ຮູ້ຈັກປະຫວັດ “ບຸນຫໍ່ເຂົ້າສະຫຼາກ” ປະເພນີລາວ

ບຸນຫໍ່ເຂົ້າສະຫຼາກ ເປັນອີກບຸນໜຶ່ງໃນຮີດ 12 ຄອງ 14 ຂອງຄົນລາວຊາວພຸດ ເຊົິ່ງຈັດຫ່າງຈາກບຸນຫໍ່ເຂົ້າປະດັບດິນພຽງ 14 ວັນ, ບຸນທັງສອງນີ້ມີລັກສະນະຄ້າຍກັນຄື ການເຮັດຫໍ່ເຂົ້າສົ່ງໃຫ້ຜີເຜດ ເຊິ່ງລວມທັງບັນພະບູລຸດຍາດພີ່ນ້ອງຂອງຜູ້ທໍາບຸນ ແລະ ເຜດທີ່ບໍ່ມີຍາດ.

ຕາມປະເພນີສືບທອດກັນມາເມື່ອເຖິງມື້ຂຶ້ນ 14 ຄໍ່າ ເດືອນ 10 ແມ່ນຈະເປັນມື້ກະກຽມເຂົ້າ, ປາ, ອາຫານ ແລະ ໝາກໄມ້ຕ່າງໆ (ຕາມທີ່ສັດທາຫາມາໄດ້) ແລ້ວນໍາມາໃສ່ຈວຍ (ເຮັດດ້ວຍໄມ້ ຫຼື ໃບຕອງ) ພໍຮອດຕອນເຊົ້າຂອງມື້ຂຶ້ນ 15 ຄໍ່າ ເດືອນ 10 ລາວ ກໍໄດ້ນໍາເອົາເຄື່ອງຂອງທີ່ກະກຽມໄວ້ນັ້ນໄປວັດ ເພື່ອຖວາຍໃຫ້ແກ່ພະສົງ ແລະ ຢາດນໍ້າໄປໃຫ້ວິນຍານຂອງບັນພະບູລຸດ ແລະ ຜີເຜດທີ່ບໍ່ມີຍາດ.

ປະເພນີບຸນຫໍ່ເຂົ້າສະຫຼາກຈະມີຄວາມແຕກຕ່າງຈາກບຸນອື່ນໆຄື ກ່ອນຈະນໍາເຄື່ອງທານໄປຖວາຍພຣະສົງ ຊາວບ້ານມັກຈະຈັບສະຫຼາກກັບພຣະສົງ, ສໍາມະເນນກ່ອນ ຖ້າຈັບຖືກສະຫຼາກໃນຊື່ພຣະ-ເນນອົງໃດ ກໍເອົາຂອງໄປທານພຣະ-ເນນອົງນັ້ນ ອີກວິທີໜຶ່ງ ຜູ້ຖວາຍຈະຂຽນຊື່ຕົນເອງລົງໃນບາດ ແລ້ວໃຫ້ພຣະ-ສໍາມະເນນ ຈັບເອົາ ຖ້າອົງໃດຈັບສະຫຼາກໄດ້ຂອງໃຜ ຜູ້ນັ້ນກໍນໍາເອົາຂອງທານໄປຖວາຍພຣະ-ເນນອົງນັ້ນ.

ນອກນັ້ນ ຍັງມີການຈັດພາເຂົ້າເພື່ອໄປບູຊາ “ຜີຕາແຮກ” ເຊິ່ງເປັນຜີທີ່ຊາວນາເຊື່ອວ່າເປັນຜູ້ດູແລເຂົ້າກ້າໃນນາໃຫ້ຈະເລີນງອກງາມ ຕະຫຼອດຈົນຊ່ວຍຂັບໄລ່ສັດຕູເຂົ້າ ໄດ້ແກ່ ນົກ, ໜູ ຫຼື ຫອຍ ເປັນຕົ້ນ.

ວ່າເລື່ອງຮີດຄອງແບບນີ້ກໍມີຄວາມແຕກຕ່າງກັນໄປຕາມແຕ່ລະທ້ອງຖິ່ນ ບາງທ້ອງຖິ່ນກໍມີຮູບແບບການຈັດທີ່ແຕກຕ່າງສະເພາະຕົນ ທີ່ສືບທອດມາແຕ່ປູ່ຍ່າຕາຍາຍ ເມື່ອມາຮອດປັດຈຸບັນ ໄວໜຸ່ມສ່ວນຫຼາຍກໍບໍ່ຄ່ອຍຮູ້ ວິທີ ຫຼື ຮູບແບບການຈັດແລ້ວເພາະມັນມີຫຼາກຫຼາຍຢ່າງ ດັ່ງນາງ ຈັນທາ ອາໃສຢູ່ບ້ານໂພນສະຫວາດບອກວ່າ: ຕົນເອງກໍເຫັນພໍ່ແມ່ເຮັດບຸນນີ້ມາທຸກປີ ຜ່ານມາກໍໄດ້ຊ່ວຍຈັດແຈງ ກະກຽມເຄື່ອງຂອງຕ່າງໆ ແຕ່ຖ້າໃຫ້ເຮັດເອງແມ່ນບໍ່ຈື່ ແລະ ກໍບໍ່ຮູ້ວ່າຈະຕ້ອງເລີ່ມຫຍັງ ກ່ອນ-ຫຼັງດີ  ແຕ່ກໍຢາກເຊີນຊວນໄວໜຸ່ມຍຸກໃໝ່ຄືພວກເຮົາວ່າ ຕ້ອງໝັ່ນສຶກສາ ບໍ່ຄວນປະຮີດໃຫ້ໝອງຄອງໃຫ້ເສົ້າ ຢ່າງໜ້ອຍກໍໃຫ້ຮູ້ວ່າ ເພິ່ນເຮັດຫຍັງ ແລະ ເຮັດເພື່ອຫຍັງ ເພາະເຮົາເປັນຄົນລາວຊາວພຸດ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...