Sunday, April 12, 2026
Kbank Laos โอน รับ จ่าย
-->

ປະຫວັດ ແລະ ຄວາມເປັນມາ ຂອງ ພຣະປັຈເຈກພຸທທະເຈົ້າ (ພຣະປັດເຈກ) ພຣະພຸດທະຮູບສັກສິດແຫ່ງລໍາແມ່ນໍ້າຂອງ

ອີງຕາມການບອກເລົ່າຂອງພໍ່ເຖົ້າໃຫ່ຍ ທິດຜາຍ, ພໍ່ເຖົ້າໃຫ່ຍຊຽງບຸນທັນ, ພໍ່ເຖົ້າທິດບົວພັນ ພໍ່ເຖົ້າທິດສີພັນ ເຊິ່ງເປັນປະຊາຊົນຊາວບ້ານລາດຫານ ເມືອງງາ ແຂວງ ອຸດົມໄຊ ເລົ່າວ່າ ພຣະປັຈເຈກພຸທທະເຈົ້າ (ພຣະປັດເຈກ) ພຣະອົງນີ້ ມີຊາດ ແລະ ກໍາເນີດມາແຕ່ໃສ່ ສະໄຫມໃດກໍຍັງບໍ່ທັນຊັດເຈນຈະແຈ້ງ ມີແຕ່ຄົນບູຮານໄດ້ເລົ່າສືບໆ ກັນມາວ່າ:

ອາຕິເຕ ກາເລ ໃນອະດີດຕະການນານມາແລ້ວ ສະໄໝໜຶ່ງ ພຣະປັຈເຈກພຸທທະເຈົ້າອົງນີ້ ໄດ້ມາລະສັງຂາຣ ອະນຸປາທິເສສະນິພພານ (ດັບທັ້ງກິເລສທັ້ງເບັນຈະຂັນທ໌) ຢູ່ທີ່ປາກຫ້ວຍປົ້ງ ໃນປັດຈຸບັນ. ແຕ່ຄົນສະໄຫມກ່ອນເອີ້ນວ່າ “ປາກຫ້ວຍປົງສົບຂອງພຣະປັຈເຈກພຸທທະເຈົ້າ” ແລະ ທິດເໜືອຂອງດອນລໍ່າ ປະກົດມີໂງ່ນຫີນໃຫຍ່ເປັນແທ່ນໆຂຶ້ນໄປ… ມີກົ້ກໄຮໃຫຍ່ຕົ້ນໜຶ່ງຢູ່ຫັ້ນ (ຄໍາວ່າ ”ລໍ່າ” ເປັນພາສາລື້ ແປວ່າ ເບິ່ງ ຫຼື ເບິ່ງແຍງ) ຜູ້ຄົນ ຊາວພຸທທະສາສະນິກກະຊົນຈໍານວນຫລວງຫລາຍ ແຖບລ້ອງແມ່ນໍ້າຂອງ ແຖວໆປາກອູຂຶ້ນມາ ໄດ້ເຕົ້າໂຮມກັນມາເບິ່ງ ມາແຍງ ມາເຂົ້າເຝົ້າ ມາປົງສົບ (ສະຣີຣະສັງຂາຣ) ຂອງພຣະປັຈເຈກພຸທທະເຈົ້າ ອົງນີ້ຢູ່ດອນລໍ່າ ດ້ວຍຄວາມໂສກເສົ້າ ອາໄລຮັກ ເຫຼື້ອມໃສສັດທາໃນປະຕິປະທາຂອງພຣະປັຈເຈກະພຸທທະເຈົ້າອົງນີ້.

ຫລັງຈາກສຳເລັດພິທີປົງພຣະສົບ (ວາງພຣະເພີງ) ຂອງພຣະປັຈເຈກະພຸທທະເຈົ້າເປັນທີ່ຮຽບຮ້ອຍແລ້ວ ຊາວບ້ານແຖບນັ້ນໄດ້ມາແກະສະລັກຮູບຫີນປົກງອມ ອົງເກົ່າດັ້ງເດີມຂອງເພິ່ນເອົາໄວ້ທີ່ “ແທ່ນພຣະປັຈເຈກ” ໂຕແທ່ນອົງພຣະປັຈເຈກນີ້ ຊາວບ້ານແຖບນັ້ນໄດ້ມາແກະສະຫລັກພຣະເກດ (ພຣະສຽນ)ໃສ່ ແລະ ມີຮູບຄ້າຍຄືໂຕກຽວ ຫຼື ບູລ໋ອງຕິດຢູ່ຕາມແທ່ນບັນລັງດັ່ງກ່າວນັ້ນ ເຊິ່ງອ້ອມຮອບແຖວໆນັ້ນ ເພິ່ນເອີ້ນວ່າ “ດອນພຣະປັຈເຈກ” ເຕັມໄປດ້ວຍແທ່ນໂງ່ນຫີນໜາມໜໍ່ ແລະ ຕົ້ນອ້ອຍຂີ້ໜູ.

ສຳຫລັບອັດຖິທາດຂອງພຣະປັຈເຈກ (ມີກະດູກຂາ ແລະ ກະດູກແຂນ ແມ່ນເອົາໄປບັນຈຸໄວ້ຜາບ່ອງ) ບ່ອນສ້າງທາງມາໃຫມ່ ທາງທິດຕາເວັນອອກສຽງເໜືອ ຕິດກັບຜານໍ້າຕາ ມີນໍ້າໃສເຢັນ ໄຫຼມາແຕ່ເທິງໜ້າຜາລົງສູ່ແມ່ນໍ້າຂອງ ໃນປັດຈຸບັນນີ້. ເປັນທີ່ກ່າວຂານກັນວ່າ ພຣະປັຈເຈກພຸທທະເຈົ້າມີຍານຍັ່ງຮູ້ ແລະ ມີຄວາມຈົງໃຈ ໃຫ້ເອົາອັດຖິກະດູກຂອງເພິ່ນໄປບັນຈຸໄວ້ຜາບ່ອງຫັ້ນ (ຖ້າເອົາໄປໄວ້ບ່ອນອື່ນຈະບໍ່ມີຄົນມາພົບເຫັນ) ເພື່ອໃຫ້ປະຊາຊົນໄດ້ມາພົບເຈິອັດຖິຂອງເພິ່ນ ແລະ ເພື່ອໃຫ້ເທວະດາ ແລະ ມະນຸດທັງຫລາຍໄດ້ຮັກສາ ສັກກາຣະ ບູຊາ ກາບໄຫ້ວຈົນເຖິງທຸກມື້ນີ້.

#ເຫດການ ຄວາມສັກສິດ ຄວາມຂັງ ແລະ ອະພິນິຫານ ຂອງພຣະປັຈເຈກ.

1. ພໍ່ເຖົ້າໃຫ່ຍ ທິດຜາຍ ຍັງເລົ່າສູ່ຟັງອີກວ່າ ສະໄໝແຕ່ກີ້ນັ້ນ ປະມານ 50 ປີຄືນຫລັງ ບໍ່ສາມາດຖ່າຍຮູບເອົາພຣະປັຈເຈກນີ້ໄດ້ ຖ່າຍຮູບບໍ່ຕິດ ນີ້ກໍເປັນຄວາມສັກສິດ ອະພິນິຫານ ຄວາມມີລິດເດດຂອງພຣະປັຈເຈກ ພຣະອົງນີ້. (ດຽວນີ້ຖ່າຍຮູບໄດ້ແລ້ວ ເພາະພີ່ນ້ອງຊາວບ້ານລາດຫານ ແລະ ພີ່ນ້ອງຊາວບ້ານຄົກຂ້າມ ໄດ້ໄປຂໍອາຣາດທະນາ ໄຫ້ວວອນ ອົງພຣະປັຈເຈກເຈົ້າ ໃຫ້ຖ່າຍຮູບຕິດ ເພື່ອຈະໄດ້ເກັບຮູບຂອງເພິ່ນໄວ້ ສັກກາຣະ ບູຊາກາບໄຫ້ວ ແລະ ບາງຄົນກໍວ່າ ຍ້ອນໂຈນໃຈບາບມາລັກຫຼອຍເອົາຮູບຄ້າຍຄືໂຕກຽວ ຫຼື ບູລ໋ອງຕິດຢູ່ຕາມແທ່ນພຣະໄປຫມົດແລ້ວ ຈຶ່ງຖ່າຍໄດ້ ຖ່າຍຮູບຕິດ ປະມານ 10 ປີມານີ້).

2. ເຫດການທີ່ສອງແມ່ນ ລຸງຊຽງກັນຍາ ພ້ອມດ້ວຍເຮືອຕິດຕາມມານຳກັນ 5-6 ລໍາ ປະມານ 45 ປີຫລັງ ກ່ອນປົດປ່ອຍ ໄດ້ພາກັນຂີ່ເຮືອຂຶ້ນມາຕາມແມ່ນໍ້າຂອງຫາຫມູ່ບ້ານລາດຫານ ຂະນະມາຮອດ “ດອນພຣະປັຈເຈກ” ພໍດີພວກສັດຕູ ຝ່າຍກົງກັນຂ້າມຍິງປືນໃຫຍ່ ມາດສຸກາ 3.5 ຫລາຍລູກໃສ່ແຕ່ບໍຖືກ ພໍດີຕົກໃສ່ແທ່ນບັນລັງພັກເທີ້ງ ດ້ານຫລັງຂອງພຣະປັຈເຈກໃນປັດຈຸບັນນີ້ ແຕ່ບໍ່ແຕກ ນີ້ກໍເປັນຄວາມອັດສະຈັນ ສັກສິດແທ້ໆ. ສະນັ້ນ ປະຊາຊົນຈຶ່ງພາກັນຂົນລູກປືນໃຫ່ຍ ມາດສຸກາ 3.5 ດັ່ງກ່າວ ຖິ້ມລົງນໍ້າຂອງ ນີ້ກໍພິສູດໄດ້ວ່າ ພຣະປັຈເຈກສັກສິດແທ້ໆ.

3. ເຫດການທີ່ສາມແມ່ນ ລຸງທິດຄໍາເພົ້າ ໄທບ້ານລາດຫານ ໄປເປັນເຂີຍຢູ່ບ້ານປາກອູ ກິນເຫຼົ້າເມົາ ແລະ ໄດ້ຂີ່ເຮືອຂຶ້ນມາແຕ່ບ້ານປາກອູຊິເມືອບ້ານລາດຫານ ພໍມາຮອດດອນພຣະປັຈເຈກ ກໍໄດ້ດູຫມິ່ນປະໝາດ ດູຖູກພຣະປັຈເຈກພຸທທະເຈົ້າວ່າ

“ອົງພຣະປັຈເຈກເຈົ້າ ນັ່ງຢູ່ຫມາກຫີນສູງ ຫຍັງບໍເມືອລາດຫານນຳກູ! ນັ່ງຕາຍສັງຢູ່ນີ້!.” ທັນໃດນັ້ນ ເຮືອລາວໄດ້ຫຼົ້ມ ຈົມລົງແມ່ນໍ້າຂອງ (ຊາວບ້ານເອີ້ນວ່າ ວັງພຣະປັຈເຈກ) ຕົກມື້ອື່ນມາ ຫລັງຈາກກັບໄປບ້ານປາກອູແລ້ວ ໄດ້ໄປຮ່ວມງານອອກເດືອນເຂົາ (ອອກກໍາ) ລຸງທິດຄໍາເພົ້າໄດ້ໄປມີປາກມີສຽງກັບຝຣັ່ງຜີວສີ (ຝຣັ່ງດໍາ) ໄດ້ເຕະລຸງທິດເພົ້າຕາຍຄາທີ່ ປະຊາຊົນເຊື່ອກັນວ່າ ຍ້ອນບາບກັມອັນນັ້ນຕາມສະໜອງ ທີ່ລາວໄດ້ດູຫມິ່ນ ດູຖູກພຣະປັຈເຈກ ພຣະອົງນີ້ເອງ.

4. ອີກໄນຍະໜຶ່ງ; ມີເລື່ອງເລົ່າເອົາໄວ້ວ່າ ພຣະຍາມາຣ ຜູ້ໃຈບາບ ໄດ້ຍົກທັບພົນເສນາອາມາດ ມາໂຈມຕີເອົາບັນລັງແທ່ນແກ້ວ ຂອງພຣະປັຈເຈກພຸທທະເຈົ້າ ແຕ່ປະລາໄຊ ດັ່ງນັ້ນ ພຣະປັຈເຈກເຈົ້າ ຈຶ່ງໄດ້ສາບ ແລະ ຈຳແລງພຣະຍາມາຣ ພ້ອມທັງກອງທັບພົນເສນາອາມາດ ໃຫ້ກາຍເປັນໂຕສິງ ແລະ ໂງ່ນຫີນໜາມໜໍ່ເນີ້ງໄປທິດໃຕ້ ເປັນກ້ອນແຖວໆໄປ… ຈົນເຖິງທຸກວັນນີ້.

5. ຫລັງຈາກຫົດສົງອົງພຣະປັຈເຈກເຈົ້າດ້ວຍນໍ້າປູນຂາວແລ້ວ ຕ້ອງໄດ້ອະນາໄມ ເຊັດຫູເຊັດຕາ ເຊັດປາກໃຫ້ເພິ່ນ ຖ້າບໍ່ດັ່ງນັ້ນ ຜູ້ຫົດສົງຈະເກີດພະຍາດເຈັບຕາ ເກີດເປັນຕາແດງ.

6. ມີປີໜຶ່ງ ພີ່ນ້ອງຊາວບ້ານລາດຫານ ແລະ ພີ່ນ້ອງບ້ານໃກ້ເຮືອນຄຽງ ໄດ້ມາຫົດສົງ ແລະ ໃສ່ສັບພະທົນ (ເສດຕະສັດ) ໃຫ້ອົງພຣະປັຈເຈກ (ບັງຫົວ) ໃຫ້ເພິ່ນ. ປີນັ້ນ ເກີດອາເພດ ຟ້າແລ້ງ ຝົນບໍ່ຕົກ ປະຊາຊົນຫມູ່ບ້ານດັ່ງກ່າວ ຈຶ່ງໄປຂໍຄະມາໂທດ ອະໂຫສິກັມນຳພຣະປັຈເຈກເຈົ້າ ຮື້ຖອນສັບພະທົນອອກ ຟ້າຝົນຈຶ່ງຕົກລົງມາ.

7. ປີໃດເກີດຟ້າແລ້ງ ຝົນບໍຕົກ ເຂົ້າຢາກໝາກແພງ ໄທບ້ານລາດຫານ ແລະ ໄທບ້ານໃກ້ເຮືອນຄຽງ ມີຄວາມເຫັນເປັນເອກະພາບກັນແລ້ວ ຈຶ່ງພາກັນໄປຂໍຫົດສົງພຣະປັຈເຈກ ທັນໃດນັ້ນ ຟ້າຝົນກໍຕົກ.. ການຜະລິດ ເຄື່ອງປູກຂອງຝັງ ໄຮ່ນາຂອງປະຊາຊົນກໍໄດ້ຮັບຜົນດີ.

8. ໃນໄລຍະສົງການ ບຸນປີໃຫມ່ລາວ ພໍແຕ່ພີ່ນ້ອງຊາວບ້ານລາດຫານ ບ້ານຄົກຂ້າມ ແລະ ພີ່ນ້ອງບ້ານໃກ້ເຮືອນຄຽງ ເວົ້າລວມເວົ້າສະເພາະ ພີ່ນ້ອງຊາວຫລວງພະບາງແຄມຂອງ ໄດ້ມາຫົດສົງພຣະປັຈເຈກພຸທທະເຈົ້າແລ້ວ ກໍເກີດມີອະພິນິຫານ ຟ້າຮ້ອງຄຳລາມ ຟ້າເຫຼື້ອມ ຟ້າຝົນຕົກ ປະຊາຊົນລ້ອງແຄມຂອງ ຢູ່ຊຸ່ມກິນເຢັນ ສຸກກາຍ ສະບາຍໃຈ ສຸຂະພາບເຂັ້ມແຂງ ປາສະຈາກໂຣກໄພ ອັນຕະລາຍທັງປວງ ຢູ່ເຢັນເປັນສຸກ ນັບແຕ່ອາດີດ ຈົນເຖິງປັດຈຸບັນ ດ້ວຍອານຸພາບແຫຼ່ງພຣະປັຈເຈກພຸທທະເຈົ້າ ພຣະອົງນີ້.

#ໝາຍເຫດ: ອີງຕາມອັດຖະກະຖາ ພຣະໄຕຣປິດົກ ທາງພຸທທະສາສະນາ ໄດ້ເລົ່າໄວ້ວ່າ ເມືອຍຸກໃດ ສະໄໝໃດ ໂລກນີ້ວ່າງຈາກພຣະສັມມາສັມພຸທທະເຈົ້າ (ພຣະພຸທທະເຈົ້າ) ກໍຍຸກນັ້ນແລ ສະໄໝນັ້ນແລ ພຣະປັຈເຈກພຸທທະເຈົ້າ (ພຣະປັດເຈກ) ຈະອຸບັດເກີດຂຶ້ນໃນໂລກ ແລະ ຕຣັດສະຮູ້ທັມຊອບໄດ້ໂດຍພຣະອົງເອງ ຄືມີປັນຍາແຕກຊານ ໃນອະຣິຍະສັຈ 4 ມັຄມີອົງ 8. ໃນໄລຍະນີ້ ພຣະປັຈເຈກ ຈະມາທໍາໜ້າທີ່ໂຜດສັດໂລກ ດ້ວຍການບິນດະບາດ ແນະນຳໃຫ້ທານ ຮັກສາສີລ ແລະ ພາວະນາ. ຢ່າງໃດກໍດີ ພຣະປັຈເຈກພຸທທະເຈົ້າ ບໍ່ສາມາດເທດສະໜາ ສັ່ງສອນບຸກຄົນອື່ນໃຫ້ມີດວງຕາເຫັນທັມ ແລະ ແຕກຊານໃນອະຣິຍະສັຈ 4 ມັຄມີອົງ 8 ເພື່ອໃຫ້ບັນລຸເປັນພຣະອະຣິຍະບຸກຄົນໄດ້ ເພາະພຣະປັຈເຈກບໍ່ບັນລຸ ບໍ່ມີສັບພັນຍູຕະຍານ ຄືດັ່ງພຣະສັມມາສັມພຸທທະເຈົ້າ ແລະ ພຣະປັຈເຈກພຸທທະເຈົ້າ ຈະທະຍອຍນິພພານໄປ ຫລັງຈາກ ພຣະສັມມາສັມພຸທທະເຈົ້າ ອຸບັດເກີດຂຶ້ນໃນໂລກ. ດ້ວຍເຫດນັ້ນ, ຈຶ່ງສັນນິຖານໄດ້ວ່າ ອາຍຸໄຂຂອງ “ພຣະປັຈເຈກ” ອົງທີ່ເຮົາທັງຫຼາຍສັກກາຣະບູຊາ ນັບຖືສູ່ມື້ນີ້ ມີອາຍຸໄດ້ 2500 ກ່ວາປີມາແລ້ວ (ກ່ອນຫນ້າພຸທທະເຈົ້າ). ແຕ່ຖ້າອີງໃສ່ຫຼັກຖານ ພີ່ນ້ອງໄທລາດຫານມາຕັ້ງຖິ່ນຖານຢູ່ບ້ານເກົ່າລາດຫານນີ້ ມີອາຍຸໄດ້ 500 ກ່ວາປີມານີ້).

#ທີ່ປະດິດສະຖານຂອງພຣະປັຈເຈກພຸທທະເຈົ້າ.

ພຣະປັຈເຈກພຸທທະເຈົ້າ (ພຣະປັດເຈກ) ຕັ້ງຢູ່ຝັ່ງຊ້າຍມື ຂຶ້ນກັບເມືອງ ຈອມເພັດ ແຂວງ ຫລວງພະບາງ ແລະ ຢູ່ຕໍ່ໜ້າຫມູ່ບ້ານຄົກຂ້າມ ເຊິ່ງເປັນຝັ່ງຂວາມື ຂຶ້ນກັບເມືອງ ປາກອູ ແຂວງຫລວງພະບາງ ຂັ້ນດ້ວຍແມ່ນໍ້າຂອງ ແລະ ຈາກອົງພຣະປັຈເຈກ ຫາຫມູ່ບ້ານລາດຫານ ເຊິ່ງຕັ້ງຢູ່ຝັ່ງຂວາມື ຂຶ້ນກັບເມືອງ ງາ ແຂວງ ອຸດົມໄຊ ດ້ວຍການຂີ່ລົດ ຫຼື ເຮືອຂຶ້ນມາຕາມລຳແມ່ນໍ້່າຂອງ ປະມານ 2-3 ຫຼັກ.

ປັດຈຸບັນ,ທາງການກໍາລັງສ້າງເຂື່ອນໄຟຟ້າໃສ່ນໍ້າຂອງຫາກສ້າງສໍາເລັດບໍລິເວນທີ່ປະດິດສະຖານຂອງພຣະປັຈເຈກຈະຖືກນໍ້າຖ້ວມປະຊາຊົນໄດ້ສະເໜີຕໍ່ທາງບໍລິສັດເພື່ອຈະໃຫ້ຍ້າຍພຣະປັດເຈກໄປປະດິດສະຖານໄວ້ທີ່ສູງບ່ອນປອດໄພ ແລະສະດວກແກ່ການສັກກາລະບູຊາຂອງປະຊາຊົນ.

#ພິທີຫົດສົງພຣະປັຈເຈກ.

ປົກະຕິແລ້ວ ໃນໄລຍະສົງການ ບຸນປີໃຫ່ມລາວ ເພື່ອບໍ່ເປັນການລະຮີດໃຫ້ໝອງ ບໍ່ລະຄອງໃຫ້ເສົ້າ ພີ່ນ້ອງຊາວບ້ານລາດຫານ ເປັນຜູ້ນຳພາຫລັກ ແລະ ພີ່ນ້ອງຊາວບ້ານຄົກຂ້າມ (ບາງປີກໍມີພີ່ນ້ອງຊາວບ້ານຄົກພຸ ບ້ານຍອຍໄຮ ບ້ານແກ້ງແຄນ ບ້ານລາດຄະມູນ ບ້ານຫ້ວຍຍໍ້ ບ້ານມ່ວງ ບ້ານຄົກ ບ້ານປາກອູ ບ້ານຫ້ວຍກໍ້ ແລະ ພີ່ນ້ອງຊາວຫລວງພະບາງ ມາຮ່ວມພິທີຫົດສົງ) ນຳພາໂດຍຄະນະສົງອົງຄະສາມະເນນພາຍໃນວັດບ້ານລາດຫານເໜືອ ຣັຕຕະນະໂພໄຊຍະຣາມ ແລະ ວັດບ້ານລາດຫານໃຕ້ ຣັຕຕະນະໂພໄຊຍະຣາມ ມີເລຂາພັກບ້ານ ອຳນາດການປົກຄອງບ້ານ ຄະນະບ້ານ ເຖົ້າແກ່ແນວໂຮມ ສະຫະພັນແມ່ຍິງ ແລະ ອອກຕົນຍາດໂຍມ ຍິງ-ຊາຍ ບ່າວສາວນ້ອຍໃຫ່ຍທຸກຖ້ວນໜ້າໄດ້ເຕົ້າໂຮມກັນ ແລະ ຂີ່ເຮືອລ່ອງລົງໄປວັດບ້ານຄົກຂ້າມ ເພື່ອທຳບຸນຖວາຍທານໃຫ້ພຣະພິຂຸສົງສາມະເນນ ຫລັງຈາກສັນເພນແລ້ວ ຄະນະສົງ ແລະ ຊາວບ້ານຈຶ່ງພາກັນໄປສົງນໍ້າພຣະປັຈເຈກຢ່າງມີຄວາມສຸກ ປິຕິມ່ວນຊື່ນໃນບຸນກຸສົນ ເພາະ ພຣະປັຈເຈກພຸທທະເຈົ້ານີ້ ເປັນພຣະສັກສິດ ເປັນທີ່ສັກກາຣະ ບູຊາ ນັບຖື ກາບໄຫ້ວ ແລະ ເປັນພຣະຄູ່ບ້ານຄູ່ເມືອງ ມິ່ງຂັວນຂອງພີ່ນ້ອງຊາວແຄມຂອງ ຕັ້ງແຕ່ດຶກດຳບັນ ຈົນຮອດທຸກວັນນີ້.

1) ຈະປະຕິບັດພິທີຫົດສົງໃນມື້ 8 ຄໍ່າ ເດືອນ 5 ລາວ ຫຼື ມື້ 15 ຄໍ່າ ເດືອນ 5 ລາວ ອີງຕາມສະຖານະການ.

2) ທຳອິດພຣະສົງ ສາມະເນນ ແລະ ອອກຕົນຍາດໂຍມ ຈະພາກັນກາບໄຫ້ວ ບູຊາ ໄຫ້ວພຣະ ແລະ ຮັບສີລໃນເບື້ອງຕົ້ນ.

3) ສາລະວັດ ຫຼືຜູ້ນໍາພາພິທີຈະອາຣາດທະນາ ພຣະປັຈເຈກລົງແທ່ນບັນລັງ ແລະ ກ່າວຄຳຫົດສົງດ້ວຍນໍ້າດອກໄມ້ ນໍ້າອົບນໍ້າຫອມ ແລະ ຫົດສົງດ້ວຍນໍ້າປູນຂາວ ປັກທຸງຫາງ ເພື່ອປະດັບປະດາເອ້ຍ້ອງ ໃຫ້ວິຈິດບັນຈົງ.

4) ສາລະວັດ ຫຼືຜູ້ນໍາພາພິທີຈະອາຣາດທະນາ ພຣະປັຈເຈກຂື້ນສູ່ບັນລັງແທ່ນແກ້ວ.

5) ບາສີ ແລະ ເທດສະຫຼອງ (ອານິສົງການສ້າງພຸທທະປະມາກອຣ) ເປັນອັນຈົບພິທີ.

ນອກຈາກນີ້ ຂາກັບ ພີ່ນ້ອງຊາວບ້ານລາດຫານ ຍັງໄດ້ພາກັນ ຮ່ວມແຮງຮ່ວມໃຈ ສາມັກຄີກັນຕົບພຣະທາດຊາຍ ຢູ່ທີ່ຜາພັງ ຕິດກັບຖໍ້າປອບ ຫ່າງຈາກອົງພຣະປັຈເຈກຂື້ນມາທາງເໜືອ ປະມານ 600 ແມັດ ມີພິທີບວດພຣະເຈດີທາດຊາຍ ປັກທຸງຫາງ ໄຫ້ວພຣະ ຮັບສີລ ແລະ ເທດສະຫຼອງປີໃຫມ່ ສະຫຼອງພຣະທາດຊາຍ ແລະ ຂໍລາບຂໍພອນຈາກພໍ່ແມ່ຄູບາອາຈານ ເປັນອັນຈົບພິທີ.

#ຜູ້ໃຫ້ຂໍ້ມູນ:

1. ພໍ່ເຖົ້າໃຫ່ຍ ທິດຜາຍ ວົງບຸບຜາ ອາຍຸ 90 ປີ (1934) ສັງກັດຢູ່ບ້ານ ລາດຫານ ເມືອງ ງາ ແຂວງ ອຸດົມໄຊ.

2. ພໍ່ເຖົ້າໃຫ່ຍຊຽງບຸນທັນ ພຸມມະວົງ ອາຍຸ 93 ປີ (1931) ສັງກັດຢູ່ບ້ານ ລາດຫານ ເມືອງ ງາ ແຂວງ ອຸດົມໄຊ.

3. ພໍ່ເຖົ້າທິດບົວພັນ ສຸດາຈັນ ອາຍຸ 80 ປີ (1944) ສັງກັດຢູ່ບ້ານ ລາດຫານ ເມືອງ ງາ ແຂວງ ອຸດົມໄຊ.

4. ພໍ່ເຖົ້າທິດສີພັນ ໄຊຍະວົງ ອາຍຸ 76 ປີ (1948) ສັງກັດຢູ່ບ້ານ ລາດຫານ ເມືອງ ງາ ແຂວງ ອຸດົມໄຊ.

#ຄົ້ນຄ້ວາ ແລະ ຮຽບຮຽງໂດຍ:

ເຈົ້າມ່ອມ ທອງພັນ ດວງສະຫວັດ (ມ່ອມແປະ ທັນຕະຈິຕໂຕ)

#ກວດແກ້ ແລະ ພິສູດອັກສອນໂດຍ:

ສາທຸ ບຸນທະວີ ກົມພະພັນ

ພໍ່ອອກຈານພັນ

ພໍ່ອອກທິດແກ້ວ ແສງອາລຸນ

ພໍ່ອອກຊຽງສີ ພອນສະຫວັດ

ພໍ່ອອກຊຽງຜາຍ ສຸກດາລາ

ພໍ່ອອກຊຽງບຸນທັນ ດວງສະຫວັດ

ພໍ່ອອກສຸນທອນ (ຕຸ້ຍ) ໄຊຍະວົງ

More from author

Related posts

Latest posts

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

ຊຳຊຸງເປີດຕົວ Galaxy A57 5G ແລະ Galaxy A37 5G ພ້ອມ Awesome Intelligence ໃນລາຄາທີ່ຄຸ້ມຄ່າ

ຊຳຊຸງລາວ ເປີດຕົວ Galaxy A57 5G ແລະ Galaxy A37 5G ສະມາດໂຟນຊີຣີຍອດນິຍົມລຸ້ນຫຼ້າສຸດ ທີ່ມາພ້ອມກັບນະວັດຕະກຳ Awesome Intelligence ເທິງລະບົບປະຕິບັດການ One UI 8.5 ແລະ ໂປຣໂມຊັນສຸດຄຸ້ມ

Samsung ເປີດຕົວ Galaxy S26 series: ພ້ອມ Galaxy AI ທີ່ເຂົ້າໃຈເຮົາຫຼາຍຂຶ້ນ

ຊຳຊູງລາວເປີດຕົວ Galaxy S26 series ຢ່າງເປັນທາງການ ເພື່ອຕອກຍ້ຳຄວາມເປັນຜູ້ນຳໃນຍຸກມືຖື AI ຜ່ານການປະສານຮາດແວທີ່ມີປະສິດທິພາບສູງ, ຊອບແວທີ່ມີຄວາມອັດສະລິຍະ ແລະ Galaxy AI Generation 3 ທີ່ເຮັດວຽກໄດ້ຢ່າງເປັນທຳມະຊາດ ຊ່ວຍຍົກລະດັບປະສົບການໃນຊີວິດປະຈຳວັນໃຫ້ສະດວກ, ວ່ອງໄວ ແລະ ປອດໄພຫຼາຍຂຶ້ນ.