ເມືອງ ໄຊຍະບູລີ ປະກາດຮັບຮອງເອົາ 13 ຫ້ອງການຂອງເມືອງ ເປັນກົມກອງວັດທະນະທຳ

ເມືອງໄຊຍະບູລີໄດ້ຈັດພິທີປະກາດຮັບຮອງເອົາ 13 ຫ້ອງການຂອງເມືອງເປັນກົມກອງວັດທະນະທຳຂື້ນ. ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໄຊຍະບູລີ ໂດຍການເປັນປະທານຂອງທ່ານ ບຸນແທນ ທີແກ້ວ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ໄຊຍະບູລີ, ທ່ານ ຈັນທີສີມະນີຈັນ ຫົວໜ້າ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຂະແໜງການທີ່ກ່ຽວຂ້ອງຂອງແຂວງ, ຫົວໜ້າ,ຮອງຫົວໜ້າຫ້ອງການຂອງເມືອງ, ພະນັກງານວິຊາການ ຕະຫຼອດຮອດນາຍບ້ານເທດສະບານເມືອງເຂົ້າຮ່ວມ.

ໃນພິທີທ່ານ ພອນພິລຸນ ປີ່ນທີບ ຫົວໜ້າຫ້ອງການ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ ໄຊຍະບູລີໄດ້ຂື້ນຜ່ານບົດລາຍງານ ການຈັດຕັ້ງປະຕິບັດຂະບວນການແຂ່ງຂັນສ້າງກົມກອງວັດທະນະທຳ ບາງຕອນທ່ານກ່າວວ່າ: ເມືອງ ໄຊຍະບູລີມີທັງໝົດ 27 ຫ້ອງການ ແລະ 2 ກົມກອງ, ມີພະນັກງານ-ລັດຖະກອນທັງໝົດ 1376 ຄົນ, ຍິງ 857 ຄົນ, ພາຍຫຼັງທີ່ໄດ້ຮັບຄຳສັ່ງແນະນຳຂອງພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງສະບັບເລກທີ 859/ຖວທ.ຊຍ ລົງວັນທີ 24 ມິຖຸນາ 2016 ວ່າດ້ວຍການສ້າງຄົນ, ຄອບຄົວ, ບ້ານ, ກົມກອງ ແລະ ເມືອງວັດທະນະທໍາ.

ຈາກນັ້ນຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ ໄຊຍະບູລີກໍ່ໄດ້ຂໍທິດຊີ້ນຳຈາກຄະນະປະຈຳພັກເມືອງ ໄຊຍະບູລີເພື່ອເປັນທິດໃນການຈັດຕັ້ງປະຕິບັດ, ໂດຍປະຕິບັດມີທັງໝົດ 5 ບາດກ້າວ ເປັນຕົ້ນແມ່ນໄດ້ລົງເກັບກຳຂໍ້ມູນໃບສະເໜີຫາຂັ້ນເທີງເພື່ອອານຸມັດເປີດຂະບວນການແຂ່ງຂັນກົມກອງວັດທະນະທຳ, ອອກຂໍ້ຕົກລົງຂອງທ່ານ ເຈົ້າເມືອງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຂະບວນການແຂ່ງຂັນການສ້າງກົມກອງວັດທະນະທຳ ຂັ້ນເມືອງ, ໄດ້ຈັດຕັ້ງກອງປະຊຸມເຊີນບັນດາເປົ້າໝາຍກົມກອງເຂົ້າຮ່ວມເຊື່ອມຊືມເອກະ ສານມາດຖານການສ້າງຄົນ, ຄອບຄົວ, ບ້ານ, ກົມກອງ ແລະ ເມືອງວັດທະນະທຳຢ່າງທົ່ວເຖີງ, ຄະນະກຳມະການຮັບຜິດຊອບຂັ້ນເມືອງລົງຕິດຕາມກວດກາຊຸກຍູ້ຈັດຕັ້ງປະຕິບັດ 3 ເດືອນ 6 ເດືອນເທື່ອໜື່ງ,ຂັ້ນຕອນການລົງປະເມີນຕົວຈີງ 3 ເດືອນຕົ້ນປີແຕ່ລະຫ້ອງການປະເມີນ 1 ຄັ້ງ ແລະ 6 ເດືອນຕົ້ນປີ.

ຜ່ານການປະເມີນຕາມ 6 ມາດຖານໃນການສ້າງຄົນ ແລະ 4 ມາດຖານໃນການສ້າງກົມກອງວັດທະນະທຳ ເຫັນວ່າ 13 ຫ້ອງການ ຄົບຕາມມາດຖານເງື່ອນໄຂຄົບຖ້ວນ ເທົ່າກັບ 44% ຂອງຫ້ອງການທັງໝົດຄື:

ຫ້ອງວ່າການເມືອງ, ຫ້ອງການອົງການກວດກາລັດເມືອງ, ຫ້ອງການຄະນະຈັດຕັ້ງເມືອງ, ຫ້ອງການແນວລາວສ້າງຊາດເມືອງ, ຫ້ອງການພາຍໃນເມືອງ, ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ຫ້ອງການການເງີນເມືອງ, ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ, ຫ້ອງການແຜນການ ແລະ ການລົງທືນເມືອງ, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ຫ້ອງການຍຸຕິທຳເມືອງ ແລະ ຫ້ອງການສະຫະພັນກຳມະບານເມືອງ, ຈາກນັ້ນພິທີທ່ານ ບຸນແທນ ທີແກ້ວ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ໄຊຍະບູລີກໍ່ໄດ້ມອບໃບຍ້ອງຍໍກົມກອງວັດທະນະທຳໃຫ້ບັນຫ້ອງການດັ່ງກ່າວ ພ້ອມທັງ ລັ່ນຄ້ອງ 9 ບາດ ຕັດແຖບຜ້າ ແລະ ເປີດປ້າຍ 13 ຫ້ອງການເປັນກົມກອງວັດທະນະທຳ ຢ່າງເປັນທາງການ.

ແຫຼ່ງຂໍ້ມູນ: ຂ່າວ-ພາບ ສົມພົງ ສີສະຫວັດ, Midia Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,