Saturday, November 1, 2025
Kbank Laos โอน รับ จ่าย

ເຊເວັ່ນ ອີເລຟເວັ່ນ  ສົ່ງເສີມນະໂຍບາຍ “ສ້າງຄົນ” ຮ່ວມຂັບເຄື່ອນ ເສດຖະກິດ-ສັງຄົມ ລາວ ໃຫ້ພັດທະນາແບບຍືນຍົງ

ເຊເວັ່ນ ອີເລຟເວັ່ນ ໃນ ສປປ.ລາວ ເຊິ່ງບໍລິຫານໂດຍ ບໍລິສັດ ຊີພີ ອໍລ໌ ລາວ ຈໍາກັດ ໃນກຸ່ມ ບໍລິສັດ ຊີພີ ອໍລ໌ ຈຳກັດ (ມະຫາຊົນ) ດໍາເນີນທຸລະກິດໂດຍຍຶດໝັ້ນ “ຄ່ານິຍົມ 3 ປະໂຫຍດ” ຂອງເຄືອຈະເລີນໂພກກະພັນ (Charoen Pokphand Group) ຄືສ້າງປະໂຫຍດໃຫ້ປະເທດ, ປະຊາຊົນ ແລະ ອົງກອນ ແລະ ຂັບເຄື່ອນນະໂຍບາຍແບບຍືນຍົງໂດຍສະເພາະການ “ສ້າງຄົນ” ເພື່ອຮ່ວມພັດທະນາເສດຖະກິດ ແລະ ສັງຄົມລາວໃຫ້ເຕີບໃຫຍ່ແບບຍືນຍົງ.

ໜຶ່ງໃນໂຄງການສ້າງຄົນທີ່  ຊີພີ ອໍລ໌ ດຳເນີນການກໍຄື ໂຄງການທຶນການສຶກສາ ບໍລິສັດ ຊີພີ ອໍລ໌ ຈຳກັດ (ມະຫາຊົນ) ເພື່ອ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (CP ALL SCHOLARSHIP FOR LAOS) ທີ່ດຳເນີນການມາຕັ້ງແຕ່ປີ 2019 ຕໍ່ເນື່ອງມາເປັນປີທີ 6 ແລ້ວ ໂດຍໃຫ້ນັກສຶກສາລາວເຂົ້າມາສຶກສາຕໍ່ໃນສາຂາວິຊາການຈັດການທຸລະກິດການຄ້າສະໄໝໃໝ່ ທີ່ສະຖາບັນການຈັດການປັນຍາພິວັດ (ພີໄອເອັມ) ສະຖາບັນການສຶກສາເພື່ອສັງຄົມໃນກຸ່ມ  ຊີພີ ອໍລ໌ ໃນລະດັບປະລິນຍາຕີພາກພາສາໄທ ແລະ ພາສາອັງກິດ ແລະ ປະລິນຍາໂທດ້ານບໍລິຫານທຸລະກິດ ລວມປິລະ 60 ທຶນ.

ທ່ານ ໄຊໂຣດ ທິວັດໝັ້ນຈະເລີນ Managing Director International ຂອງ  ຊີພີ ອໍລ໌ກ່າວວ່າ ການສຶກສາເປັນພື້ນຖານຂອງການພັດທະນາຊັບພະຍາກອນມະນຸດ ປັດຈຸບັນມີນັກສຶກສາລາວຈາກໂຄງການນີ້ສຳເລັດການສຶກສາໄປແລ້ວ 48 ຄົນ ແລະ ກາຍມາເປັນກໍາລັງຫຼັກຂອງ  ຊີພີ ອໍລ໌ ລາວ 19 ຄົນ ສ່ວນທີ່ເຫຼືອເຖິງແມ່ນວ່າຈະບໍ່ໄດ້ຮ່ວມງານກັບບໍລິສັດ ແຕ່ກໍໄດ້ກັບໄປເປັນກຳລັງສຳຄັນໃນການພັດທະນາປະເທດໃຫ້ເດີນໜ້າໄປຕາມນະໂຍບາຍທີ່ລັດຖະບານລາວໄດ້ວາງໄວ້.

ພີໄອເອັມ ເປັນມະຫາວິທະຍາໄລແຫ່ງເຄືອຂ່າຍ (Network University) ທີ່ຈັດການຮຽນການສອນໃນຮູບແບບ Work-based Education ຄືຮຽນໄປນຳເຮັດວຽກໄປນຳ ນັກສຶກສາຈະໄດ້ເຝິກປະຕິບັດງານກັບສະຖານປະກອບການຊັ້ນນຳເຊິ່ງເປັນເຄືອຂ່າຍຂອງມະຫາວິທະຍາໄລທັງພາຍໃນ ແລະ ພາຍນອກເຄືອຈະເລີນໂພກກະພັນເພື່ອເກັບກ່ຽວປະສົບການຈິງ ກຽມພ້ອມເປັນບັນດິດທີ່ກົງກັບຄວາມຕ້ອງການຂອງຕະຫຼາດແຮງງານ.

ນາງ ອ່ອນຈັນ ວົງມາລາ ນັກສຶກສາຮຸ່ນທໍາອິດທີ່ໄດ້ຮັບທຶນເມື່ອປີ 2019 ແລະ ສໍາເລັດການສຶກສາກັບມາເປັນຂຸມກຳລັງຮຸ່ນບຸກເບີກຂອງ ເຊເວັ່ນ ອີເລຟເວັ່ນ ລາວ ຕັ້ງແຕ່ເປີດສາຂາທຳອິດສຸພານຸວົງ ອະເວນິວ ເມື່ອເດືອນ ກັນຍາ 2023 ແລະ ປັດຈຸບັນເຮັດວຽກຕໍາແໜ່ງຜູ້ຊ່ວຍຜູ້ຈັດການຮ້ານ ກ່າວວ່າ ການຮຽນໄປນໍາເຝິກງານໄປນໍາເຮັດໃຫ້ມີທັກສະໃນການເຮັດວຽກຫຼາຍຂຶ້ນ ແລະ ຍັງໄດ້ຮັບຄ່າຕອບແທນໃນລະຫວ່າງເຝິກງານ ເຮັດໃຫ້ບໍ່ຕ້ອງເດືອດຮ້ອນຄອບຄົວເລື່ອງຄ່າໃຊ້ຈ່າຍ.

ແຕ່ກ່ອນເປັນຄົນຂີ້ອາຍ ບໍ່ກ້າເວົ້າ ແຕ່ເມື່ອມາຮຽນຢູ່ພີໄອເອັມ ໄດ້ເຝິກງານໃນຮ້ານ ເຊເວັ່ນ ອີເລຟເວັ່ນ ພົບປະຄົນຫຼາຍ ເຮັດໃຫ້ກ້າສະແດງອອກຫຼາຍຂຶ້ນ ກ້າເວົ້າ ຮູ້ຈັກແກ້ໄຂບັນຫາສະເພາະໜ້າ ຂອບໃຈ ຊີພີ ອໍລ໌ ທີ່ນອກຈະໃຫ້ທຶນແລ້ວຍັງເຂົ້າມາສ້າງວຽກ ສ້າງອາຊີບໃຫ້ຄົນລາວອີກດ້ວຍ”

ໃນຂະນະທີ່ ນາງ ກິຕ້າ ສິລິປັນຍາ ນັກສຶກສາທຶນທີ່ສໍາເລັດທຶນການສຶກສາດ້ວຍກຽດນິຍົມອັນດັບ 1 ປັດຈຸບັນເຮັດວຽກໃນຕຳແໜ່ງບຸກຄະລາກອນຂອງ ຊີພີ ອໍລ໌ ລາວ ກ່າວວ່າ ບໍ່ເຄີຍຄິດມາກ່ອນວ່າຈະມີໂອກາດມາຮຽນຕໍ່ຕ່າງປະເທດເຊິ່ງຢູ່ ພີໄອເອັມ ທັງຫຼັກສູດ ແລະ ອຸປະກອນການສຶກສາທັນສະໄໝ ຄູອາຈານມີປະສົບການສູງ

“ໄດ້​ມີ​ໂອ​ກາດ​ເຫັນເຕັກ​ໂນ​ໂລ​ຊີ​ ນະວັດຕະກໍາທີ່ທັນສະໄໝ ປະສົບການຈາກການຮຽນໄປນໍາ ແລະ ເຮັດວຽກໄປນໍາ ເຮັດໃຫ້ໄດ້ນໍາມາໃຊ້ໃນການເຮັດວຽກຕົວຈິງ ແລະ​ ຢາກ​ນຳ​ໃຊ້​ຄວາມ​ຮູ້​ທີ່​ໄດ້​ມາ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ບ້ານ​ເກີດ​”

ນາງ ນິຊາ ຂັນຕິສຸກ ອາຍຸ 21 ປີ ຈາກນະຄອນຫຼວງວຽງຈັນ ປະຈຸບັນຮຽນຢູ່ປີ 3 ເລົ່າເຖິງຊີວິດໃນຮົ້ວມະຫາວິທະຍາໄລວ່າ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຕັ້ງແຕ່ມື້ທໍາອິດ ມີກິດຈະກໍາໃຫ້ເຮັດຢູ່ຕະຫຼອດ ສະໜັບສະໜູນ​ໃຫ້​ພັດທະນາ​ຕົນ​ເອງ ໄດ້ເຕີມເຕັມ​ຄວາມ​ຝັນ​ທີ່ຢາກ​ເປັນ​ພິທີ​ກອນຈາກການ​ເຂົ້າ​ຮ່ວມ​ກິດຈະກຳ​ຢູ່​ສະ​ຖາ​ບັນ.

“ຢາກຂອບໃຈ ຊີພີ ອໍລ໌ ທີ່ສະໜັບສະໜູນທຶນນີ້ໃຫ້ນັກສຶກສາທີ່ຂາດແຄນ ບໍ່​ພຽງ​ແຕ່​ຄ່າ​ຮຽນ​ເທົ່າ​ນັ້ນ, ແຕ່​ຍັງ​ມີ​ການ​ສະ​ໜັບ​ສະ​ໜູນ​ ແລະ ​ຄ່າຕອບແທນຈາກການເຝິກງານ ບໍ່ຕ້ອງເປັນພາລະຄອບຄົວ ການເຝິກງານເຮັດໃຫ້ໄດ້ຮຽນຮູ້ການເຮັດວຽກເປັນທີມ ເຝິກການສື່ສານ ຮູ້ຈັກຮັບຜິດຊອບ ແລະ ສາມາດ ເຮັດວຽກພາຍໃຕ້ຄວາມກົດດັນໄດ້ດີ”

ທ້າວ ຄຳປັນ ສິລາເພັດ ອາຍຸ 20 ປີ ຈາກແຂວງຈໍາປາສັກ ນັກສຶກສາຊັ້ນປີທີ 2 ກ່າວວ່າພີໄອເອັມເປັນສະຖາບັນທີ່ມີຊື່ສຽງ ພໍເຂົ້າມາຮຽນແລ້ວກໍປະທັບໃຈໃນລະບົບການຮຽນຄວບຄູ່ໄປກັບການເຝິກປະຕິບັດວຽກຕົວຈິງ ເນັ້ນການປະຍຸກນຳຄວາມຮູ້ມາໃຊ້ໃນຊີວິດຈິງ

ປະສົບການເຝິກງານທີ່ຮ້ານ ເຊເວັ່ນ ອີເລຟເວັ່ນ ມີຄຸນຄ່າຫຼາຍ ໃນອະນາຄົດວາງແຜນຈະນຳຄວາມຮູ້ທຸກຢ່າງທີ່ໄດ້ຮັບໄປໃຊ້ໃນການປະກອບອາຊີບໃນສາຍງານທີ່ຕົວເອງສົນໃຈເພື່ອກ້າວໄປສູ່ອານາຄົດທີ່ດີ ຂອບໃຈ ຊີພີ ອໍລ໌ ຫຼາຍໆ ທີ່ສະໜັບສະໜູນໂອກາດນີ້ໃຫ້ຂ້ອຍ”

ເຊເວັ່ນ ອີເລຟເວັ່ນ ເຂົ້າໄປເປີດໃຫ້ບໍລິການໃນ ສປປ.ລາວ ໄດ້ກວ່າ 1 ປີແລ້ວ ປັດຈຸບັນຂະຫຍາຍໄປແລ້ວ 9ສາຂາ ມີທັງທີ່ຢູ່ໃນຊຸມຊົນ ແລະ ສະຖານີບໍລິການນ້ຳມັນ ທັງໃນນະຄອນຫຼວງວຽງຈັນ ແຂວງຈຳປາສັກ ແຂວງສະຫວັນນະເຂດ ແລະ ແຂວງວຽງຈັນໂດຍ ຊີພີ ອໍລ໌ ມີຄວາມຕັ້ງໃຈໃຫ້ ເຊເວັ່ນ ອີເລຟເວັ່ນ ເປັນອີກໜຶ່ງໃນຄວາມພາກພູມໃຈຂອງຄົນລາວ ບໍລິຫານໂດຍຄົນລາວ ເພື່ອປະໂຫຍດຂອງຄົນລາວ ເຕີບໃຫຍ່ຄຽງຄູ່ໄປກັບ ສປປ.ລາວ ແບບຍືນຍົງ

More from author

Related posts

Latest posts

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.

Vietjet ສະເໜີປີ້ລາຄາສູນເປັນເວລາ 3 ມື້ ເທົ່ານັ້ນ ຈົນຮອດວັນທີ 31 ຕຸລາ 2025

ນະຄອນຫຼວງວຽງຈັນ, ວັນທີ 29 ຕຸລາ 2025 – ເພື່ອສະເຫຼີມສະຫຼອງການເປີດເສັ້ນທາງບິນໃໝ່ໃນທົ່ວພາກພື້ນອາຊີ-ປາຊີຟິກ ແລະ ໄດ້ຮັບການຮັບຮູ້ຈາກສາກົນຄັ້ງຫຼ້າສຸດ, ບໍລິສັດ Vietjet ໄດ້ສະເໜີໂປຣໂມຊັ່ນພິເສດ ປີ້ Eco-tickets ທີ່ເລີ່ມຕົ້ນພຽງແຕ່ $0 ໂດລາສະຫະລັດ (ບໍ່ລວມພາສີ ແລະ ຄ່າທໍານຽມ) ເປັນເວລາສາມມື້ ເລີ່ມແຕ່ວັນທີ 29 ຫາ 31 ຕຸລາ 2025.