Thursday, October 16, 2025
Kbank Laos โอน รับ จ่าย

ປີໃໝ່ລາວປີນີ້! ຫຼິ້ນແບບໃດໃຫ້ມ່ວນ ແລະ ປອດໄພ.

ປີໃໝ່ລາວໃກ້ມາມາຮອດແລ້ວ ຊ່ວງເວລາແຫ່ງຄວາມມ່ວນຊື່ນ! ຫຼາຍຄົນເຮັດວຽກຢູ່ໄກບ້ານກໍຫວນຄືນກັບມາ ຫຼາຍຄົນໄດ້ຢູ່ຄົບໜ້າຄົບຕາຄົນໃນຄອບຄົວ, ເປັນຊ່ວງເວລາທີ່ທຸກຄົນຕື່ນເຕັ້ນຢາກສະເຫຼີມສະຫຼອງ ມ່ວນຊື່ນຫຼາຍທີ່ສຸດ ໃນຂະນະດຽວກັນການຫຼິ້ນນໍ້າ ຫຼື ຫຼິ້ນບຸນປີໃໝ່ດ້ວຍຄວາມມ່ວນ ແລະ ປອດໄພກໍຍັງເປັນສິ່ງສຳຄັນ ລອງເຮັດຕາມວິທີຕໍ່ໄປນີ້ໄດ້:

1. ມ່ວນແບບມີແບບແຜນ

ກ່ອນຈະເອົາໂຕຊິງໄປຫຼິ້ນໃສລອງກຽມແຜນການກັບໝູ່ ຄົນຮັກ ຫຼື ຄົນໃນຄອບຄົວເບິ່ງກ່ອນ ເພາະການວາງແຜນວ່າຈະເຮັດຫຍັງໄປໃສ ເຮົາຈະມີຄວາມກຽມພ້ອມ ສາມາດຄາດຄະເນສິ່ງທີ່ຈະເກີດຂຶ້່ນໄດ້ ໂດຍບໍ່ສ່ຽງຫຼາຍເກີນໄປ.

2. ຫຼິ້ນນ້ຳແບບປອດໄພ ມ່ວນແຕ່ບໍ່ປະໝາດ

ປີໃໝ່ລາວກັບການຫຼິ້ນນໍ້າເປັນຂອງຄູ່ກັນ ບໍ່ວ່າຈະຫຼິ້ນຢູ່ເຮືອນ ຕາມຖະໜົນ ຫຼື ຕາມສະຖານທີ່ຕ່າງໆກໍຕາມ ຄວາມສະອາດ ແລະ ປອດໄພຕ້ອງມາກ່ອນ ງົດໃສ່ນໍ້າເປື້ອນ ນໍ້າເປັນກ້ອນ ນໍ້າປະສົມສີ ນໍ້າເປັນຖົງດຶກໃສ່ກັນ ຫັນມາຫົດສົງ ອວຍພອນກັນ ແລະ ກັນດີໆ ໃຫ້ມີທັງຮອຍຍິ້ມ ຄວາມມ່ວນຊື່ນ.

3. ເມົາບໍ່ຂັບ

ແນ່ນອນວ່າການສະຫຼອງ ຕ້ອງມາພ້ອມການດື່ມ ຖ້າຮູ້ສຶກວ່າເມົາແລ້ວຄວນຫຼີກລ້ຽງການຂັບຂີ່ໃນທຸກກໍລະນີ ມີຫຼາຍຄົນໃຈຂຶ້ນຂາດສະຕິຍິ່ງເມົາຍິ່ງຂັບ ອາດພາໃຫ້ເກີດອຸບັດຕິເຫດໄດ້ ແຕ່ເຮົາສາມາດຊ່ວຍກັນໄດ້ ເມົາແລ້ວບໍ່ຂັບ ຖ້າບໍ່ໄຫວກໍນອນພັກ ຫຼື ເອີ້ນແທັກຊີສົ່ງກັບບ້ານ.

4. ສ້າງຄວາມຊົງຈຳດີໆ ຮ່ວມກັນ

ປີໃໝ່ບໍ່ແມ່ນພຽງແຕ່ການຫຼິ້ນມ່ວນພຽງຢ່າງດຽວ ແຕ່ຍັງເປັນໂອກາດທີ່ຈະໄດ້ໃຊ້ເວລາກັບຄົນທີ່ຮັກ, ຄອບຄົວ ແລະ ໝູ່ເພື່ອນ ສາມາດຮ່ວມກັນເຮັດກິນຈະກຳຕ່າງໆທີ່ເ້ປັນຄວາມຊົງຈຳດີໆນຳກັນໄດ້ ບໍ່ວ່າຈະເປັນ: ເຮັດພາຂວັນ ມັດແຂນ, ເປັນຫົດສົງນໍ້າພະ, ກິນເຂົ້າສາມັກຄີ ອອກເດີນທາງໄປທ່ຽວ

5. ມ່ວນແບບບໍ່ຕ້ອງເຈັບ

ຂໍ້ນີ້ສຳຄັນເລີຍ ມີຫຼາຍຄົນໃຊ້ແຮງກາຍ ແຮງໃຈທັງໝົດທຸ່ມໃສ່ຫຼິ້ນປີໃໝ່ແບບຈັດໜັກຈັດເຕັມຈົນເບິ່ງຂ້າມເລື່ອງສຸຂະພາບໄປ ຕາກແດດຮ້ອນຈົນຊິໄໝ້ ກິນດື່ມຫຼາຍຈົນຮ່າງກາຍອ່ອນແຮງ ພໍຈົບປີໃໝ່ມາ ນອກຈາກເງິນໃນບັນຊີຈະໝົດແລ້ວ ຮ່າງກາຍກໍປ່ວຍໄປນຳອີກ ນີ້ເປັນສິ່ງທີ່ບໍ່ຄວນເຮັດເລີຍ.ລອງຫັນມາຫຼິ້ນແບບພໍດີ ມີສະຕິບໍ່ປະມາດ ໄດ້ທັງຄວາມມ່ວນຊື່ນ ມິດຕະພາບ ຄວາມຊົງຈຳດີໆ ອີ່ມບຸນອີ່ມໃຈ ກັບປີໃໝ່ລາວໄປນຳກັນ. ໂຊກດີປີໃໝ່!

#ປີໃໝ່ລາວ2025 #ມ່ວນຊື່ນປອດໄພ

#ອິນໄຊລາວ #InsideLaos ສາລະດີໆ ມີຢູ່ບ່ອນນີ້.

More from author

Related posts

Latest posts

Vietjet ມອບສ່ວນຫຼຸດ 50%ຖ້ຽວບິນ, ຟຣີຄ່າກະເປົາ ແລະ ອື່ນໆ ສຳລັບນັກທ່ອງທ່ຽວຈາກ ສປປ ລາວ

(ນະຄອນຫຼວງວຽງຈັນ, ວັນທີ 9 ຕຸລາ 2025) – ສາຍການບິນ Vietjet ໄດ້ເລີ່ມຕົ້ນແຄມເປນໂປຣໂມຊັ່ນຄັ້ງໃຫຍ່ທີ່ສຸດຂອງປີ, ໂດຍສະເໜີສ່ວນຫຼຸດຖ້ຽວບິນສູງສຸດ 50%, ຟຣີຄ່າກະເປົ໋າ, ຂໍ້ສະເໜີພິເສດສຳລັບໂຮງແຮມ ແລະ ອື່ນໆ ອີກຫຼາຍຢ່າງໃນຊ່ວງໄລຍະ Super Sale 10 ວັນ ທີ່ມີຈໍາກັດ. ໂປຣໂມຊັ່ນທີ່ໃຫຍ່ທີ່ສຸດຂອງສາຍການບິນໃນປີນີ້ ເຮັດໃຫ້ນັກທ່ອງທ່ຽວຊາວລາວສາມາດເຂົ້າເຖິງການເດີນທາງໃນທ້າຍປີໄປປະເທດຫວຽດນາມ ແລະ ຕ່າງປະເທດໄດ້ງ່າຍຂຶ້ນກວ່າທີ່ເຄີຍ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ມະຫາເສດຖີຍິງຊາວຫວຽດນາມ ຕັ້ງເປົ້າໝາຍການບິນສູ່ສະຫະລັດ ແລະ ການລົງທະບຽນຕະຫຼາດຫຼັກຊັບ Wall Street

Vietjet, ສາຍການບິນທີ່ເຕີບໃຫຍ່ໄວທີ່ສຸດແຫ່ງໜຶ່ງຂອງອາຊີ, ກຳລັງເດີນທາງສູ່ສະຫະລັດ, ໂດຍມີແຜນການທີ່ຈະເປີດຖ້ຽວບິນໂດຍກົງ ແລະ ພິຈາລະນາການລົງທະບຽນໃນຕະຫຼາດຫຼັກຊັບ Wall Street. ຄວາມມຸ່ງມາດປາດຖະໜານີ້ ໄດ້ຖືກເນັ້ນໜັກໃນລະຫວ່າງການໄປຢ້ຽມຢາມຕະຫຼາດຫຼັກຊັບ New York (NYSE) ທີ່ຜ່ານມາ ໂດຍປະທານບໍລິສັດ Vietjet ທ່ານ Nguyen Thi Phuong Thao, ເຊິ່ງໄດ້ຮັບການຕ້ອນຮັບຈາກປະທານບໍລິສັດ NYSE ທ່ານ Lynn Martin.