Friday, March 21, 2025

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ


ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.

ດັ່ງນັ້ນ, ການສຶກສາທີ່ເໝາະສົມກັບຍຸກປັດຈຸບັນ ຕ້ອງປັບຕົວໃຫ້ທັນກັບການປ່ຽນແປງເຫຼົ່ານີ້ເພື່ອກຽມຄົນລຸ້ນໃໝ່ໃຫ້ພ້ອມສໍາລັບອະນາຄົດບໍ່ວ່າຈະເປັນ:

  • ການສຶກສາທີ່ປະສົມປະສານເຕັກໂນໂລຊີ: ບໍ່ຄວນຈຳກັດພຽງແຕ່ໃນຫ້ອງຮຽນ ຫຼື ໃນປຶ້ມແບບຮຽນເທົ່ານັ້ນ ຄວນເພີ່ມເຕັກໂນໂລຊີເຂົ້າຊ່ວຍເຊັ່ນ: ການຮຽນຜ່ານອອນລາຍ, ວິດີໂອການສຶກສາ, ແລະ ແອັບພິເຄຊັນການຮຽນຮູ້ ສາມາດເຮັດໃຫ້ການສຶກສາເຂົ້າເຖິງໄດ້ງ່າຍຂຶ້ນ ແລະ ມີຄວາມຫຼາກຫຼາຍ.
  • ຕ້ອງເພີ່ມທັກສະແບບໃໝ່ທີ່ຈຳເປັນ: ໃນຍຸກນີ້, ຄວາມຮູ້ພື້ນຖານຢ່າງດຽວບໍ່ພຽງພໍ ຕ້ອງໄດ້ຮຽນຮູ້ ແລະ ສຶກສາທັກສະຕ່າງໆທີ່ສັງຄົມຕ້ອງການ ບໍ່ວ່າຈະເປັນ ທັກສະດິຈິຕອລ (Digital Skills), ການຄິດວິເຄາະ (Critical Thinking), ການແກ້ບັນຫາ (Problem Solving), ແລະ ການສື່ສານທີ່ມີປະສິດທິພາບ. ການສຶກສາຄວນມີການຝຶກຝົນໃຫ້ນັກຮຽນສາມາດນຳໃຊ້ເຄື່ອງມືດິຈິຕອລ ແລະ ປັບຕົວເຂົ້າກັບການປ່ຽນແປງທີ່ເກີດຂຶ້ນຢ່າງໄວວາ.
  • ການສຶກສາຂອງເຮົາຄວນມີລັກສະນະ ຮຽນຮູ້ຕະຫຼອດຊີວິດ: ບໍ່ແມ່ນຮຽນຈົບແລ້ວຈົບເລີຍ. ການຮຽນຮູ້ຕ້ອງດໍາເນີນໄປຢ່າງຕໍ່ເນື່ອງຕະຫຼອດຊີວິດ (Lifelong Learning). ບໍ່ວ່າຈະເປັນການຮຽນຮູ້ທັກສະໃໝ່ໆ, ການປັບປຸງຄວາມຮູ້ເກົ່າໃຫ້ທັນສະໄໝ, ຫຼື ການສຶກສາເພື່ອປ່ຽນອາຊີບ, ການຮຽນຮູ້ຕະຫຼອດຊີວິດຈະເປັນກຸນແຈທີ່ຊ່ວຍໃຫ້ຄົນສາມາດຢູ່ລອດ ແລະ ເຕີບໂຕໃນສັງຄົມທີ່ມີການປ່ຽນແປງຢູ່ຕະຫຼອດໄດ້
  • ການສຶກສາທີ່ເນັ້ນໃສ່ຄວາມສ້າງສັນ: ປັດຈຸບັນ ປັນຍາປະດິດສາມາດເຮັດວຽກໄດ້ຫຼາຍຢ່າງ, ສິ່ງທີ່ມະນຸດຍັງມີເໜືອກວ່າແມ່ນຄວາມສ້າງສັນ (Creativity), ສະນັ້ນ ການສຶກສາຄວນສົ່ງເສີມໃຫ້ນັກຮຽນຄິດນອກກອບ, ທົດລອງແນວຄິດໃໝ່ໆ, ແລະ ກ້າທີ່ຈະສ້າງສິ່ງທີ່ແຕກຕ່າງ. ການສອນທີ່ເນັ້ນໃສ່ໂຄງການ ຫຼື ການຮຽນຮູ້ແບບປະສົມປະສານ ສາມາດຊ່ວຍພັດທະນາຄວາມສ້າງສັນໄດ້ດີ.

ໂດຍລວມແລ້ວ ການສຶກສາທີ່ເໝາະສົມກັບຍຸກປັດຈຸບັນຕ້ອງເປັນການສຶກສາທີ່ມີຄວາມຍືດຫຍຸ່ນ, ປະສົມປະສານເຕັກໂນໂລຊີ, ສົ່ງເສີມທັກສະໃໝ່ໆ ແລະ ເນັ້ນໃສ່ການຮຽນຮູ້ຕະຫຼອດຊີວິດພ້ອມທັງຄວາມຄິດສ້າງສັນ, ຖ້າພວກເຮົາສາມາດປັບປ່ຽນລະບົບການສຶກສາໃຫ້ທັນສະໄໝ, ມັນຈະເປັນການລົງທຶນທີ່ດີທີ່ສຸດໃຫ້ແກ່ອະນາຄົດບຸກຄະລາກອນໃນການພັດທະນາສັງຄົມໃນອະນາຄົດ.

#ການສຶກສາ

#ອິນໄຊລາວ #InsideLaos ສາລະດີໆ ມີຢູ່ບ່ອນນີ້.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່