ລັດຖະບານ ຊ່ວຍເຫຼືອຜູ້ປະສົບໄພພິບັດຢູ່ 3 ແຂວງ

ກະ­ຊວງ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ​ສັງ­ຄົມ ໄດ້​ຮັບ​ການ​ອະ­ນຸ­ມັດ​ຈາກ​ລັດ­ຖະ­ບານ​ລາວ ແລະ ລັດ­ຖະ­ບານ​ຍີ່­ປຸ່ນ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ຄັງ​ແຮ​ເຂົ້າ​ຊ່ວຍ­ເຫຼືອ​ຜູ້​ປະ­ສົບ​ໄພ­ພິ­ບັດ ປີ 2018 ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ພາຍ​ໃຕ້​ກອງ​ທຶນ​ເພື່ອນ​ຮ່ວມ​ງານ KR1 .

ນຳ​ໂດຍ​ທ່ານ ຄຳ​ແພງ ໄຊ​ສົມ​ແພງ ລັດ­ຖະ­ມົນ­ຕີ​ກະ­ຊວງ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ​ສັງ­ຄົມ  ເພື່ອ​ມອບ​ໃຫ້​ປະ­ຊາ­ຊົນ​ຜູ້​ປະ­ສົບ​ໄພ­ພິ­ບັດ ແຂວງ​ຫົວ­ພັນ ຊຽງ​ຂວາງ ແລະ ໄຊ​ສົມ­ບູນ  ລວມ​ມູນ​ຄ່າ 2 ຕື້​ກວ່າ​ກີບ ຕາງ­ໜ້າ​ຮັບ​ໂດຍ​ທ່ານ​ເຈົ້າ­ແຂວງ ແລະ ຮອງ​ເຈົ້າ­ແຂວງ 3  ແຂວງ ແລະ ຄະ­ນະ​ພະ​ແນກ​ແຮງ​ງານ ຮສສ ແຂວງ.

ສຳ­ລັບ​ເຄື່ອງ​ຊ່ວຍ­ເຫຼືອ​ທີ່​ນຳ­ໄປ​ມອບ​ໃຫ້​ປະ­ຊາ­ຊົນ​ແຂວງ​ຫົວ­ພັນ ປະ­ກອບ​ມີ ເງິນ​ກອງ​ທຶນ ນ້ຳ­ມັນ 50 ລ້ານ​ກີບ ເຂົ້າ­ສານ​ໜຽວ​ຈາກ​ກອງ​ທຶນ​ເພື່ອນ​ຮ່ວມ​ງານ KR1 ຈຳ­ນວນ 97.860 ກິ​ໂລ ມູນ​ຄ່າ 787 ລ້ານ​ກີບ ເຄື່ອງ­ນຸ່ງ​ຫົ່ມ ແລະ ເກີບ ຈາກ ສ ເກົາ­ຫຼີ 100 ແກັດ ມູນ​ຄ່າ 150 ລ້ານ​ກີບ ລວມ​ມູນ​ຄ່າ​ການ​ຊ່ວຍ­ເຫຼືອ​ທັງ​ໝົດ 987 ລ້ານ​ກີບ.

ແຂວງ​ຊຽງ​ຂວາງ​ໄດ້​ຮັບ​ເງິນ​ກອງ​ທຶນ​ນ້ຳ­ມັນ 50 ລ້ານ​ກີບ ເຂົ້າ­ສານ​ໜຽວ 85.512 ກິ​ໂລ ມູນ​ຄ່າ 688 ລ້ານ​ກີບ ເຄື່ອງ​ອຸ­ປະ­ໂພກ-ບໍ­ລິ­ໂພກ ເຄື່ອງ­ໃຊ້​ຄົວ​ເຮືອນ ມູນ​ຄ່າ 72 ລ້ານ​ກີບ ເຄື່ອງ­ນຸ່ງ​ຫົ່ມ ແລະ ເກີບ 100 ແກັດ ມູນ​ຄ່າ 150 ລ້ານ​ກີບ ລວມ​ມູນ​ຄ່າ 960 ລ້ານ​ກີບ.

ສ່ວນ​ແຂວງ​ໄຊ​ສົມ­ບູນ ໄດ້​ຮັບ​ເຂົ້າ­ສານ​ໜຽວ 10.572 ກິ​ໂລ ມູນ​ຄ່າ 85 ລ້ານ​ກີບ ເຄື່ອງ­ນຸ່ງ​ຫົ່ມ ແລະ ເກີບ 100 ແກັດ ມູນ​ຄ່າ 150 ລ້ານ​ກີບ ລວມ​ມູນ​ຄ່າ 235 ລ້ານ​ກີບ ສຳ­ລັບ​ເຄື່ອງ​ຊ່ວຍ­ເຫຼືອ​ດັ່ງ­ກ່າວ​ອຳ­ນາດ​ການ​ປົກ­ຄອງ​ແຂວງ ກໍ​ຄື ພາກ­ສ່ວນ​ກ່ຽວ­ຂ້ອງ​ຈະ​ນຳ​ເອົາ​ໄປ​ມອບ​ໃຫ້​ປະ­ຊາ­ຊົນ​ຜູ້​ທີ່​ປະ­ສົບ​ໄພ­ພິ­ບັດ​ຢ່າງ​ທົ່ວ​ເຖິງ ເພື່ອ​ເປັນ​ການ​ບັນ­ເທົາ​ທຸກ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,