Sunday, March 23, 2025

ປະຫຍັດສຸດໆ: ໂປຣໂມຊັນສຸດຄຸ້ມຂອງ Vietjet ບິນຕົງຈາກນະຄອນຫຼວງວຽງຈັນ – ນະຄອນໂຮ່ຈີມິນ ແລະ ເສັ້ນທາງອື່ນໆ

(ນະຄອນຫຼວງວຽງວັນ 15 ຕຸລາ 2024) Vietjet ໃຫ້ຂໍ້ສະເໜີສຸດພິເສດ ຄ່າໂດຍສານລາຄາທີ່ປະຫຍັດ ສຳລັບຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ນະຄອນໂຮ່ຈີມິນ ນະຄອນໃຫຍ່ທີ່ສຸດຂອງຫວຽດນາມ ລວມທັງໂປຣໂມຊັນຈໍານວນຫຼາຍໃນເຄືອຂ່າຍເສັ້ນທາງການບິນ. ປັດຈຸ​ບັນ, ​ເສັ້ນທາງ​ການບິນ​ລະຫວ່າງປະເທດທີ່ເປີດ​ໃໝ່​ພວມ​ໄດ້​ຮັບ​ການ​ປະກາດ ແລະເພີ່ມຖ້ຽວບິນເຊັ່ນກັນ.

ຜູ້ໂດຍສານລາວສາມາດຈອງປີ້ຍົນໄດ້ໃນລາຄາເລີ່ມຕົ້ນພຽງແຕ່ 0 ໂດລາ ສໍາລັບການເດີນທາງລະຫວ່າງວັນທີ 15 ພະຈິກ 2024 ຫາ 22 ພຶດສະພາ 2025 ໂປຣໂມຊັນນີ້ມີ ຮອດວັນທີ 17 ຕຸລາ 2024 ແລະ ກວມເອົາເສັ້ນທາງການບິນທັງໝົດຂອງ Vietjet ລວມທັງເສັ້ນທາງທີ່ສໍາຄັນ ນະຄອນຫວງວຽງຈັນ-ໂຮ່ຈີມິນ

ຜູ້ໂດຍສານຍັງສາມາດໄດ້ຮັບສ່ວນຫຼຸດ 50% ສໍາລັບປີ້ Deluxe ໃນທຸກເສັ້ນທາງ Vietjet ທີ່ມາພ້ອມກັບສິດທິປະໂຫຍດເພີ່ມເຕີມລວມທັງການໂຫຼດກະເປົາຟຣີ, ການເລືອກບ່ອນນັ່ງ, ແລະການປ່ຽນແປງກຳນົດການເດີນທາງໄດ້. ໂປຣໂມຊັນນີ້ໃຊ້ໄດ້ສຳລັບການຈອງຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 20 ພະຈິກ 2024 ສາມາດຈອງບ່ອນນັ່ງໄດ້ທີ່ເວັບໄຊwww.vietjetair.com ຫຼືແອັບພລິເຄຊັນມືຖື Vietjet Air ຫຼື ຫ້ອງຂາຍປີ້ ແລະ ຕົວແທນທົ່ວໂລກ.

ຕົ້ນເດືອນນີ້ Vietjet ປະກາດຖ້ຽວບິນເພີ່ມເຕີມໃນເສັ້ນທາງ ນະຄອນຫຼວງວຽງຈັນ-ໂຮ່ຈິມິນ ຈາກ 4 ຖ້ຽວບິນໄປກັບຕໍ່ອາທິດ ເປັນ 7 ຖ້ຽວຕໍ່ອາທິດ, ເລີ່ມແຕ່ວັນທີ 27 ຕຸລາ 2024 ເປັນຕົ້ນໄປ. ການຂະຫຍາຍເສັ້ນທາງດັ່ງກ່າວ ຊ່ວຍເພີ່ມໂອກາດໃນການເດີນທາງ ເພື່ອປະສົບການກັບບັນຍາກາດທີ່ຄຶກຄື້ນ ປະສົມປະສານກັບທຸລະກິດ, ວັດທະນະທໍາ  ແລະ ກິດຈະກໍາພັກຜ່ອນຢູ່​ພາກ​ໃຕ້​ຂອງ​ຫວຽດນາມ

Vietjet ຍັງເພີ່ມຖ້ຽວບິນໃນເສັ້ນທາງອື່ນ ບໍ່ວ່າຈະເປັນຈາກຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ເຊິ່ງເປັນສອງສູນກາງທີ່ໃຫຍ່ທີ່ສຸດ ​ເພື່ອ​ຮອງ​ຮັບ​ຄວາມ​​ຕ້ອງການ​ ການທ່ອງທ່ຽວ​ໃນ​ທ້າຍ​ປີ ​ແລະ ​ໃນ​ໂອກາດ​ເທສະການປີ​ໃໝ່ສາກົນ. ສາຍ​ການ​ບິນ​ຈະ​ຟື້ນ​ຟູ​ການ​ບໍ​ລິ​ການ​ຄືນ​ໃໝ່​ໃນ​ເສັ້ນ​ທາງ​ນະ​ຄອນ​ໂຮ່​ຈິ​ມິນ-ໄຕ​ນານ ທີ່ຈະ​ເລີ່​ມ​ແຕ່​ວັນ​ທີ 12/12/2024 ​ເປັນ​ຕົ້ນ​ໄປ ແລະ ເປີດ​ເສັ້ນທາງ​ເຊື່ອມ​ຕໍ່​ລະຫວ່າງ​ສອງ​ນະຄອນ​ໃນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ຮ່າ​ໂນ້ຍ – ກົວ​ລາ​ລຳ​ເປີ ​ແຕ່​ວັນ​ທີ 28 ພະຈິກ 2024, ຖ້ຽວ​ບິນ​ຈາກ​ຮ່າ​ໂນ້ຍໄປ​ສຽມຣຽບ, ປູ​ຊານ, ນາ​ໂກ​ຢາ, ຮິ​ໂຣຊິ​ມາ ​ແລະ ຈາກ​ນະຄອນ ​ໂຮ່ຈີ​ມິນ ​ໄປ​ເກາະ​ບາ​ຫຼີ ຈະມີການເພີ່ມຖ້ຽວບິນຕື່ມອີກດ້ວຍ.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່