ປະເທດລາວ ຕິດອັນດັບ 1 ປະເທດທີ່ມີຄ່າໃຊ່ຈ່າຍໃນການທ່ອງທ່ຽວຖືກທີ່ສຸດ ປີ 2025

ເວັບໄຊ Time Out ຂອງປະເທດອັງກິດ ໄດ້ລາຍງານ Top 15 ປະເທດ ທີ່ມີຄ່າໃຊ້ຈ່າຍ ໃນການເດີນທາງທ່ອງທ່ຽວ ຖືກທີ່ສຸດໃນໂລກ ໃນປີ 2025 ຫຼື The Cheapest Countries to Visit in 2025 ໃນຊ່ວງທີ່ຜ່ານມາ ເຫັນວ່າ ປະເທດລາວເຮົາ ເປັນອັນດັບ 1 ມີຄ່າໃຊ້ຈ່າຍ ໃນການທ່ອງທ່ຽວຖືກທີ່ສຸດໃນປີ 2025 ອັນດັບສອງໄດ້ແກ່ ປະເທດ ກາຊັກສະຖານ ແລະ ອັນດັບ 3 ແມ່ນ Rwanda.

ປະເທດລາວເປັນປະເທດ ທີ່ສວຍງາມເຕັມໄປດ້ວຍທຳມະຊາດ, ວັດທະນະທໍາ, ພູມສັນຖານ ແລະ ຄົນທີ່ເປັນມິດ ເມື່ອນັກທ່ອງທ່ຽວມາແລ້ວຈະສາມາດຮັບປະສົບການທີ່ຫຼາກຫຼາຍໄດ້ບໍ່ວ່າຈະເປັນ ການມ່ວນຊື່ນກັບບຸນທາປະເພນີ, ອ່ອນຊອນໄປກັບວັດທະນາທຳ ຮີດຄອງປະເພນີ, ດົນຕີທີ່ເປັນເອກະລັກ, ພັກຜ່ອນໄປກັບທຳມະຊາດ ແລະ ປະຈົນໄພໄປໃນທີ່ຕ່າງໆໄດ້ຢ່າງທ້າທາຍ ດ້ວຍງົບປະມານທີ່ປະຢັດບໍ່ວ່າຈະເປັນ:

  1. ທີ່ພັກລາຄາບໍ່ແພງ
  2. ການເດີນທາງລາຄາຖືກ
  3. ອາຫານ ແລະ ເຄື່ອງດື່ມ ລາຄາຖືກ ຣົດຊາດດີ
  4. ກິດຈະກໍາ ແລະ ສະຖານທີ່ທ່ອງທ່ຽວ ມີຫຼາກຫຼາຍ
  5. ມີຄວາມອຸດົມສົມບູນທາງດ້ານວັດທະນະທໍາ ແລະ ທິວທັດທຳມະຊາດ
ນອກຈາກນີ້, ປະເທດລາວ ຍັງເປັນປະເທດທີ່ຕ່າງຊາດຍັງບໍ່ຄ່ອຍຮູ້ຈັກ ແຕ່ເມື່ອໃຜໄດ້ມາຢ້ຽມຢາມແລ້ວ ກໍຢາກກັບມາອີກຮອບແນ່ນອນ ນອກຈາກຈະມີຄວາມສວຍງາມ ປະຢັດງົບແລ້ວ ລາວເຮົາຍັງເປັນປະເທດທີ່ສະຫງົບ, ມີຄວາມປອດໄພ ແລະ ມີຫຼາກຫຼາຍຢ່າງໃຫ້ຄົ້ນຫາ ຈຶ່ງເປັນທີ່ຈັບຕາຂອງຕ່າງຊາດ.
 ສຳລັບປີນີ້ ກໍເປັນປີທ່ອງທ່ຽວລາວ ພວກເຮົາຕ້ອງຊ່ວຍກັນຮັກສາຄວາມມີນໍ້າໃຈ, ຮັບແຂກ ຫຼື ຄົນທີ່ມາທ່ຽວ ດ້ວຍຄວາມມີນໍ້າໃຈ, ບໍລິການໃຫ້ດີໃນທຸກດ້ານ, ຫຼີກເວັ້ນການເອົາປຽບສໍ້ໂກງ ທີ່ອາດຈະເປັນພາບລັກທີ່ບໍ່ດີແກ່ນັກທ່ອງທ່ຽວທີ່ເຂົ້າມາທ່ຽວ.

ທີ່ມາ: www.timeout.com

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...