Friday, November 7, 2025
Kbank Laos โอน รับ จ่าย

VietJet ສະເຫຼີມສະຫຼອງວັນແມ່ຍິງສາກົນ ດ້ວຍສ່ວນຫຼຸດ 83% ຂອງທຸກໆຖ້ຽວບິນ

(ນະຄອນຫຼວງວຽງຈັນ, 03 ມີນາ 2025) – ເນື່ອງໃນໂອກາດວັນແມ່ຍິງສາກົນ ວັນທີ 08 ມີນາ, VietJet Air ໄດ້ຈັດ ໂປຣໂມຊັນພິເສດ. ສະເໜີປີ້ຍົນ Economy Class 83,000 ປີ້, ຫຼຸດສູງສຸດ 83% (ບໍ່ລວມພາສີ ແລະ ຄ່າທໍານຽມ) ສໍາລັບການຈອງລະຫວ່າງວັນທີ 3-5 ມີນາ 2025, ໂດຍໃຊ້ລະຫັດສ່ວນຫຼຸດ VJ83 ຜ່ານເວັບໄຊ ທາງການຂອງ VietJet. (www.vietjetair.com) ແລະ ແອັບມືຖື VietJet Air

ໂປຣໂມຊັນພິເສດ 3 ມື້ ກວມເອົາເຄືອຂ່າຍການບິນທັງໝົດຂອງ VietJet ສໍາລັບການເດີນທາງລະຫວ່າງວັນທີ 17 ມີນາ ຫາ 22 ພຶດສະພາ 2025 (ບໍ່ລວມວັນພັກລັດຖະການ ແລະ ຊ່ວງລະດູການທ່ອງທ່ຽວ), ເປັນການເປີດໂອກາດໃຫ້ແກ່ນັກເດີນທາງມາທ່ອງທ່ຽວປະເທດຫວຽດນາມ ໃນຊ່ວງລະດູໃບໄມ້ປົ່ງ. ບໍ່ວ່າທ່ານກໍາລັງຊອກຫາບ່ອນພັກຜ່ອນທີ່ຫາດຊາຍ ການປະຈົນໄພທີ່ໜ້າຕື່ນເຕັ້ນ ຫຼື ການຊອກຫາສະຖານທີ່ ທີ່ romantic ຢ່າພາດໂອກາດພິເສດນີ້ເພື່ອສະເຫຼີມສະຫຼອງວັນແມ່ຍິງໃນຊີວິດຂອງທ່ານດ້ວຍການເດີນທາງທີ່ໜ້າອັດສະຈັນ!

ສໍາລັບຜູ້ໂດຍສານຈາກປະເທດລາວ VietJet ໃຫ້ບໍລິການຖ້ຽວບິນໂດຍກົງເຊື່ອມຕໍ່ນະຄອນຫຼວງວຽງຈັນກັບ ນະຄອນໂຮ່ຈີມິນ ແລະ ຮ່າໂນ້ຍ ເຊິ່ງເປັນສອງນະຄອນໃຫຍ່ທີ່ສຸດຂອງປະເທດຫວຽດນາມ ນັກທ່ອງທ່ຽວຈະມີ ຫຼາຍທາງເລືອກໃນການບິນໄປຍັງຕົວເມືອງໃຫຍ່ ແລະ ແຫຼ່ງທ່ອງທ່ຽວທີ່ນິຍົມຂອງປະເທດຫວຽດນາມ ແລະ ທົ່ວອາຊີ ລວມເຖິງປະເທດອົດສະຕຣາລີ.

ປະເທດຫວຽດນາມແມ່ນມີຊື່ສຽງດ້ານວັດທະນະທຳທີ່ອຸດົມສົມບູນ ມີພູມສັນຖານທີ່ສວຍງາມ ແລະ ອາຫານ ທີ່ມີຊື່ສຽງລະດັບໂລກ. ນອກຈາກ ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນແລ້ວ, ນັກທ່ອງທ່ຽວຍັງສາມາດຊົມວິວທິວທັດ, ຫາດຊາຍແດນຂອງນະຄອນດານັງ, ຍາຈາງ ແລະ ຟູກວັກ ຫຼື ສະຖານທີ່ສິ່ງມະຫັດສະຈັນທີ່ເປັນມໍລະດົກໂລກຂອງອ່າວ ຮ່າລອງ, ນິງບິ່ງ, ໂຮ້ຍອານ ແລະ ເຫັວ.

VietJet ມີເຄືອຂ່າຍການບິນພາຍໃນປະເທດທີ່ເຂັ້ມແຂງຢູ່ຫວຽດນາມ ແລະ ຍັງສືບຕໍ່ຂະຫຍາຍບັນດາສະຖານທີ່ທ່ອງທ່ຽວທົ່ວໂລກ. ໃນເດືອນມີນາແລະເດືອນເມສາປີ 2025, ສາຍການບິນຈະເປີດເສັ້ນທາງການບິນໃໝ່ທີ່ເຊື່ອມຕໍ່ນະຄອນໂຮ່ຈິມິນ ແລະ ຮ່າໂນ້ຍ ກັບ ປັກກິ່ງ ແລະ ກວາງໂຈ່ວ. ລວມທັງເສັ້ນທາງຈາກນະຄອນໂຮ່ຈີມິນໄປ Bangalore ແລະ Hyderabad.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.