7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ.

ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

ຮ້ານສາຂາ LPB PHOSY ບໍລິຫານໂດຍບໍລິສັດ ຊີພີ ອໍລ໌ ລາວ ຈຳກັດ ໃນກຸ່ມບໍລິສັດ ຊີພີ ອໍລ໌ ຈຳກັດ (ມະຫາຊົນ) ເຊິ່ງໄດ້ເຂົ້າມາເປີດ ແລະ ບໍລິຫານ 7-Eleven ໃນ ສປປ.ລາວ ສາຂາທໍາອິດຕັ້ງແຕ່ ເດືອນກັນຍາ ປີ 2023. ປະຈຸບັນມີຮ້ານເປີດໃຫ້ບໍລິການໃນລາວ 12 ສາຂາ, ກະຈາຍຢູ່ໃນນະຄອນຫຼວງວຽງຈັນ, ແຂວງຈໍາປາສັກ, ແຂວງສະຫວັນນະເຂດ, ແຂວງວຽງຈັນ ແລະ ຫຼ້າສຸດແມ່ນແຂວງຫຼວງພະບາງ.

ໂດຍເປີດໂອກາດໃຫ້ນັກທຸລະກິດທ້ອງຖິ່ນ ທີ່ສົນໃຈເຂົ້າມາເປັນຜູ້ຮ່ວມທຸລະກິດ ເຮັດໃຫ້ຮ້ານ 7-Eleven ຫຼາຍກວ່າເຄິ່ງໜື່ງ ໃນປັດຈຸບັນດໍາເນີນທຸລະກິດໂດຍນັກທຸລະກິດທ້ອງຖິ່ນຄົນລາວ ທີ່ມີສັກກະຍະພາບ ທຸກໆພື້ນທີ່ ທີ່ມີຮ້ານ 7-Eleven ຕັ້ງຢູ່ ບໍ່ພຽງແຕ່ນໍາສິນຄ້າ ແລະ ການບໍລິການທີ່ມີຄຸນນະພາບ ແຕ່ມັນຍັງສ້າງວຽກເຮັດງານທໍາໂດຍຜ່ານການຈ້າງງານໂດຍກົງ ແລະ ທາງອ້ອມໃນທຸລະກິດທີ່ກ່ຽວຂ້ອງ.

ຮ້ານ 7-Eleven ໃນແຂວງຫຼວງພະບາງ ​ຈະ​ຊ່ວຍ​ສົ່ງ​ເສີມ​ຈຸດ​ແຂງ​ຂອງ​ພື້ນທີ່ນີ້ໃນດ້ານ​​ການ​ທ່ອງ​ທ່ຽວ ດ້ວຍການຍົກລະດັບການບໍລິການ ເພື່ອອໍານວຍຄວາມສະດວກໃຫ້ແກ່ປະຊາຊົນ ແລະ ນັກທ່ອງທ່ຽວຕະຫຼອດ 24 ຊົ່ວໂມງ ແລະ ດ້ວຍການດໍາເນີນທຸລະກິດໂດຍຍຶດໝັ້ນຄ່ານິຍົມ 3 ປະໂຫຍດຂອງເຄືອບໍລິສັດ ຈະເລີນໂພກກະພັນ ເພື່ອສ້າງຜົນປະໂຫຍດໃຫ້ແກ່ປະເທດ ແລະ ປະຊາຊົນ, ຕະຫຼອດໂດຍຢຶດໝັ້ນປະນິທານ Giving and Sharing ຂອງ ຊີພີ ອໍລ໌, ພວກເຮົາຈະຊຸກຍູ້ໃຫ້ 7-Eleven ກາຍເປັນຮ້ານສະດວກຊື້ຄຽງຄູ່ຊຸມຊົນ ແລະ ສັງຄົມ ເປັນ​ສ່ວນ​ໜຶ່ງ​ໃນ​ການ​ຊຸກ​ຍູ້​ເສດ​ຖະ​ກິດ​ຂອງ​ປະ​ເທດ​ໃຫ້​ເຕີບ​ໂຕ​ຢ່າງ​ຍືນ​ຍົງຕໍ່ໄປ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...