ນາຍົກລັດຖະມົນຕີ ຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ

ໂດຍຕອບສະໜອງຕາມການຄຳເຊີນຂອງສະຫາຍ ຫລີ ເຄີ້ສຽງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນ ຈີນ, ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມຄະນະໄດ້ດຳເນີນການຢ້ຽມຢາມ ສາທາລະນະລັດ ປະຊາຊົນຈີນ ຢ່າງເປັນທາງການໃນລະຫວ່າງວັນທີ່ 5-9 ມັງກອນ 2020.

ໃນຕອນເຊົ້າວັນທີ 6 ມັງກອນ 2020, ສະຫາຍ ຫລີ ເຄີ້ສຽງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໄດ້ຈັດພິທີຕ້ອນຮັບເປັນທາງການ ແລະ ສົມກຽດ.

ຄະນະຜູ້ແທນຂັ້ນສຸງຂອງສອງປະເທດ ລາວ-ຈີນ ໄດ້ດຳເນີນການພົບປະສອງຝ່າຍຢ່າງເປັນທາງການທີ່ຫໍສະພາປະຊາຊົນຈີນ ຊຶ່ງການພົບປະຄັ້ງນີ້ ຜູ້ນຳທັງສອງໄດ້ພ້ອມກັນທົບທວນຄືນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານຕາມ 4 ດີ (ສະຫາຍທີດີ, ເພື່ອມິດທີດີ; ບ້ານໃກ້ເຮືອນຄຽງທີ່ດີ ແລະ ຄູ່ຮ່ວມມືທີດີ) ແລະ ການຜັນຂະຫຍາຍແຜນແມ່ບົດຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ສອງສະຫາຍເລຂາທິການໃຫຍ່, ປະທານປະເທດໄດ້ຮ່ວມກັນລົງນາມໃນເດືອນເມສາ 2019 ທີ່ຜ່ານມາ.

ໃນໂອກາດດັ່ງກ່າວນີ້, ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນຢ່າງສົມກຽດຈາກລັດຖະບານ ແລະ ປະຊາຊົນຈີນ, ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດອັນຈົບງາມຂອງການສະເຫຼີມ ສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 70 ປີ ຢ່າງຍິ່ງໃຫຍ່ ແລະ ສະຫຼຸບຕີລາຄາ 40 ປີ ແຫ່ງການເປີດປະຕູສູ່ພາຍນອກ ແລະ ຜົນສຳເລັດອັນໃຫຍ່ຫຼວງໃນ ການສ້າງສາພັດທະນາປະເທດຊາດຂອງສະຫາຍຈີນທີ່ຍາດມາໄດ້ໃນເງື່ອນໄຂທີ່ສະພາບແວດລ້ອມຂອງສາກົນມີການຜັນແປສະຫລັບສັບຊ້ອນ, ມີສິ່ງທ້າທາຍຫຼາຍຢ່າງ ແລະ ເສດຖະກິດໂລກກໍ່ຢູ່ໃນສະພາບທົດຖອຍ,

ແຕ່ຍ້ອນການນຳພາຂອງພັກຄອມມູຍນິດຈີນໂດຍມີສະຫາຍເລຂາທິການໃຫຍ່ ສີ ຈີ້ນຜິງ ເປັນແກນກາງນຳພາ, ມີລັດຖະບານເຊິ່ງມີສະຫາຍ ຫລີ ເຄີ້ສຽງ ເປັນຫົວໜ້າ ແລະ ມີປະຊາຊົນດຸໝັ່ນ, ຫ້າວຫັນ ແລະ ມີຈິດໃຈຊາດອັນດູດດື່ມ ສປ ຈີນ ສາມາດຍາດ ມາໄດ້ຜົນສຳເລັດອັນຍິ່ງໃຫຍ່ຢ່າງສະຫງ່າຜ່າເຜີຍ, ສ້າງສັງຄົມນິຍົມຕາມສີສັນລັກສະນະພິເສດຂອງ ຈີນ ແລະ ໄດ້ສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ຜົນສຳເລັດຂອງກອງປະຊຸມຄົບຄະນະກຳມະ ການສູນກາງພັກຄອມມູນິດຈີນ ຄັ້ງທີ່ 4 ສະໄໝ XIX ກໍຄືຜົນສຳເລັດການຈັດບັນດາກອງປະຊຸມ ສາກົນຕ່າງໆເຊັ່ນ:

ກອງປະຊຸມສຸດຍອດ ຄັ້ງທີ 2 ໜຶ່ງແລວໜຶ່ງເສັ້ນທາງ, ງານວາງສະແດງສິນຄ້າ ນຳເຂົ້າສາກົນ ທີ່ ຊຽງໄຮ, ເວທີປຶກສາຫາລື ໂບອາວ ປະຈຳປີ 2019 ທີ່ຜ່ານມາ ແລະ ອື່ນໆ.

ໃນໂອກາດການຢ້ຽມຢາມຄັ້ງນີ້, ສອງນາຍົກລັດຖະມົນຕີຍັງໄດ້ແລກປ່ຽນ ແລະ ປຶກສາຫາລືບາງບັນຫາ ເຊັ່ນ: ການຜັນຂະຫຍາຍແຜນແມ່ບົດຄູ່ຮ່ວມຊາຕາກຳສັງຄົມນິຍົມ ລາວ-ຈີນ ທີ່ເປັນເອກະສານການຮ່ວມມືສອງຝ່າຍ ທີ່ມີຄວາມໝາຍຄວາມສຳຄັນໃຫ້ແກ່ການຮ່ວມມືໃຫ້ເແກ່ 2 ພັກ 2 ລັດ ແລະ ປະຊາຊົນສອງຊາດ ໃນໄລຍະໃໝ່. ໃນດ້ານການຮ່ວມມືດ້ານການຄ້າ ແລະ ການລົງທືນກໍໄດ້ມີການເພີ່ມຂື້ນ, ການລົງທຶນຈາກ ສປ ຈີນ ໄດ້ເປັນອັນດັບ ໜຶ່ງຂອງການ ລົງທືນຕ່າງປະເທດທັງໝົດໃນ ສປປ ລາວ.

ບັນດາໂຄງການຮ່ວມມືສອງຝ່າຍກໍ່ມີຄວາມຄືບໜ້າຢ່າງເປັນທີເພິ່ງພໍໃຈ ໂດຍສະເພາະໂຄງການທາງລົດໄຟຄວາມໄວສູງ ລາວ-ຈີນ ໄດ້ດຳເນີນສຳເລັດເຖິງ 83% ແລະ ໂຄງການທາງດ່ວນລາວ-ຈີນ ວຽງຈັນ-ວັງວຽງ ກໍ່ມີຄວາມຄືບໜ້າແລ້ວ 50% ທັງສອງໂຄງການ ຄາດວ່າຈະສຳເລັດຕາມແຜນການທີ່ກຳນົດໄວ້.

ນອກນັ້ນຍັງມີໂຄງການຊ່ວຍເຫຼືອລ້າອື່ນໆ ກໍ່ໄດ້ດຳເນີນໄປຢ່າງມີຄວາມຄືບໜ້າດີ ພ້ອມນີ້ ໃນປີ 2021 ເປັນປີຄົບຮອບ60 ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ສອງປະເທດຈຶ່ງໄດ້ຮ່ວມກັນກຳນົດໃຫ້ເປັນປີມິດຕະພາບ ລາວ-ຈີນ. ພາຍຫຼັງການພົບປະຢ່າງເປັນທາງການແລ້ວ ສອງນາຍົກລັດຖະມົນຕີໄດ້ ເປັນສັກຂີພິຍານໃນ ການລົງນາມເອກະສານຮ່ວມມືສອງຝ່າຍຈຳນວນໜຶ່ງ.

ພ້ອມດຽວກັນນີ້, ສອງນາຍົກລັດຖະມົນຕີ ກໍ່ໄດ້ເຫັນດີຕໍ່ການເປັນປະທານຮ່ວມກອງປະຊຸມສຸດຍອດ ຂອບການຮ່ມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເຊິ່ງຈະຈັດຂຶ້ນໃນເດືອນມີນາ 2020 ທີ່ ນະຄອນຫຼວງວຽງຈັນ, ພ້ອມກັນນັ້ນ, ກໍ່ໄດ້ຮຽນເຊີນ ທ່ານນາຍົກ ຫຼີ ເຄີສຽງ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.

ໃນໂອກາດມາຢ້ຽມຢາມ ສປ ຈີນ ຢ່າງເປັນທາງການໃນຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພ້ອມຄະນະຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ສີ ຈີ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ ແລະ ພົບປະກັບ ສະຫາຍ ຫຼີ ຈານຊູ ປະທານສະພາປະຊາຊົນທົ່ວປະເທດຈີນ,

ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງນັກທຸລະກິດຈີນ ທີ່ໂຮງແຮມ Nikko New Century Beijing, ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຂອງສະຫາຍ ຫູ ເຫີຜິງ ເລຂາພັກແຂວງສານຊີ, ສະຫາຍ ເສີນ ຫາວ ເລຂາພັກແຂວງໆຢຸນນານ, ສະຫາຍ ຊູ ສິນຫຼົງ ເລຂາພັກນະຄອນແຢນອານ, ຢ້ຽມຢາມກຸ່ມລັດວິສາຫະກິດລົດໄຟແຫ່ງຊາດຈີນ; ຢ້ຽມຢາມກຸ່ມບໍລິສັດລົງທືນ ແລະ ກໍ່ສ້າງແຂວງຢູນນານ; ຢ້ຽມຢາມສະຖານທີ່ທ່ອງທ່ຽວ ແລະ ພື້ນຖານການຜະລິດທີ່ສຳຄັນ ຈຳນວນໜຶ່ງອີກ.

ແຫຼ່ງຂໍ້ມູນ: ຂປລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...