Friday, April 25, 2025
Kbank Laos โอน รับ จ่าย

Vietjet ລາຍງານຜົນປະກອບການທີ່ພົ້ນເດັ່ນໃນໄຕມາດທີ 03 ປະຈໍາປີ 2024 ພ້ອມຂະຫຍາຍຖ້ຽວບິນກັບເຮືອບີນໃໝ່

(ນະຄອນຫຼວງວຽງຈັນ, ວັນທີ 4 ພະຈິກ 2024) – Vietjet Aviation Joint Stock Company ໄດ້ປະກາດຜົນປະກອບການທີ່ໜ້າພໍໃຈ ໃນຊ່ວງເວລາ 9 ເດືອນແລກຂອງປີ 2024 ໂດຍສາມາດຮັກສາການດຳເນີນງານ ທີີ່ໝັ້ນຄົງໃນຫວຽດນາມ ພອ້ມກັບການຂະຫຍາຍເຄືອຂ່າຍລະຫວ່າງປະເທດເພື່ອຕອບສະໜອງຄວາມຕອ້ງການທີ່ເພີ່ມຂື້ນ ໃນຜູ້ໂດຍສານ 200 ລ້ານຄົນ

ໃນຊ່ວງເວລາດຽວກັນນີ້ Vietjet ຂົນສົ່ງຜູ້ໂດຍສານທີ່ມີຫຼາຍກວ່າ 19.6 ລ້ານຄົນ, ໂດຍຜ່ານ 104,000 ຖ້ຽວບີນ ເຊີ່ງເພີ່ມຂື້ນ 6% ແລະ 2% ເມື່ອທຽບກັບປີທີ່ແລ້ວ ສາຍການບີນມີຜູ້ໂດຍສານລະຫວ່າງປະເທດຫຼາຍກວ່າ 2.54 ລ້ານຄົນ ເພີ່ມຂື້ນ 9,1% ເມື່ອທຽບກັບປີທີ່ຜ່ານມາ

ລາຍຮັບຈາກການຂົນສົ່ງທາງອາກາດ ໃນຊ່ວງເວລານີ້ຢູ່ທີ່ 51.7 ລ້ານລ້ານດົງ (ປະມານ 44.8 ລ້ານລ້ານກີບ) ແລະ ລາຍຮັບລວມຢູ່ທີ່ 52.2 ລ້ານລ້ານດົງ (ປະມານ 45.25 ລ້ານລ້ານກີບ), ເຊີ່ງມີການເຕີບໂຕ 32% ແລະ 19% ເມື່ອມາປຽບທຽບກັບປີທີ່ແລ້ວ

Vietjet ມີຖ້ຽວບີນທີ່ປະກອບດວ້ຍເຮືອບີນ 85 ລໍາ ໂດຍມີອັດຕາການໃຊ້ບອ່ນນັ່ງສະເລ່ຍທີ່ 87% ແລະ ອັດຕາຄວາມໜ້າເຊື່ອທາງເທັກນິກທີີ່ສູງເຖີງ 99,7%.

ສາຍການບີນນີ້ ໃຫ້ບໍລິການທັງໝົດ 155 ເສັ້ນທາງ ໂດຍ 112 ເສັ້ນທາງເປັນເສັ້ນທາງລະຫວ່າງປະເທດ ປັດຈຸບັນມີຖ້ຽວບີນກົງທຸກມື້ ຈາກນະຄອນຫຼວງວຽງຈັນ ໄປຫາ ນະຄອນໂຮ່ຈີມີນ ເມືອງທີ່ໃຫຍ່ທີີ່່ສຸດໃນຫວຽດນາມ ພ້ອມເຊື່ອມຕໍ່ໄປຫາຈຸດໝາຍປາຍທາງອື່ນໆ ທົ່ວພາກພື້ນອາຊີປາຊີຟີກ ຜ່ານເຄືອຂ່າຍຖ້ຽວບີນທີ່ກວ້າງຂວາງ

Vietjet ໄດ້ເປີດໂຕບໍລິການບິນໂດຍກົງໄປຫາປະເທດອີນເດຍ, ອົດສຕຣາລີ ແລະ ຈີນ, ລວມເຖີງການເພີ່ມຄວາມຖີ່ຂອງຖ້ຽວບີນ ໃນຫຼາຍເສັ້ນທາງໄປຍັງເກົາຫຼີໃຕ້, ຍີ່ປຸ່ນ ແລະ ໃຕ້ຫວັນ, ນອກຈາກນີ້ຍັງມີການຈັດໂປຣໂມຊັນໃນເສັ້ນທາງລະຫວ່າງປະເທດ ເພື່ອສົ່ງເສີມການທອ່ງທ່ຽວໃນຊ່ວງເທສະການປີໃໝ່ທີ່ຈະມາຮອດນີ້

ດວ້ຍການເຕີບໂຕຂອງຜູ້ໂດຍສາຍຢ່າງແຂງແຮງ Vietjet ຕອ້ນຮັບຜູ້ໂດຍສານທີ່ 200 ລ້ານຄົນ, ໃນໄຕມາດທີ 3 ຂອງປີ 2024 ເຊີ່ງຖືເປັນກ້າວສໍາຄັນໃນການເຊື່ອມຕໍ່ລະຫວ່າງຫວຽດນາມກັບທົ່ວໂລກ ແລະ ສົ່ງເສີມການທ່ອງທ່ຽວ ການຄ້າ ແລະ ການລົງທືນລະຫວ່າງປະເທດ.

ໃນການ Farnborough International Airshow ເດືອນກໍລະກົດ Vietjet ໄດ້ເຊັນສັນຍາກັບ Airbus ເພື່ອຊື້ເຮືອບີນ A330neo ໃໝ່ 20 ລຳ, ມູນຄ່າລວມ 7.4 ພັນລ້ານໂດລາສະຫະລັດ. (ປະມານ 162 ລ້ານລ້ານກີບ) ແລະ ໃນເດືອນຕຸລາ ສາຍການບີນໄດ້ຮັບເຮືອບີນໃໝ່ 3 ລໍາ ແລະ ຈະຍັງຄົງສົ່ງມອບເຮືອບີນທີ່ເປັນມິດກັບສີ່ງແວດລອ້ມຫຼາຍກວ່າໃນໄຕມາດທີ 4 ນີ້

ນອກຈາກນີ້ຍັງເຮັດສັນຍາກັບບໍລິສັດການບີນ ແລະ ອາວະກາດຊັ້ນນໍາ ລວມເຖີງ Rolls-Royce ແລະ Lufthansa Technik ໂດຍຢືນຢັນຄວາມມຸ່ງໝັ້ນໃນການລົງທືນໃນໂຊລູຊັນ ແລະ ບໍລິການເທັກໂນໂລຊີ ການບີນທີ່ທັນສະໄໝເພຶ່ອຮັກສາມາດຕະຖານສູງສຸດຂອງຄວາມປອດໄພ ແລະ ຄຸນນະພາບ.

Vietjet ເປັນຜູ້ນຳໃນການຫຼຸດຜອ່ນການປອ່ຍມົນລະພຶດ ແລະ ສົ່ງເສີມການພັດທະນາທີ່ຢັ້ງຢືນ (ESG) ໂດຍການພັດທະນາການວິໄຈ ແລະ ການໃຊ້ເຊື້ອເພີິງ ການບີນທີ່ຢັ້ງຢືນ (SAF) ສາຍການບີນຮ່ວມມືກັບ suppliers ລະຫວ່າງປະເທດທີ່ມີຊື່ສຽງ ເພື່ອສະໜັບສະໜຸນ SAF ແລະ ບໍລິການດ້ານເທັກນິກສໍາຫຼັບເຮືອບີນທີ່ທັນສະໄໝ. ທີ່ສອດຄອງກັບພາລະກິດຂອງຕົນເພື່ອເຮັດໃຫ້ຜູ້ຄົນຫຼາຍລ້ານຄົນ, ສາມາດເຂົ້າເຖີງການບີນໄດ້ Vietjet ຍົກລະດັບການບໍລິການຜູ້ບໍລິໂພກໃນເວທີການຄ້າອີຄອມເມີຊຂອງຕົນ, ໂດຍຈັດລະດັບຄວາມສຳຄັນຂອງບຸລິມະສິດການປະດິດສ້າງດ້ານດິຈິຕອນ  ເພື່ອຄວາມສະດວກ ແລະ ຄວາມເພີ່ງພໍໃຈສູງສຸດຂອງຜູ້ໂດຍສານ.

More from author

Related posts

Latest posts

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.

Vietjet ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ, ສະ​ເໜີ​ທາງ​ເລືອກ​ທີ່ຫຼາກຫຼາຍ​ ​ໃນການ​ທ່ອງ​ທ່ຽວ​ຫວຽດນາມ​ໃນ​ລະດູ​ຮ້ອນ​ນີ້

(ນະຄອນຫຼວງວຽງຈັນ, ວັນທີ 23 ເມສາ 2025) – Vietjet ເປີດຕົວ 2 ເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດຕົວເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.

3 ເດືອນຕົ້ນປີ 2025 ຫຼວງພະບາງ ມີນັກທ່ອງທ່ຽວເຂົ້າມາ 1 ລ້ານກວ່າຄົນ ເກັບລາຍຮັບໄດ້ 584 ລ້ານກວ່າໂດລາ.

ອີງຕາມຂໍ້ມູນຈາກ ທ່ານນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ໃຫ້ຮູ້ວ່າ: ໃນ 3 ເດືອນຕົ້ນປີ 2025 ທີ່ຜ່ານມາ, ມີນັກທ່ອງທ່ຽວເດີນທາງເຂົ້າມາທ່ຽວຊົມແຂວງຫຼວງພະບາງ ທັງໝົດ 1,167,581 ເທື່ອຄົນ, ທຽບໃສ່ໃນໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 722 ,679 ເທື່ອຄົນ, ເທົ່າກັບ 162%;