ສະຫະພາບເອີຣົບ ສະໜັບສະໜູນ 50 ລ້ານເອີໂຣ ດ້ານໂພຊະນາການແຫ່ງຊາດຂອງ ສປປລາວ (2019-2022)

ຈຸດປະສົງຂອງແຜນງານນີ້ ແມ່ນເພື່ອປັບປຸງຄຸນນະພາບຂອງການໄດ້ຮັບສານອາຫານ, ເພີ່ມການເຂົ້າເຖີງ ແລະ ຄຸນນະພາບການບໍລິການທີ່ກ່ຽວຂ້ອງກັບໂພຊະນາການ ແລະ ເພື່ອປັບປຸງການບໍລິຫານທີ່ກ່ຽວຂ້ອງກັບໂພຊະນາການໃນປະເທດລາວ.

ຕະຫລອດໄລຍະ 04 ປີຂອງແຜນງານນີ້ ຈະໃຫ້ການສະໜັບສະໜູນໂດຍກົງຕໍ່ພົນລະເມືອງລາວ, ເພື່ອແກ້ໄຂບັນຫາຄວາມແຕກຕ່າງກັນຂອງການຂາດສານອາຫານໃນຊົນນະບົດ ແລະ ເຂດຫ່າງໄກສອກຫລີກ, ໂດຍສຸມໃສ່ສະເພາະກ່ຽວກັບບົດບາດຍິງຊາຍ ແລະ ກຸ່ມຄົນທີ່ດ້ອຍໂອກາດເປັນຕົ້ນຕໍ.

ການປະກອບສ່ວນດ້ານການເງິນຄັ້ງໃໝ່ຂອງສະຫະພາບເອີຣົບໃນເທື່ອນີ້ ໄດ້ຢັ້ງຢືນເຖີງຄວາມມຸ້ງໝັ້ນຂອງສະຫະພາບເອີຣົບທີ່ຈະເປັນຄູ່ຮ່ວມມືທີ່ໜ້າເຊື່ອຖື ແລະ ຍາວນານຂອງ ສປປລາວ.

ຜ່ານຮູບແບບການສະໜັບສະໜູນດ້ານງົບປະມານ ແລະ ສອດຄ່ອງກັບຄວາມເຫັນດີເຫັນພ້ອມຂອງສະຫະພາບເອີຣົບກ່ຽວກັບການພັດທະນາ ແລະ ຖະແຫລງການວຽງຈັນວ່າດ້ວຍການຮ່ວມມື ເພື່ອການຮ່ວມມືດ້ານພັດທະ ນາທີ່ມີປະສິດທິຜົນ.

ແຫຼ່ງຂໍ້ມູນ: Sourioudong Sundara

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...