Monday, April 21, 2025

Vietjet ເປີດເສັ້ນທາງການບິນລະຫວ່າງ Daegu–Nha Trang, ເພື່ອຍົກລະດັບການເຂົ້າເຖິງຫາດຊາຍທີ່ດັງທີ່ສຸດຂອງຫວຽດນາມ

(ນະຄອນຫຼວງວຽງຈັນ 29 ຕຸລາ 2024)– ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ດ້ານ​ການທ່ອງທ່ຽວ​ທີ່​ເພີ່ມ​ຂຶ້ນ Vietjet ​ໄດ້​ເປີດ​ບໍລິການ​ໂດຍ​ກົງ​ຄັ້ງ​ທີ 12 ລະຫວ່າງ ​ສ.​ເກົາຫຼີ ​ແລະ ຫວຽດນາມທີ່ເຊື່ອມ​ຕໍ່​ລະຫວ່າງນະຄອນຮ່າ​ຢາງ ​ເປັນດີນແດນ​ທະ​ເລ​ທີ່​ສວຍ​ງາມ​ປະຈຳ​ຫວຽດນາມ ກັບ ​ນະຄອນ Daegu ເມືອງທີ່​ຄຶກຄື້ນ. ເສັ້ນ​ທາງ​ໃໝ່​ນີ້​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ຂອງ Vietjet. ໂດຍ​ສະ​ເພາະ​ແມ່ນ​ມີ​ຜົນ​ດີ​ຕໍ່​ນັກ​ທ່ອງ​ທ່ຽວ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ລວມທັງນັກທ່ອງທ່ຽວຈາກລາວທີ່ກໍາລັງຊອກຫາທາງເລືອກໃນການຂົນສົ່ງທີ່ສະດວກສະບາຍ ສໍາລັບການເດີນທາງ ບໍ່ວ່າຈະເປັນແບບທຸລະກິດ ແລະ ການພັກຜ່ອນ.

Vietjet ໄດ້ສະໜອງ 7 ຖ້ຽວບິນໄປກັບຕໍ່ອາທິດ, ເສັ້ນ​ທາງ​ໃໝ່​ນີ້​ນຳສະເໜີບໍລິການ​​ນັກ​ທ່ອງ​ທ່ຽວ​ຈາກ Daegu ແລະ​ ເຂດ​ອ້ອມ​ຂ້າງ​ເດີນ​ທາງ​ໄປ​​ເມືອງເຂດຮ້ອນໃນ​ຫວຽດ​ນາມ ພ້ອມ​ທັງ​ຢືນຢັນເຖິງ​ເຄືອ​ຂ່າຍ​ການບິນ​ທີ່​ກວ້າງຂວາງ​ລະຫວ່າງ​ສອງ​ປະ​ເທດນີ້. ເພື່ອເປັນການສະເຫຼີມສະຫຼອງການເປີດຕົວ, Vietjet ກຳລັງສະເໜີໂປຣໂມຊັນສຸດພິເສດຢູ່ໃນເວັບໄຊ www.vietjetair.com ແລະ ແອັບມືຖື Vietjet Air ສຳລັບນັກທ່ອງທ່ຽວທີ່ຕ້ອງການສຳພັດກັບຫາດຊາຍທີ່ສວຍງາມຂອງ Nha Trang ແລະ ແສງແດດທີ່ງົດງາມ. ນອກຈາກນີ້, ຜູ້ໂດຍສານທຸກຄົນທີ່ບິນກັບ Vietjet ຍັງໄດ້ຮັບປະກັນໄພຂອງ SkyCare ຟຣີ.

ປັດຈຸບັນ, ນັກທ່ອງທ່ຽວຈາກລາວສາມາດໃຊ້ປະໂຫຍດຈາກເຄືອຂ່າຍການບິນຂອງ Vietjet ເດີນທາງໄປຍັງຫວຽດນາມ, ເກົາຫຼີໃຕ້ ແລະ ປະເທດອື່ນໆໄດ້ອິກດ້ວຍ. ເສັ້ນທາງການບິນຈາກ Nha Trang ໄປ Daegu ແມ່ນເກີດຂຶ້ນໃນຂະນະ Vietjet ເພີ່ມຄວາມຖີ່ຂອງຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ນະຄອນໂຮ່ຈີມິນ ເມືອງທີ່ໃຫຍ່ທີ່ສຸດຂອງຫວຽດນາມ. ເລີ່ມ​ແຕ່​ວັນ​ທີ 27/10/2024, Vietjet ຈະ​ໃຫ້​ບໍ​ລິ​ການ ການເດີນທາງ​ທຸກ​ວັນ​ໃນ​ເສັ້ນ​ທາງ​ທີ່​ສຳ​ຄັນ​ນີ້ ໂດຍເພີ່ມຂຶ້ນອີກສີ່ຖ້ຽວບິນຕໍ່ອາທິດ. ສິ່ງນີ້ເຮັດໃຫ້ນັກທ່ອງທ່ຽວຈາກລາວມີທາງເລືອກທີ່ຫຼາຍຂຶ້ນໃນການບິນທີ່ສະດວກສະບາຍ ແລະ ລາຄາທີ່ປະຢັດ.

Nha Trang ຫຼື ຮູ້ຈັກໃນນາມ “ໄຂ່ມຸກຂອງທະເລຕາເວັນອອກ” ແມ່ນມີຊື່ສຽງສໍາລັບນ້ຳທະເລສີຟ້າທີ່ສົດໃສ ຫາດຊາຍທີ່ບໍລິສຸດ ແລະ ຣີສອດແຄມທະເລທີ່ຫຼູຫຼາ ພ້ອມກັບບັນຍາກາດທີ່ອົບອຸ່ນ ແລະ ມີແສງແດດຕະຫຼອດປີ. Nha Trang ​ແມ່ນ​ສະຖານ​ທີ່​ພັກຜ່ອນ​ຢູ່​ແຄມ​ທະ​ເລ ເຊິ່ງເໝາະສໍາລັບຜູ້ທີ່ຕ້ອງການຜ່ອນຄາຍ ຫຼື ເພີດເພີນກັບກິລາທາງນ້ຳທີ່ໜ້າຕື່ນເຕັ້ນ. ອອກໄປສຳຫຼວດອຸທະຍານເຂດຮ້ອນ ບ່ອນທີ່ມີພູມສັນຖານແຄມທະເລທີ່ຂຽວສົດງົດງາມ ແລະ ຍັງມີຕະຫຼາດທ້ອງຖິ່ນທີ່ຄຶກຄື້ນ ຊີວິດກາງຄືນທີ່ມ່ວນຊື່ນ ແລະ ອາຫານທະເລຫວຽດນາມແຊບໆ​ແມ່ນກຳລັງ​ລໍ​ຖ້າ​​ທ່ານຢູ່​!

ເສັ້ນ​ທາງ​ໃໝ່ Nha Trang-Daegu ​ໄດ້​ເສີມ​ຂະ​ຫຍາຍ​ເຄືອ​ຂ່າຍ​ການບິນອັນ​ກວ້າງ​ຂວາງ​ຂອງ Vietjet ລະ​ຫວ່າງ ສ​.ເກົາຫຼີ ແລະ ຫວຽດນາມ ເຊິ່ງໃຫ້ບໍລິການຜູ້ໂດຍສານເກືອບ 11 ລ້ານຄົນນັບແຕ່ປີ 2014, Vietjet ດຳເນີນ 12 ເສັ້ນທາງໂດຍກົງທີ່ເຊື່ອມຕໍ່ບັນດານະຄອນໃຫຍ່ຂອງ ສ.ເກົາຫຼີ, ນະຄອນ Busan, Daegu ກັບບັນດາເມືອງທ່ອງທ່ຽວ ແລະ ເມືອງໃຫຍ່ຂອງຫວຽດນາມ, ໃນນັ້ນມີນະຄອນຮ່າໂນ້ຍ, ນະຄອນໂຮ່ຈີມິນ, ນະຄອນດານັງ, ຍາຈາງ, ຟູ໋ກວກ, ຫາຍຟອງ ໂດຍມີຖ້ຽວບິນຫຼາຍກວ່າ 300 ຖ້ຽວບິນຕໍ່ອາທິດ. ເພື່ອໃຫ້ຕົວເລືອກການເດີນທາງທີ່ສະດວກສະບາຍສໍາລັບທັງທຸລະກິດ ແລະ ການພັກຜ່ອນ.

​ເມື່ອ​ບໍ່​ດົນ​ມາ​ນີ້ Vietjet ​ໄດ້​ຕ້ອນຮັບ​ເຮືອບິນ​ລຳ​ໃໝ່​ ​ແລະ ຄາດ​ວ່າ​ຈະ​ຈັດສົ່ງ​ສິນຄ້າ​ເພີ່ມເ​ຕີມໃນ​ທ້າຍ​ປີ​ນີ້ ພ້ອມດ້ວຍລູກເຮືອທີ່ເປັນມືອາຊີບ ແລະ ມີຄວາມເອົາໃຈໃສ່ຕໍ່ການປະຕິບັດວຽກງານຂອງສາຍການບິນ ຄາດວ່າຈະຕອບສະໜອງຄວາມຕ້ອງການທີ່ເພີ່ມຂຶ້ນເຮັດໃຫ້ຜູ້ໂດຍສານສຳພັດກັບປະສົບການການບິນທີ່ດີເລີດໃນການເດີນທາງຂອງພວກເຂົາ.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.