Tuesday, June 2, 2026
Kbank Laos โอน รับ จ่าย
-->

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຕາມຕຳນານໄດ້ເລົ່າຂານກັນມາວ່າ: ພະຍານາກເປັນສັດທີ່ມີອິດທິລິດ ແລະ ມີຄວາມສັດທາຕໍ່ພຸດທະສາສະໜາຫລາຍທີ່ສຸດ ໃນພຸດທະປະຫວັດ ພະຍານາກ ໄດ້ແປງກາຍມາ ເປັນມະນຸດແລ້ວໄປບວດ, ແຕ່ພາຍຫຼັງ 7 ວັນຕໍ່ມາ ຮ່າງກາຍເລີຍກັບກາຍເປັນພະຍານາກ. ເມື່ອພະພຸດທະເຈົ້າເຫັນເປັນດັ່ງນັ້ນກໍເລີຍຕັດວ່າ: ພະຍານາກ ບໍ່ສາມາດທີ່ຈະບວດໄດ້ເພາະວ່ານາກ ເປັນສັດ ເຖິງຢ່າງໃດກໍຕາມ, ພະຍານາກກໍວິງວອນນໍາພະອົງວ່າ “ເຖິງວ່າຈະບໍ່ໃຫ້ຜູ້ຂ້າບວດ, ແຕ່ກໍຂໍຝາກຊື່ໄວ້ນໍາສາສະໜາພຸດນີ້ຕະຫຼອດໄປ”.

ດ້ວຍເຫດນີ້, ໃນປັດຈຸບັນຢູ່ຕາມວັດວາຕ່າງໆ ມີຮູບປັ້ນພະຍານາກປະດັບປະດາຢູ່ ແລະ ຜູ້ທີ່ຈະບວດເປັນພະພິກຂຸສົງກໍຕ້ອງໄດ້ບວດເປັນນາກກ່ອນ. ເຊື່ອກັນອີກວ່າ: ເປັນປະເພນີທີ່ຈັດຂຶ້ນເພື່ອບູຊາຮອຍພະພຸດທະບາດຂອງພະສຳມາສຳພຸດທະເຈົ້າ ຕອນສະໄໝພະອົງສະເດັດໄປແຄມຝັ່ງແມ່ນ້ຳເຊິ່ງເປັນທີ່ຢູ່ອາໄສຂອງພະຍານາກ. ຕອນນັ້ນ, ພະອົງໄດ້ສະແດງທຳໃຫ້ແກ່ພະຍານາກຟັງຢູ່ເມືອງບາດານ ແລ້ວພະຍານາກໄດ້ຂໍໃຫ້ພະພຸດທະອົງປະທັບຮອຍພະບາດເອົາໄວ້ແຄມຝັ່ງແມ່ນ້ຳແຫ່ງນັ້ນ. 

ຕໍ່ມາບັນດາເທວະບຸດເທວະດາມະນຸດ ແລະ ສັດທັງຫຼາຍຕ່າງກໍພາກັນມາ ຂາບໄຫວ້ຮອຍພະພຸດທະບາດ. ນອກຈາກນີ້ ຍັງເປັນການບູຊາຕອບແທນບຸນຄຸນ ແລະ ຂໍຂະມາລາໂທດພະແມ່ຄົງຄາ (ແມ່ນ້ຳ) ທີ່ພວກເຮົາໄດ້ຊົມໃຊ້ ໄດ້ອຸດຈາລະປັດສະວະລົງໃສ່ແມ່ນ້ຳ ທັງເພື່ອກຳຈັດປັດເປົ່າສິ່ງທີ່ບໍ່ດີທັງຫລາຍທັງປວງພະຍາດພະເຍົາໃຫ້ຕົກນຳໄຟໄຫລນ້ຳໄປ.

ສໍາລັບການລອຍ​ກະ​ໂທງ ແລະໄຫຼເຮືອໄຟ ຢູ່ ນະຄອນຫຼວງວຽງຈັນ ໃນຕອນຄໍ່າຂອງມື້ບຸນອອກພັນສາປະວາລະນານັ້ນ, ແຕ່ລະຄອບຄົວ ກໍພ້ອມກັນເຮັດເຮືອໄຟນ້ອຍໆທີ່ເຮັດດ້ວຍກາບກ້ວຍ ແລະ ໃບຕອງ ຢູ່ໃນເຮືອໄຟ ມີດອກໄມ້, ທູບ, ທຽນ ແລ້ວນຳໄປລອຍລົງແມ່ນ້ຳໃກ້ບ້ານໃຜລາວ. ຖ້າບ້ານໃດບໍ່ມີແມ່ນ້ຳກໍຈະໄຫຼເຮືອໄຟໂຄກຄືເຮັດຄ້າຍຄືກັບເຮືອນ້ອຍໆ ໄຕ້ທູບ, ໄຕ້ທຽນ, ດອກໄມ້ ແລະ ນຳໄປຕັ້ງໃສ່ໜ້າເຮືອນຂອງຕົນ ເພື່ອໃຫ້ທຸກຄົນພາຍໃນຄອບຄົວໄດ້ມາຮ່ວມອະທິຖານຂໍສິ່ງດີໆ ໃນຊີວິດ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

🌟 12 ປີມີເທື່ອດຽວ! ເປີດດວງ 12 ລາສີ ເດືອນພຶດສະພາ 2026

ຖືເປັນຈັງຫວະທອງຂອງຊີວິດ! ເປີດຄຳທຳນາຍດວງຊະຕາ ເດືອນພຶດສະພາ 2026 ດາວພະຫັດ ກາຍເປັນ "ມະຫາອຸດ" ໃນຮອບ 12 ປີ. ເດືອນນີ້ຖືວ່າເປັນ “ມຸງຄຸນຊ້ອນມຸງຄຸນ” ສົ່ງຜົນຕໍ່ທັງ 12 ລາສີ. ໃຜຈະເຮັງ ໃຜຈະປັງ ຫຼື ໃຜຕ້ອງລະວັງ? ມາເບິ່ງນຳກັນເລີຍ! ກຽມຮັບພະລັງມຸງຄຸນຄັ້ງໃຫຍ່ທີ່ສຸດໃນຮອບ 12 ປີ 🚀

ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ຊີພີ ອໍລ໌ ລາວ ຈັດກິດຈະກໍາຍົກລະດັບ  ຄຸນນະພາບສິນຄ້າ ແລະ ພັດທະນາຜູ້ປະກອບການທ້ອງຖິ່ນ

ພິທີເປີດກອງປະ​ຊຸມເຜີຍ​ແຜ່​ການຍົກລະດັບຄຸນນະພາບສິນຄ້າຂອງ ສປປ ລາວ ເພື່ອພັດທະນາຜູ້ປະກອບການ ແລະ ຄູ່ຮ່ວມທຸລະກິດ ໃນການເຂົ້າເຖິງຕະຫຼາດຈຳໜ່າຍສິນຄ້າຂອງຮ້ານ 7-ELEVEN Laos ຄັ້ງທີ 1 ປີ 2026 ເຊີ່ງມີຜູ້ປະກອບການ ແລະ ຄູ່ຄ້າໃຫ້ຄວາມສົນໃຈເຂົ້າຮ່ວມເປັນຈໍານວນຫຼາຍ

“ພຣະສ່ຽງທວາຍ” ທີ່ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ

ພຣະສ່ຽງທວາຍ ທີ່ປະດິດສະຖານຢູ່ທີ່ ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ ເປັນພຣະເກົ່າແກ່ອີກອົງຫນຶ່ງ ທີ່ຜູ້ຄົນທັງຫລາຍໄດ້ສຳຜັດ ແລະຍົກຍໍຂຶ້ນເປັນປະຈຳ ພຣະອົງນີ້ເປັນເນື້ອທອງສຳຣິດ ສີອອກທອງນາກ ເປັນພຣະປັດເຈກພຣະພຸດທະເຈົ້າ ປະດິດສະຖານຢູ່ຫໍພຣະໄສຍາດຂອງວັດຊຽງທອງ ເມື່ອກ່ອນແມ່ນເອົາໄວ້ຫໍແຫ່ງນີ້ເປັນປະຈຳ ເມື່ອຫລາຍປີຜ່ານມາທາງວັດແມ່ນໄດ້ຂຶ້ນເກັບຮັກສາໄວ້ ແຕ່ຈະອາຣາດທະນາລົງມາໃຫ້ພຸດທະບໍຣິສັດທັງຫລາຍໄດ້ຍົກຍໍ ສ່ຽງທວາຍ ໃນຍາມທີ່ມີພິທີອາຣາດທະນາພຣະເຈົ້າໝ່ານລົງຫົດສົງພ້ອມ