ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

ຖ້າໃຜທີ່ກຳລັງເມື່ອຍຈາກວຽກຈາກງານ ຢາກຫາທີ່ພັກຜ່ອນຢ່ອນໃຈ ໃຫ້ທຳມະຊາດຮັກສາແນະນຳ 5 ສະຖານທີ່ນີ້ເລີຍ:

ພາບຈາກ: TOUN’s Journey

  • ພູຫົວໂລ້ນ: ແຂວງໄຊສົມບູນ ທີ່ຫຼາຍຄົນບອກວ່າ ປຽບເໝືອນສະວີດສະແລນລາວ ນອກຈາກພູຫົວໂລ້ນທີ່ມີຫຍ້າຂຽວງາມ ກວ້າງສຸດສາຍຕາ ແລ້ວ ຍັງມີວັງນໍ້າຂຽວທີ່ທຳມະຊາດງາມບໍ່ໜ້ອຍກວ່າກັນ ແລະ ລະຫວ່າງການເດີນທາງຍັງຈະເຫັນທິວທັດທຳມະຊາດ ວິຖີຊີວິດ ແລະ ການເປັນຢູ່ຂອງປະຊາຊົນເຂດນັ້ນນຳອີກ.
ພາບຈາກ: PAI WA
  • ວັງວຽງ: ເປັນສະຖານທີ່ໜຶ່ງທີ່ສາມາດໄປທ່ຽວໄດ້ທຸກລະດູ ຖ້າໄປຊ່ວງຝົນນີ້ ເຮົາຈະເຫັນທຳມະຊາດ ປ່າໄມ້ ທົ່ງນາທີ່ຂຽວງາມ ໄດ້ສຳຜັດກັບໝອກ ລົມ ຝົນ ທີ່ຈະຊ່ວຍໃຫ້ຜ່ອນຄາຍໄດ້ດີທີ່ສຸດ ແນະນຳອີກບ່ອນທີ່ຄວນໄປນັ້ນຄື ຕາດຍຸ໋ຍ ເປັນນໍ້າຕົກຕາດຂະໜາດໃຫຍ່ ແລະ ສວຍງາມ.

ພາບຈາກ: Laoslanshare

  • ພາກໃຕ້: ແນະນຳສຸດແມ່ນປາກຊ່ອງ ເພາະອາກາດດີແຮງ ມີສະຖານທີ່ທ່ຽວຫຼາຍ, ສວນກາເຟ, ນໍ້າຕົກຕາດຟານ, ນໍ້າຕົກຕາດເຍືອງ, ຍ່າງປ່າແປກບໍລິເວນ, ຕາດຂະມຶດ ແລະ ອີກຫຼາຍບ່ອນທີ່ຮັບຮອງວ່າໄປແລ້ວບໍ່ຢາກກັບ.

ພາບຈາກ: TOUN’s Journey

  • ພູເຂົາຄວາຍ: ສາຍຍ່າງປ່າ, ແຄ້ມປິ່ງ ຖືວ່າບໍ່ພາດສະຖານທີ່ແຫ່ງນີ້ ມີຫຼາຍບ່ອນໃຫ້ໄດ້ສຳຜັດບໍ່ວ່າຈະເປັນ ພູເກົ້ານາງ, ຜາດ່າງ, ຜາໄດ, ຫາດຊາຍ ກາງນໍ້າງື່ມກໍໜ້າສົນໃຈ ຂອບເຂດປ່າສະຫງວນພູເຂົາຄວາຍມີແຫຼ່ງທ່ອງທ່ຽວທຳມະຊາດຫຼາຍທີ່ສຸດ ສາມາດເລືອກໄປໄດ້ຕາມໃຈມັກເລີຍ.

ພາບຈາກ: Namkat Yorla Pa

  • ນໍ້າກັດຢໍລະປາ: ຍັງຄົງເປັນອີກສະຖານທີ່ນິຍົມ ໃນການທ່ຽວທຳມະຊາດ ມີຫຼາຍກິດຈະກຳໃຫ້ເຮັດ ອາຫານແຊບ ບັນຍາກາດດີ ນອນຟັງສຽງນໍ້າ ສຳຜັດກັບທຳມະຊາດແບບໃກ້ຊິດທີ່ສຸດ

ນອກນີ້, ຍັງມີອີກຫຼາຍບ່ອນທັງພາກກາງ ເໜືອ ແລະ ໃຕ້ ສາມາດເລືອກທ່ຽວໄດ້ຕາມຈຸດປະສົງຕົນເອງເລີຍ ຊ່ວງຝົນນອກຈາກທຳມະຊາດຈະສາວຍງາມ ອາກາດຈະດີແລ້ວ ອາຫານຕາມລະດູການນີ້ກໍແຊບຊ້ອຍທີ່ສຸດ.

ຢ່າມົວເຮັດວຽກຈົນລືມທ່ຽວ ແລະ ພັກຜ່ອນເດີ.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.