ຈັບໜ້າກາກປິດປາກປອມ 30,000 ຖົງ ລໍາລຽງມາຂາຍ ຢູ່ລາວ

ກາຍເປັນຂ່າວດັງ ຢູ່ປະເທດຫວຽດນາມ ເມື່ອຕໍາຫຼວດຫວຽດນາມ ສາມາດຈັບກຸມ ຊາຍຫວຽດນາມ ຢູ່ແຂວງຮາຕິງ ທາງພາກກາງຂອງປະເທດຫວຽດນາມ ກໍາລັງລັກລອບ ເອົາໜ້າກາກອັດປາກປອມ ຈໍານວນ 30,000 ອັນ.

ລວມທັງໝົດ 13 ກ່ອງໃຫຍ່ ເຂົ້າມາຂາຍ ຢູ່ ສປປ ລາວ ໃນວັນສຸກ ທີ່  13 ມີນາ 2020 ທີ່ຜ່ານມາ.​ ຕໍາຫຼວດ ຂອງແຂວງຮາຕິງ ຍັງກວດພົບເຫັນ ຊຸດອຸປະກອນ ເສື້ອຜ້າການແພດ ຜະລິດຈາກປະເທດ ຫວຽດນາມ ຕື່ມອີກ ຈໍານວນ 98 ຊຸດ.

ຈໍານວນກ່ອງ ທັງໝົດ ຖືກເຊື່ອງຊ້ອນ ເຂົ້າມານໍາລົດເມ ຜ່ານມາທາງດ້ານຊາຍແດນ ນານາຊາດ Cau Treo ຂອງຫວຽດນາມ.  

ເຈົ້າໜ້າທີ່ຫວຽດນາມກ່າວວ່າ ທ້າວ Mai Trong Diep ສັນຊາດຫວຽດນາມ ອາຍຸ 32 ປີ ສາລະພາບວ່າ ເປັນຜູ້ນໍາເອົາ ອຸປະກອນຕ່າງໆ ທີ່ຜິດກົດໝາຍເຫຼົ່ານີ້ ເຂົ້າມານະຄອນຫຼວງ ວຽງຈັນ, ໂດຍຜູ້ກ່ຽວໄດ້ຮັບການ ວ່າຈ້າງ ຈາກຊາຍແປກໜ້າ ສອງຄົນ ໃນມູນຄ່າ 6.5 ລ້ານດົງ. 

ປະຈຸບັນ, ລັດຖະບານ ຂອງ ສສ ຫວຽດນາມ ໄດ້ສັ່ງຫ້າມ ການສົ່ງອອກ ໜ້າກາກປິດປາກທັງໝົດ ໄປຕ່າງປະເທດ ຍົກເວັ້ນ ການຊ່ວຍເຫຼືອລ້າ ຂອງລັດຖະບານ ໂດຍເລີ້ມຈັດຕັ້ງປະຕິບັດມາ ຕັ້ງແຕ່ວັນທີ 28 ກຸມພາ 2020 ທີ່ຜ່ານມາ. 

ປະຈຸບັນ, ໜ້າກາກປິດປາກ ກໍາລັງໄດ້ຮັບຄວາມຕ້ອງການສູງ ຈາກພາຍໃນປະເທດ, ແລະ ຫຼາຍໂຮງງານ ຕັດຫຍິບ ໃນປະເທດ ຫວຽດນາມ ໄດ້ປ່ຽນຈາກການຜະລິດເສື້ອຜ້າມາຜະລິດ ຜ້າປິດປາກ ເພື່ອສະໜອງໃຫ້ຕະຫຼາດ ພາຍໃນປະເທດ.​

ໃນຫຼາຍອາທິດຜ່ານມາ, ໄດ້ມີການຈັບກຸມ ຫຼາຍກຸ່ມຄົນ ທີ່ເຮັດລະເມີດ ລະບຽບການສົ່ງອອກໜ້າກາກ ຂອງປະເທດຫວຽດນາມ ແລະ ໄດ້ຖືກ ປັບໄຫມ ຫຼື ສັ່ງຈັບໄປ. 

ແຫຼ່ງຂໍ້ມູນ: ຮູບພາບ VN Express, ຂ່າວ:

LAO YOUTH RADIO STATION, FM 90.0 MHZ ສະຖານີ ຊາວໜຸ່ມລາວສິນໄຊຍຸກໃໝ່ FM 90.0 MHz

ລິ້ງຂ່າວຕົ້ນສະບັບ: https://is.gd/83ikPI

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...