ປັດຈຸບັນ ມີພໍ່ແມ່ໄວໜຸ່ມຫຼາຍຄົນ ທີ່ມັກລ້ຽງລູກແບບ ງ່າຍໆ ສະບາຍສະບາຍ ປະປ່ອຍໃຫ້ລູກຫຼິ້ນໂທລະສັບ, ຫຼິ້ນເກມຕັ້ງແຕ່ນ້ອຍ ເພາະບໍ່ມີເວລາຫຼິ້ນກັບລູກ, ເຮັດແບບນີ້ມັນກໍມີຜົນດີຫຼາຍຢ່າງ ແຕ່ຜົນເສຍຈະຫຼາຍກວ່າ ເພາະເດັກຍັງຢູ່ໃນໄວຈະເລີນເຕີບໂຕ ຄວນຮຽນຮູ້ສິ່ງຕ່າງໆ ຜ່່ານສະພາບແວດລ້ອມ ການໃຊ້ຊີວິດຕົວຈິງຫຼາຍກວ່າມົກໝຸ່ນຢູ່ກັບ ໜ້າຈໍໂທລະສັບ ຖ້າເຮັດແບບນັ້ນຕິດຕໍ່ກັນຫຼາຍເກີນໄປເດັກອາດມີບັນຫາເຊັ່ນວ່າ:

- ຮ່າງກາຍຜິດປົກກະຕິ: ເຈັບຫົວ ເຈັບຕາ ມືຊາ ເຈັບປວດການຄໍ ແລະ ຍັງສ່ຽງເຮັດໃຫ້ເດັກຫຼັງຄ່ອມ ຫຼື ມີອາການຄໍຢືດໄດ້ຖ້າກົ້ມຫຼິ້ນໂທລະສັບຫຼາຍຈົນເສບຕິດ
- ສະໜອງອາດຈະນ້ອຍລົງ ຂາດການພັດທະນາ: ເດັກທີ່ຫຼິ້ນໂທລະສັບຍາວນານຫຼາຍກວ່າ2 ຊົ່ວໂມງຕິດຕໍ່ກັນເປັນເວລາ 2 ປີ ສ່ຽງເຮັດໃຫ້ສະໜອງພັດທະນາຊ້າ, ສຳມະທິສັ້ນ, ຂາດຄວາມສາມາດໃນການຄິດ ແລະ ແກ້ໄຂບັນຫາ

- ເຂົ້າສັງຄົມຍາກ: ຂາດການປະຕິສຳພັນກັບພໍ່ແມ່ ຫຼື ຄົນໃນຄອບຄົວ ເພາະເວລາສ່ວນຫຼາຍຈະໝົດໄປກັບການຫຼິ້ນໂທລະສັບ ອາດເຮັດໃຫ້ເດັກຂາດທັກສະການເວົ້າ, ການສື່ສານກັບຄົນອື່ນ ຫຼື ບໍ່ກ້າເຂົ້າສັງຄົມເມື່ອເຕີບໃຫຍ່ຂຶ້ນມາ.
- ອາລົມຮຸນແຮງ ເວົ້າຈາບໍ່ມ່ວນ: ອາດຈະເປັນຍ້ອນການໄດ້ຈົດຈໍຢູ່ກັບສິ່ງເກົ່າຊໍ້າໆ ຈົນຊິນເຄີຍພໍບໍ່ໄດ້ແບບທີ່ເຄີຍໄດ້ ຫຼື ບໍ່ໃຫ້ຫຼິ້ນ ອາດຈະຂຶ້ນສຽງ ຮ້ອງໄຫ້ ໂວຍວາຍໄດ້, ເດັກບາງຄົນກໍຮຽນແບບຕົວລະຄອນໃນເກມ ຫຼື ສິ່ງທີ່ຕົນເອງໄດ້ເບິ່ງໄດ້ຊົມ ໄດ້ງ່າຍທີ່ສຸດ ຈົນເກັບເອົາມາເປັນຕົວຕົນຂອງໂຕເອງກໍມີ

ມັນກໍປາສະຈາກບໍ່ໄດ້ທີ່ຈະບໍ່ໃຫ້ເດັກຫຼິ້ນໂທລະສັບເລີຍ ເພື່ອເສີມສ້າງຈິນຕະນາການຕ່າງໆ ໄດ້ຮຽນຮູ້ສິ່ງໃໝ່ ແຕ່ສຳຄັນແມ່ນພໍ່ແມ່ຜູ້ປົກຄອງຕ້ອງເປັນຫົວໃຈຫຼັກໃນການຄວບຄຸມ ເບິ່ງແຍງ ແລະ ຈັດແຈງຕາຕະລາງໃຫ້ລູກຄັກແນະ ເຊັ່ນ: ຫຼິ້ນເປັນເວລາ, ເລືອກສື່, ເກມ ທີ່ເໝາະສົມ, ຫັນມາຫຼິ້ນ ແລະ ສ້າງກິດຈະກຳກັບລູກໃຫ້ຫຼາຍຂຶ້ນ, ມອບຄວາມຮັກ ຄວາມໃສ່ໃຈ ຫຼາຍກວ່າຕາມໃຈ.