Thursday, March 20, 2025

Vietjet ແລະ Emirates ຮ່ວມມືກັນຂະຫຍາຍການເຊື່ອມຕໍ່ການບິນສາກົນເພື່ອຊຸກຍູ້ການຄ້າ ແລະ ການທ່ອງທ່ຽວ

(ນະຄອນຫຼວງວຽງຈັນ, ວັນທີ 31 ຕຸລາ 2024) – Vietjet ແລະ Emirates ໄດ້​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ (MOU) ເພື່ອ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່ ແລະ ສະ​ໜອງ​ທາງ​ເລືອກ​ທີ່ຫຼາກຫຼາຍໃນ​ການ​ເດີນ​ທາງ​ທີ່​ກວ້າງ​ຂວາງ​ລະ​ຫວ່າງ​ນະ​ຄອນ​ສຳ​ຄັນ​ຂອງ​ຫວຽດ​ນາມ ແລະ Dubai ເມືອງທີ່ສຳຄັນຂອງສະຫະລັດອາຣັບເອມີເຣດ ​​ລວມເຖິງ​ຈຸດໝາຍ​ປາຍທາງ​ອື່ນໆ, ​ໂດຍ​ມີ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ Pham Minh Chinh ​ໄດ້​ເຂົ້າ​ຮ່ວມ​ພິທີ​ລົງ​ນາມ​ທີ່​ເວທີ​ປາ​ໄສ​ທຸລະກິດ ຫວຽດນາມ – UAE. ສັນຍາ​ດັ່ງກ່າວ​ແນ່​ໃສ່​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງ​ດ້ານ​ການທ່ອງທ່ຽວ ​ແລະ ການ​ຄ້າ. ລະຫວ່າງ​ສອງ​ປະ​ເທດ ສິ່ງນີ້​ຈະ​ເປີດ​ໂອ​ກາດໃນ​ດ້ານ​ເສດ​ຖະ​ກິດ ແລະ ການ​ຄ້າ​ໃນຮູບແບບໃໝ່.

ຂໍ້​ຕົກລົງ​ດັ່ງກ່າວ​ຈະ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ຂອງ Emirates ກັບ​ບັນດາ​ຈຸດໝາຍ​ປາຍທາງ​ທີ່​ນິຍົມ​ໃນ​ເຄືອ​ຂ່າຍ​ພາຍ​ໃນ ​ແລະ ພາກ​ພື້ນ​ຂອງ Vietjet ຜ່ານ Hanoi, Ho Chi Minh ​ແລະ Danang, ເຊິ່ງ​ຈະ​ຊ່ວຍ​ໃຫ້​ຜູ້ໂດຍສານ Vietjet ​ເຂົ້າ​ເຖິງ​ເຄືອ​ຂ່າຍ​ທົ່ວ​ໂລກ​ຂອງ Emirates ຜ່ານ​ສູນ​ກາງຂອງ Dubai. ດ້ວຍ​ນະ​ໂຍບາຍ​ສະໜອງ​ການ​ບໍລິການ​ທີ່​ສະດວກ ສາຍ​ການ​ບິນ​ທັງ​ສອງ​ຍັງ​ຊອກ​ຫາ​​ໂອ​ກາດ​ເພື່ອ​ພັດ​ທະ​ນາ​ເຕັກ​ໂນ​ໂລ​ຊີ​ໃໝ່ໆ ແລະ​ ການ​ຫັນ​ເປັນ​ດິ​ຈິ​ຕອນ​ໃນ​ອຸດ​ສາ​ຫະ​ກໍາ​ການ​ບິນ.

Adnan Qassem, ຮອງປະທານ Emirates ແລະ ຫົວໜ້າເຈົ້າໜ້າທີ່ການຄ້າ ກ່າວວ່າ: “ຫວຽດ​ນາມ ແມ່ນ​ຕະ​ຫລາດ​ທີ່​ມີ​ກາ​ນເຂົ້າເຖິງ​ໂອ​ກາດ​ຫລາຍ​ຢ່າງ ເພື່ອ​ຊຸກ​ຍູ້​ການ​ທ່ອງ​ທ່ຽວ ແລະ ການ​ຄ້າ. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ​ຈະ​ຂະຫຍາຍ​ຖານ​ຢູ່​ຫວຽດນາມ ຮ່ວມ​ກັບ Vietjet ​ແລະ ຊອກ​ຮູ້​ໂອກາດ​ເພື່ອຂະຫຍາຍການ​ຮ່ວມ​ມື​ໃນ​ອະນາຄົດ.”

Dinh Viet Phoung, CEO ຂອງ Vietjet ກ່າວວ່າ: “ພວກເຮົາຂໍຂອບໃຈ Emirates ສໍາລັບຄວາມໄວ້ວາງໃຈໃນການຮ່ວມມືຂອງພວກເຮົາກັບ Vietjet ເພື່ອສ້າງຄວາມເຂັ້ມແຂງເຄືອຂ່າຍການບິນຂອງພວກເຮົາ ແລະ ເພີ່ມທະວີການເຊື່ອມຕໍ່ຜູ້ໂດຍສານ ດ້ວຍການບໍລິການທີ່ມີລະດັບຂອງ Emirates. ຜູ້ໂດຍສານ Vietjet ສາມາດເຂົ້າເຖິງຈຸດໝາຍປາຍທາງທົ່ວໂລກດ້ວຍລາຄາທີ່ມີການແຂ່ງຂັນສູງ ທີ່ຈະສາມາດສະໜັບສະໜູນ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ ​ແລະ ວັດທະນະທຳ​ລະຫວ່າງ ຫວຽດນາມ ​ແລະ ສະຫະລັດອາຣັບເອມີເຣດ.”

Vietjet ແມ່ນສາຍການບິນຊັ້ນນໍາຂອງຫວຽດນາມ ທີ່ມຸ່ງໝັ້ນສືບຕໍ່ຂະຫຍາຍເຄືອຂ່າຍການບິນ ແລະ ການຮ່ວມມືສາກົນ ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ໂດຍສານ ແລະ ຊຸກຍູ້ການພັດທະນາແບບຍືນຍົງ. Emirates ສ້າງຕັ້ງຂຶ້ນໃນປີ 1985 ເປັນໜຶ່ງໃນສາຍການບິນທີ່ໃຫຍ່ທີ່ສຸດ ແລະ ເປັນສາຍການບິນທີ່ຖືກຍອມຮັບທີ່ສຸດທົ່ວໂລກ ເຊິ່ງໃຫ້ບໍລິການຫຼາຍກວ່າ 140 ຈຸດໝາຍປາຍທາງໃນ 6 ທະວີບ.

ນັກ​ທ່ອງ​ທ່ຽວ​ຈາກ​ປະ​ເທດ​ລາວ​ມີ​ໂອ​ກາດ​ໄປ​ທ່ອງ​ທ່ຽວ​ໃນ​ພາກ​ພື້ນ​ຕ່າງໆ ​ແລະ ​ທ່ອງ​ທ່ຽວ​ໄປຫຼາຍປະເທດ​ທົ່ວ​ໂລກ​ໂດຍ​ຜ່ານຈຸດເຊື່ອມຕໍ່​ນະ​ຄອນ​ໂຮ່​ຈິ​ມິນ​ໄດ້ຢ່າງ​ສະ​ດວກ​ສະບາຍ ລວມເຖິງບັນດາເມືອງທີ່ສໍາຄັນອື່ນໆຂອງຫວຽດນາມ.Vietjet ມີຖ້ຽວບິນປະຈໍາວັນໃນເສັ້ນທາງນະຄອນຫຼວງວຽງຈັນ – ນະຄອນໂຮ່ຈີມິນ ແລະ ອີກເສັ້ນທາງທີ່ມີການເຊື່ອມຕໍ່ທີ່ຫຼາກຫຼາຍໂດຍຜ່ານເຄືອຂ່າຍການບິນທີ່ກວ້າງຂວາງ.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່