ສາຍການບິນ Vietjet ສຳເລັດການກໍ່ສ້າງໂຄງສ້າງຫຼັກຂອງອາຄານເຮືອບິນມາດຕະຖານສາກົນ ແລະ ຖ້ຽວບິນເປີດໂຕຄັ້ງທຳອິດ ສູ່ສະໜາມບິນທີ່ໃຫຍ່ທີ່ສຸດຂອງຫວຽດນາມ

ນະຄອນຫຼວງວຽງວຽງຈັນ, ວັນທີ 23 ທັນວາ 2025 – ສາຍການບິນ Vietjet ໄດ້ສ້າງສອງຂີດໝາຍອັນສຳຄັນຢູ່ສະໜາມບິນສາກົນ ລອງແທ່ງ (Long Thanh), ເຊິ່ງເປັນປະຕູສູ່ໂລກທີ່ໃຫຍ່ທີ່ສຸດຂອງຫວຽດນາມ ເມື່ອສຳເລັດການກໍ່ສ້າງຢ່າງສົມບູນ. ໂດຍໄດ້ຈັດພິທີປິດຍອດ (topping-out) ອາຄານສ້ອມແປງ ແລະ ບຳລຸງຮັກສາເຮືອບິນມາດຕະຖານສາກົນ ພ້ອມທັງເປີດຖ້ຽວບິນປະຖົມມະລຶກສູ່ສະໜາມບິນແຫ່ງນີ້. ເຫດການດັ່ງກ່າວໄດ້ຢືນຢັນຄືນໃໝ່ເຖິງຄວາມມຸ່ງໝັ້ນໄລຍະຍາວຂອງ Vietjet ໃນການລົງທຶນໃສ່ໂຄງລ່າງພື້ນຖານການບິນທີ່ທັນສະໄໝ, ຄົບວົງຈອນ ແລະ ຍືນຍົງ ເພື່ອສະໜັບສະໜູນການເຊື່ອມຕໍ່ໃນລະດັບພາກພື້ນ ແລະ ລະດັບໂລກ.

ໂຄງການໂຮງເກັບມ້ຽນ ແລະ ສ້ອມແປງຍົນ (Hangar) ຂອງ Vietjet ໄດ້ເລີ່ມລົງມືກໍ່ສ້າງໃນວັນທີ 19 ສິງຫາ 2025, ເຊິ່ງເປັນສ່ວນໜຶ່ງຂອງສູນວິສະວະກຳ ແລະ ບຳລຸງຮັກສາເຮືອບິນ ຢູ່ສະໜາມບິນລອງແທ່ງ. ໂຄງການນີ້ໄດ້ຮັບການພັດທະນາບົນເນື້ອທີ່ 8.4 ເຮັກຕາ ດ້ວຍມູນຄ່າການລົງທຶນສູງເຖິງ 100 ລ້ານໂດລາສະຫະລັດ. ສິ່ງອໍານວຍຄວາມສະດວກດັ່ງກ່າວປະກອບມີ ໂຮງຈອດຍົນໝາຍເລກ 3 ແລະ ໝາຍເລກ 4, ເຊິ່ງໄດ້ຮັບການອອກແບບ, ຄຸ້ມຄອງ ແລະ ຕິດຕາມກວດກາ ໂດຍບໍລິສັດທີ່ປຶກສາຊັ້ນນຳລະດັບສາກົນຄື: Mace (ສະຫະລາຊະອານາຈັກ) ແລະ Apave (ຝຣັ່ງ). ຈຸດເດັ່ນຂອງໂຄງການແມ່ນໂຄງສ້າງເຫຼັກກ້າທີ່ມີຊ່ວງກວ້າງພິເສດ (ultra-long-span steel space structure), ຖືກສ້າງຂຶ້ນເພື່ອໃຫ້ໄດ້ມາດຕະຖານການບິນລະດັບໂລກທີ່ເຂັ້ມງວດ. ເມື່ອສຳເລັດແລ້ວ, ໂຮງຈອດຍົນເຫຼົ່ານີ້ຈະສາມາດຮອງຮັບ ແລະ ບຳລຸງຮັກສາເຮືອບິນຂະໜາດນ້ອຍ (narrow-body) 6 ລຳ ແລະ ເຮືອບິນຂະໜາດໃຫຍ່ (wide-body) 2 ລໍາ ໃນເວລາພ້ອມກັນ, ຫຼື ສາມາດຮອງຮັບເຮືອບິນຂະໜາດນ້ອຍໄດ້ສູງເຖິງ 10 ລໍາ.

ການປະສົບຜົນສຳເລັດໃນການປິດຍອດໂຄງການຕາມກຳນົດເວລາ ເຖິງແມ່ນວ່າຈະມີສະພາບການກໍ່ສ້າງທີ່ທ້າທາຍ, ໄດ້ສະທ້ອນໃຫ້ເຫັນເຖິງຄວາມສາມາດໃນການຈັດຕັ້ງປະຕິບັດ, ລະບຽບວິໄນ ແລະ ການຮ່ວມມືສາກົນທີ່ແໜ້ນແຟ້ນຂອງ Vietjet ກັບບັນດາຄູ່ຮ່ວມງານ. ສິ່ງອຳນວຍຄວາມສະດວກນີ້ ຄາດວ່າຈະຊ່ວຍເພີ່ມຂີດຄວາມສາມາດໃນການບຳລຸງຮັກສາພາຍໃນປະເທດ, ຫຼຸດຜ່ອນການເພິ່ງພາການບໍລິການດ້ານເຕັກນິກຈາກຕ່າງປະເທດ, ຫຼຸດຕົ້ນທຶນການດຳເນີນງານ ແລະ ສ້າງວຽກເຮັດງານທຳທີ່ມີຄຸນນະພາບສູງໃນຫວຽດນາມ ແລະ ພາກພື້ນ.

ໃນມື້ດຽວກັນ, Vietjet ຍັງໄດ້ເປີດຖ້ຽວບິນປະຖົມມະລຶກ ຖ້ຽວບິນ VJ038 ໄປຍັງສະໜາມບິນສາກົນ ລອງແທ່ງ ຈາກສະໜາມບິນສາກົນ ຕັນເຊີນເຍີດ (Tan Son Nhat) ທີ່ນະຄອນໂຮ່ຈີມິນ ໂດຍໃຊ້ເຮືອບິນ Airbus A321neo.

ປະຈຸບັນ, Vietjet ມີຖ້ຽວບິນກົງເຊື່ອມຕໍ່ລະຫວ່າງ ນະຄອນຫຼວງວຽງຈັນ ຫາ ທັງຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ, ເຊິ່ງເປັນສອງເມືອງທີ່ໃຫຍ່ທີ່ສຸດຂອງຫວຽດນາມ. ດ້ວຍຝູງບິນທີ່ທັນສະໄໝ ແລະ ເຄືອຂ່າຍການບິນທີ່ກວ້າງຂວາງ, ສາຍການບິນຍັງຄົງສະແດງໃຫ້ເຫັນເຖິງວິໄສທັດໄລຍະຍາວ, ຄວາມມຸ່ງໝັ້ນໃນການລົງທຶນທີ່ຍືນຍົງ ແລະ ບົດບາດບຸກເບີກຂອງພາກເອກະຊົນ ໃນການພັດທະນາລະບົບນິເວດໂຄງລ່າງພື້ນຖານການບິນຂອງຫວຽດນາມ.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...