ແຂວງເຊກອງ ວາງເປົ້າໝາຍຜະລິດເຂົ້າກວ່າ 3 ພັນເຮັກຕາ

ໃນລະດູແລ້ງປີ 2019 ແຂວງເຊກອງ ວາງແຜນການຜະລິດເຂົ້າທັງໝົດ 700 ເຮັກ ຕາ, ພືດສະບຽງອາຫານ 978 ເຮັກຕາ ແລະ ປູກພືດເປັນສິນຄ້າ 1.322 ເຮັກຕາ ລວມທັງ​ໝົດ 3.000 ​ເຮັກຕາ.

ເພື່ອແນ ໃສ່ຕອບສະໜອງດ້ານ ສະບຽງອາຫານໃຫ້ພຽງພໍກັບການບໍລິໂພກພາຍ ໃນລວມທັງການສົ່ງອອກຂາຍເປັນສິນຄ້າ ຕາມແນວທາງນະໂບາຍຂອງພັກ ແລະ ລັດຖະບານວາງອອກ.

ຜ່ານມາລະດູຝົນປີ 2018 ມີແຜນການຜະລິດມີເນື້ອທີ່ທັງໝົດ 37.295 ເຮັກຕາ, ແຕ່ສາມາດປະຕິບັດຕົວຈິງໄດ້ 37.878 ເຮັກຕາ, ລື່ນແຜນການທີ່ວາງໄວ້ 632 ເຮັກຕາ ເນື້ອທີ່ການຜະລິດເຂົ້ານາປີ 8.881 ເຮັກຕາທຽບໃສ່ແຜນປະຕິບັດໄດ້ 90%, ເນື້ອທີ່ໄຮ່ 2.595 ເຮັກຕາເທົ່າກັບ 211%, ພືດສະບຽງອາຫານ 5.693 ເຮັກຕາເທົ່າກັບ 103% ແລະ ເນື້ອທີ່ ປູກພືດເປັນສິນຄ້າ 20.758 ເຮັກຕາເທົ່າກັບ 100,7%.

Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.