Vietjet ແລະ Castle Lake ເຊັນ (MOU) ສໍາລັບເຮືອບີນ Airbus 4 ລໍາ ມູນຄ່າ 560 ລ້ານໂດລາສະຫະລັດ

(ນະຄອນຫຼວງວຽງຈັນ ວັນທີ 08 ຕຸລາ 2024) – Vietjet ແລະ Castle Lake ບໍລິສັດຈັດການ ການລົງທືນທາງເລືອກລະດັບໂລກທີ່ຊ່ຽວຊານໃນການລົງທືນຊັບສີນທີ່ມີປະສົບການເກືອບ 20 ປີ ໃນດ້ານການລົງທືນ, ການເຊົ່າ ແລະ ການໃຫ້ບໍລິການເຮືອບີນໄດ້ແລກປ່ຽນບັນທືກຄວາມເຂົ້າໃຈ(MOU) ເພື່ອການເງີນຂອງເຮືອບີນ 4 ລໍາ ມີມູນຄ່າ 560 ລ້ານໂດລາສະຫະລັດ

ໃນສ່ວນໜຶ່ງຂອງ MOU, Castle Lake ມີຄວາມຕັ້ງໃຈສະໜອງທຶນໃຫ້ແກ່ເຮືອບິນ Airbus A321neo 4 ລໍາໃໝ່ ແລະ ທັນສະໄໝ  ພາຍໃຕ້ຄໍາສັ່ງຊື້ທີ່ມີຢູ່ຂອງ Vietjet ກັບ Airbus. ເຮືອບິນເຫຼົ່ານີ້ຈະຖືກສົ່ງມອບພາຍໃນປີ 2024. ການເຮັດທຸລະກໍາທີ່ຄາດວ່າຈະປະຕິບັດຕາມຂໍ້ຕົກລົງດ້ານການເງິນທີ່ໄດ້ສໍາເລັດໃນປີ 2023 ສໍາລັບເຮືອບິນ Airbus A321neo 3 ລໍາ ແລະ ວາງພື້ນຖານສໍາລັບການຮ່ວມມືໃນອະນາຄົດກ່ຽວກັບຂໍ້ຕົກລົງດ້ານການເງິນທີ່ກ່ຽວຂ້ອງກັບກອງທັບເຮືອບີນ ທີ່ມີການຂະຫຍາຍຕົວຢ່າງໄວວາຂອງ Vietjet

“Castle lake ຍິນດີທີ່ຈະສືບຕໍ່ສ້າງຄວາມສໍາພັນກັບ VietJet ແລະ ສະໜັບສະໜູນພາລະກິດຂອງ Vietjet ໃນການໃຫ້ບໍລິການການບິນພິເສດໂດຍຜ່ານການແກ້ໄຂການເຊົ່າທາງດ້ານການເງິນຂອງພວກເຮົາ” Chris Buckley, ຄູ່ຮ່ວມງານ ແລະ ຫົວໜ້າຝ່າຍການບິນຂອງ Castle Lake ກ່າວ “ພວກເຮົາຫວັງວ່າຈະສືບຕໍ່ດຳເນີນທຸລະກິດນີ້ ແລະ ຊອກຫາໂອກາດເພີ່ມທະວີການດຳເນີນທຸລະກິດກັບ Vietjet ໃນອານາຄົດ’’

ທ່ານ Dinh Viet Phuong ປະທານຜູ້ບໍລິຫານຂອງ Vietjet ໃຫ້ຮູ້ວ່າ: ສັນຍາທີ່ໄດ້ຮັບການລົງນາມໃນມື້ນີ້ ສອດຄ່ອງກັບກົນລະຍຸດຂອງ Vietjet ໃນການຂະຫຍາຍສາຍການບິນ ແລະ ເຄືອຂ່າຍການບິນທົ່ວໂລກ, ການເຊື່ອມຕໍ່ນັກທ່ອງທ່ຽວກັບຈຸດໝາຍປາຍທາງຂອງໂລກທີ່ໜ້າຕື່ນເຕັ້ນການບໍລິການຂອງພວກເຮົາບໍ່ພຽງແຕ່ເສີມຂະຫຍາຍການທ່ອງທ່ຽວ, ແຕ່ຍັງຊຸກຍູ້ການຂະຫຍາຍຕົວທາງເສດຖະກິດ ແລະ ການແລກປ່ຽນວັດທະນະທໍາລະຫວ່າງປະເທດ ແລະ ທະວີບຕ່າງໆ.

ປັດຈຸບັນ Vietjet ມີເຮືອບິນຫຼາຍກວ່າ 100 ລຳ, ລວມທັງເຮືອບິນລຸ້ນທີ່ທັນສະໄໝ, ປະຢັດນ້ຳມັນ ແລະ ປອດໄພທີ່ສຸດໃນໂລກ ເຊັ່ນ: A320, A321ceo, A321neo A321neo ACF ແລະ  A330. ສາຍການບິນຍຶດໝັ້ນການປົກປັກຮັກສາສິ່ງແວດລ້ອມແລະ ປະສິດທິຜົນດ້ານນ້ຳມັນເຊື້ອໄຟ, ໂດຍມີເປົ້າໝາຍບັນລຸການປ່ອຍອາຍພິດເປັນສູນພາຍໃນປີ 2050. VietJet ໄດ້ຂົນສົ່ງຜູ້ໂດຍສານກວ່າ 200 ລ້ານຄົນ, ໃນນັ້ນມີຫຼາຍລ້ານຖ້ຽວບິນເປັນຄັ້ງທຳອິດ.

ປັດຈູບັນເຮືອບິນລຳໃໝ່, Vietjet ຈະເປີດກວ້າງເຄືອຂ່າຍທັງຢູ່ຫວຽດນາມ ແລະ ສາກົນ. ສຳລັບນັກທ່ອງທ່ຽວຈາກລາວ Vietjet ສະເໜີຖ້ຽວບິນໄປ-ກັບ 4 ຖ້ຽວຕໍ່ອາທິດໃນເສັ້ນທາງນະຄອນຫຼວງວຽງຈັນ-ນະຄອນໂຮ່ຈີມິນ, ຊ່ວຍໃຫ້ເຂົ້າເຖິງຕົວເມືອງໃຫຍ່ທີ່ສຸດຂອງຫວຽດນາມໄດ້ສະດວກ. ຈາກນັ້ນ, ນັກທ່ອງທ່ຽວຍັງສາມາດສຳຫຼວດຈຸດໝາຍປາຍທາງຕ່າງໆໃນພາກພື້ນອາຊີ – ປາຊີຟິກ ແລະ ນອກຈາກນັ້ນຜ່ານເຄືອຂ່າຍການບິນທີ່ກວ້າງຂວາງຂອງ Vietjet.

ສ້າງຕັ້ງຂຶ້ນໃນປີ 2005, Castle lake ໄດ້ລົງທຶນໂດຍກົງຫຼືທາງອ້ອມໃນຫຼາຍກ່ວາ 650 ເຮືອບິນຂອງປະເພດຕ່າງໆ ແລະ ໄດ້ພັດທະນາຄວາມສໍາພັນກັບສາຍການບີນປະມານ 200 ສາຍການບິນກວມເອົາຫຼາຍກ່ວາ 60 ປະເທດທົ່ວໂລກ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...