Sunday, April 20, 2025

ກຽມຕົວຮັບມືແນວໃດດີ? ເມື່ອອາກາດເລີ່ມໜາວແລ້ວ!

ກ້າວເຂົ້າສູ່ເດືອນພະຈິກແລ້ວ ກໍນັບວ່າເຂົ້າສູ່ຊ່ວງປາຍຝົນຕົກໜາວ ອາກາດກໍປ່ຽນແປງ ເລີ່ມມີລົມພັດແຮງໃນຫຼາຍພື້ນທີ່ ຫຼາຍຄົນກໍມັກຄິດວ່າ ເຢັນສະບາຍດີ ແຕ່ຮູ້ບໍ່ວ່າ ອາກາດແບບນີ້ຈະເຮັດໃຫ້ເຮົາເຈັບປ່ວຍໄດ້ງ່າຍກວ່າປົກກະຕິ.

ເນື່ອງຈາກອາກາດໜາວເຢັນ ຈະສົ່ງຜົນໃຫ້ເຊື້ອພະຍາດ ຫຼື ໄວຣັສ ແຜ່ກະຈາຍໄດ້ດີ ໂດຍສະເພາະແມ່ນກຸ່ມຄົນທີ່ ພູມຄຸ້ມກັນຕໍ່າ ກໍມັກພົບບັນຫາເລື່ອງສຸຂະພາບ ເພາະຮ່າງກາຍອາດຈະປັບຕົວບໍ່ທັນ ບໍ່ວ່າຈະເປັນເດັກນ້ອຍ, ຜູ້ໃຫຍ່ ຫຼື ຄົນທີ່ສູງອາຍຸກໍຕາມ ເຊິ່ງອາການປ່ວຍທີ່ເຫັນໄດ້ຫຼາຍກໍແມ່ນ ໄຂ້ຫວັດ, ໂຣກປອດບວມ, ພູມແພ້, ໂຣກຫອບຫືດ ແລະ ອື່ນໆ.

ເພື່ອໃຫ້ຮ່າງກາຍສ້າງພູມຄຸມກັນທີ່ດີ ແລະ ຫຼີກຫຼ່ຽງອາການເຈັບປ່ວຍ ແລະ ໂຣກຮ້າຍຕ່າງໆ ນີ້ ເຮົາຕ້ອງໃສ່ໃຈເລື່ອງການຢູ່, ການກິນ ໃຫ້ຫຼາຍຂຶ້ນ ເຊັ່ນ:

– ໃສ່ເສື້ອຜ້າທີ່ເໝາະສົມກັບສະພາບອາກາດໃນແຕ່ລະທ້ອງຖິ່ນ ແລະ ແຕ່ລະມື້ ບໍ່ໃສ່ໜາ ຫຼື ບາງເກີນໄປ (ສຳຄັນແມ່ນເດັກນ້ອຍຕ້ອງເອົາໃຈໃສ່ຫຼາຍກວ່າປົກກະຕິ)

– ກິນອາຫານທີ່ມີປະໂຫຍດ: ພະຍາຍາມໃຫ້ຄົບ 5 ໝູ່ ເນັ້ນພືດຜັກ ແລະ ໂປຣຕີນ ໂດຍສະເພາະກໍແມ່ນທາດເຫຼັກ ເພາະຈະຊ່ວຍປ້ອງກັນໄຂ້ຫວັດ ແລະ ເຮັດໃຫ້ຮ່າງກາຍມີພູມຕ້ານທານໄດ້ດີ.

– ພະຍາຍາມຢູ່ໃນບ່ອນທີ່ມີອາກາດຖ່າຍເທດີ ບໍ່ໄປໃກ້ຄົນ ຫຼື ສະຖານທີ່ ທີ່ມີຄົນຕິດເຊື້ອພະຍາດຕ່າງໆ.

– ງົດການດື່ມສິ່ງມຶນເມົາ, ຫຼີກຫຼ່ຽງການສູບຢາ ຫຼື ສິ່ງເສບຕິດຕ່າງໆ ເພາະມັນຈະເຮັດໃຫ້ຮ່າງກາຍອ່ອນແອສ່ຽງຕໍ່ການຕິດເຊື້ອພະຍາດໄດ້ງ່າຍ.

– ຮັກສາສຸຂະສຶກສາໃຫ້ດີ ທັງອາຫານການກິນ, ທີ່ຢູ່ອາໃສໃຫ້ສະອາດ ສຳຄັນໝັ່ນລ້າງມືໃຫ້ສະອາດຢູ່ສະເໝີ

– ດື່ມນໍ້າໃນປະລິມານທີ່ພໍດີ ແລະ ທີ່ສຳຄັນແມ່ນກິນວິຕາມິນເສີມ ເພື່ອໃຫ້ຮ່າງກາຍແຂງແຮງຂຶ້ນ

ນີ້ກໍເປັນພຽງບາງວິທີໃນການຮັກສາສຸຂະພາບໃນຊ່ວງອາກາດໜາວ ເຖິງຕອນນີ້ໃນລາວເຮົາ ອາກາດຈະຍັງບໍ່ໜາວຫຼາຍແຕ່ກໍເລີ່ມປ່ຽນຈາກຮ້ອນແຮງມາເປັນເຢັນລົງແລ້ວ ສະນັ້ນ, ກຽມພ້ອມໄວ້ເປັນການດີ ເພື່ອສຸຂະພາບຂອງຕົນເອງ ແລະ ຄົນທີ່ເຮົາຮັກ ໃຫ້ປອດໄພຈາກພະຍາດ ໂຣກຮ້າຍຕ່າງໆ.

ບົດ​ຄວາມ​ທີ່​ຜ່ານ​ມາ
ບົດ​ຄວາມ​ຕໍ່​ໄປ

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.