບໍ່ໄດ້ຮັບປະທານເທື່ອ ຄວນເກັບຮັກສາໄວ້ໃນຕູ້ເຢັນ ແລະ ອຸ່ນໃຫ້ຮ້ອນກ່ອນນຳມາຮັບປະທານ ບໍ່ຄວນເກັບອາຫານທີ່ປຸງສຸກແລ້ວໄວ້ໃນຕູ້ເຢັນເກີນ 3-4 ມື້.

ນອກຈາກນີ້ ຖ້າຫາກລືມວາງອາຫານເອົາໄວ້ໃນບ່ອນທີ່ອາກາດຮ້ອນ ປະໄວ້ປະມານ 3-4 ຊົ່ວໂມງ ບໍ່ຄວນນຳມາຮັບປະທານອີກ ເພາະຈະມີເຊື້ອແບັກທີເຣຍ ປະປົນຢູ່ແລ້ວ.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່