Tuesday, April 22, 2025

Vietjet ເພີ່ມຖ້ຽວບິນຈາກນະຄອນຫຼວງວຽງຈັນ ແລະ ທົ່ວອາຊີ ພ້ອມກັບໂປຣໂມຊັນດີໆສຸດພິເສດ

*ສ່ວນຫຼຸດສູງສຸດ 100% ໃນວັນທີ 10 ຕຸລາ ແລະ ປີ້ລາຄາ 0 ກີບ ທຸກໆວັນສຸກ.

(ນະຄອນຫຼວງວຽງຈັນ, 9 ຕຸລາ 2024) – ສາຍການບິນ Vietjet ​ເສີມ​ຂະຫຍາຍ​ຄວາມ​ໝັ້ນ​ໃຈ​ຂອງ​ພວກ​ເຮົາ​ໃນ​ການ​ຊຸກຍູ້​ການ​ຄ້າ ​ແລະ ການ​ທ່ອງ​ທ່ຽວ​ລະຫວ່າງ​ລາວ ​ແລະ ຫວຽດນາມ ໂດຍ​ການ​ເພີ່ມ​ຄວາມ​ຖີ່​ຂອງ​ຖ້ຽວບິນ​ລະຫວ່າງ​ນະຄອນຫຼວງ​ວຽງ​ຈັນ ​ແລະ ນະຄອນ​ໂຮ່ຈິ​ມິນ ​ເມືອງ​ທີ່ໃຫຍ່ທີ່ສຸດຂອງ​ຫວຽດນາມ.

ຖ້ຽວບິນຈະເລີ່ມແຕ່ວັນທີ 27 ຕຸລາ 2024 ເປັນຕົ້ນໄປ, ເສັ້ນທາງນີ້ຈະເປີດຖ້ຽວບິນປະຈໍາວັນ ເພີ່ມຂຶ້ນຈາກເກົ່າທີ່ແມ່ນ 4 ຖ້ຽວບິນ ໄປ-ກັບ ຕໍ່ອາທິດ ເຊິ່ງຊ່ວຍສະໜອງທາງເລືອກການເດີນທາງທີ່ປະຢັດໃຫ້ແກ່ນັກທ່ອງທ່ຽວລາວ.

ປີ້ເຮືອບິນນີ້ແມ່ນຈະຂາຍຢູ່ໃນເວັບໄຊທ໌ www.vietjetair.com ແລະແອັບພລິເຄຊັນມືຖື Vietjet Air, ສາມາດຈອງຖ້ຽວບິນໄດ້ເລີຍຕອນນີ້. ນັກທ່ອງທ່ຽວຍັງສາມາດໃຊ້ປະໂຫຍດຈາກໂປຣໂມຊັນຕໍ່ເນື່ອງໄດ້ ໃນວັນທີ 10 ຕຸລາ 2024, ເວລາ 12:00AM ຫາ 11:59PM (UTC+7), ຜູ້ໂດຍສານຍັງສາມາດຮັບສ່ວນຫຼຸດສູງສຸດ 100% ສໍາລັບປີ້ຊັ້ນປະຢັດ (*) ໂດຍໃຊ້ ລະຫັດໂປຣໂມຊັນ VJ1010. ຂໍ້ສະເໜີດີໆນີ້ ແມ່ນໃຊ້ໄດ້ກັບການເດີນທາງລະຫວ່າງວັນທີ 1 ມັງກອນ 2025 ຫາ 22 ພຶດສະພາ 2025 (**) ນອກຈາກນີ້ຍັງມີປີ້ເຮືອບິນຈຳນວນຫຼາຍລ້ານໃບ (*) ສຳລັບທຸກເສັ້ນທາງຂອງ Vietjet ເຊິ່ງວາງຈຳໜ່າຍທຸກໆວັນສຸກ.

ສໍາລັບຜູ້ໂດຍສານທີ່ຊອກຫາປະສົບການທີ່ພຣີມຽມ Vietjet ຍັງໃຫ້ສ່ວນຫຼຸດສູງສຸດ 50% ໃນຄ່າໂດຍສານຊັ້ນ deluxe (*) ສໍາລັບການເດີນທາງຕັ້ງແຕ່ມື້ນີ້ຈົນຮອດວັນທີ 20 ພະຈິກ 2024. ປີ້ເຮືອບິນເຫຼົ່ານີ້ມາພ້ອມກັບສະຫວັດດີການ ສິດທິປະໂຫຍດ 3 ຢ່າງ, ລວມມີ ຄ່າໂຫລດກະເປົາຟຣີສູງສຸດ 40 ກິໂລ, ສາມາດເລືອກບ່ອນນັ່ງໄດ້ຟຣີ ແລະ ປ່ຽນວັນທີເດີນທາງໄດ້ຟຣີ (**)

ການຂະຫຍາຍການບໍລິການຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄດ້ສ້າງໂອກາດທີ່ໜ້າຕື່ນເຕັ້ນສໍາລັບຄົນລາວ ພິ​ເສດ​ແມ່ນ​ຜູ້​ທີ່​ຢາກ​ໄປ​ຢ້ຽມ​ຢາມ​ນະ​ຄອນ​ໂຮ່​ຈິ​ມິນ. ດ້ວຍເວລາການເດີນທາງທີ່ເພີ່ມຂຶ້ນການວາງແຜນການເດີນທາງຂອງທ່ານກໍ່ຈະງ່າຍຂຶ້ນ ເຊິ່ງຈະຊ່ວຍໃຫ້ມີຄວາມສະດວກຫຼາຍຂຶ້ນ ເພື່ອໃຫ້ເໝາະສົມກັບຕາຕະລາງປະຈຳວັນຂອງທ່ານ. ການ​ເພີ່ມ​ຖ້ຽວ​ບິນ​ເຫຼົ່າ​ນີ້ຍັງ​ເພີ່ມ​ທະວີ​ການ​ເຂົ້າ​ເຖິງ​ບັນດາ​ການ​ເຄື່ອນ​ໄຫວ​ທາງທຸລະ​ກິດ, ວັດທະນະທຳ ​ແລະ ການພັກຜ່ອນ​ຢ່ອນ​ອາລົມ​ຢູ່​ນະຄອນ​ຫຼວງທາງ​ພາກ​ໃຕ້​ຂອງ​ຫວຽດນາມ.

ນັກ​ທ່ອງ​ທ່ຽວ​ລາວ​ຍັງສາ​ມາດໄດ້ຮັບປະໂຫຍດຈາກການເຊື່ອມຕໍ່ ທີ່ກວ້າງຂວາງ ຂອງ Vietjet ໄປ​ສູ່​ຈຸດ​ໝາຍ​ປາຍທາງຕ່າງໆ ໃນທົ່ວພາກພື້ນອາຊີປາຊີຟິກ ຜ່ານນະຄອນໂຮ່ຈີມິນ ເພື່ອຮອງຮັບຄວາມຕ້ອງການ ການທ່ອງທ່ຽວທີ່ເພີ່ມຂຶ້ນໃນທ້າຍປີ ແລະ ປີໃໝ່ສາກົນ. ສາຍການບິນຈະເປີດເສັ້ນທາງລະຫວ່າງປະເທດໃໝ່ ແລະ ເພີ່ມຄວາມຖີ່ຖ້ຽວບິນ ລະຫວ່າງຫວຽດນາມ ແລະ ຈຸດໝາຍປາຍທາງສຳຄັນໃນ ອາຊີ

 ຫວຽດນາມ ຈະເລີ່ມໃຫ້ບໍລິການລະຫວ່າງປະເທດໃໝ່ ທີ່ເຊື່ອມຕໍ່ຮ່າໂນ້ຍ ໄປ ກົວລາລຳເປີ ເລີ່ມແຕ່ວັນທີ 28 ພະຈິກ 2024 ແລະ ເລີ່ມໃຫ້ບໍລິການຄືນໃໝ່ໃນເສັ້ນທາງ ໂຮ່ຈີມິນ-ໄຖໜານ ເລີ່ມແຕ່ວັນທີ 12 ທັນວາ 2024. ນອກຈາກນີ້, Vietjet ຍັງໄດ້ເພີ່ມຄວາມຖີ່ໃນຖ້ຽວບິນເສັ້ນທາງ ເຊື່ອມຕໍ່ຮ່າໂນ້ຍ ກັບ Siem Rab, Nagoya ແລະ Busan ​ລວມເຖິງ​ນະຄອນ​ໂຮ່ຈິ​ມິນ ​ໄປ Bali ອີກດ້ວຍ.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.