ການປະຕິບັດ ບັນດານິຕິກຳ ຕ້ານພະຍາດໂຄວິດ-19 ແມ່ນພັນທະ ແລະ ໜ້າທີ່ຂອງທຸກຄົນໃນສັງຄົມ

ໃນໂອກາດຖະແຫລງຕໍ່ພີ່ນ້ອງປະຊາຊົນລາວບັນດາເຜົ່າ ວັນທີ 15 ເມສາ 2020 ຜ່ານມາ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ກ່າວວ່າ:

ການຕື່ນຕົວປະຕິບັດບັນດານິຕິກຳທີ່ປະກາດໃຊ້ມາແລ້ວ ແລະ ອາດປະກາດໃຊ້ເພີ່ມອີກ ຕາມສະຖານະການທີ່ຜັນແປໃນເວລາຕໍ່ໜ້າຢ່າງເຂັ້ມງວດເຄັ່ງຄັດ, ແມ່ນພັນທະ, ໜ້າທີ່ ຄວາມຮັບຜິດຊອບຂອງທຸກພາກສ່ວນ, ທຸກການຈັດຕັ້ງ, ບຸກຄົນ ແລະ ນິຕິບຸກຄົນ ເພື່ອປ້ອງກັນຕົນເອງ, ປ້ອງກັນຄອບຄົວ, ຍາດພີ່ນ້ອງທີ່ຕົນຮັກ, ປ້ອງກັນຄົນອື່ນໃນສັງຄົມ ໃນການຕັດວົງຈອນການລະບາດ;

ຕ້ອງຖືສະເໝີວ່າພວກເຮົາທຸກໆຄົນບໍ່ວ່າໃຫຍ່ ຫລື ນ້ອຍ, ທຸກເພດທຸກໄວ, ທຸກຊັ້ນວັນນະ ລ້ວນແຕ່ມີຄວາມສ່ຽງເທົ່າທຽມກັນທີ່ຈະຕິດເຊື້ອຈາກພະຍາດທີ່ຮ້າຍແຮງນີ້ໄດ້ ທຸກເວລາ;

ການປະຕິບັດເຂັ້ມງວດຂອງແຕ່ລະຄົນມັນເປັນການຊ່ວຍພັກ, ຊ່ວຍລັດ, ຊ່ວຍແບ່ງເບົາການເປັນພາລະຂອງຄະນະສະເພາະກິດ ແລະ ແພດໝໍຂອງພວກເຮົາ ທີ່ກໍາລັງເຮັດວຽກດ້ວຍຄວາມອິດເມື່ອຍ ແລະ ເຕັມໄປດ້ວຍຄວາມສ່ຽງ, ຊ່ວຍແບ່ງເບົາພາລະຂອງສັງຄົມ ແລະ ຊ່ວຍກອບກູ້ເອົາຊີວິດຂອງປະຊາຊົນເຮົາທັງທາງກົງ ແລະ ທາງອ້ອມ.

ທ່ານນາຍົກລັດຖະມົນຕີ ຍັງໄດ້ເນັ້ນອີກວ່າ: ລັດຖະບານ ຊາບດີເຖິງຄວາມປ່ຽນແປງວິຖີຊີວິດຂອງສັງຄົມເຮົາ ທີ່ເກີດຂຶ້ນຢ່າງກະທັນຫັນແບບນີ້ ມັນເປັນສິ່ງທີ່ບໍ່ເພິ່ງປາຖະໜາ ທັ້ງໆທີ່ປະຊາຊົນເຮົາ ຄວນມີເສລີພາບໃນການດຳລົງຊີວິດ, ການເຄື່ອນໄຫວໄປມາຫາສູ່ກັນແບບບໍ່ຈຳກັດໃດໆ, ກະທົບເຖິງທຸລະກິດທຸກລະດັບ ໃນການທຳມາຫາກິນ, ແຕ່ມື້ນີ້ ພວກເຮົາພັດຖືກຈຳກັດ,

ນີ້ແຫລະຄືພວກເຮົາພວມຢູ່ໃນສະຖານະການທີ່ບໍ່ເປັນປົກກະຕິ ຂອງສະພາບການທີ່ເກີດຂຶ້ນ, ແຕ່ມັນພັດຮຽກຮ້ອງໃຫ້ທຸກຄົນຕ້ອງໄດ້ເສຍສະຫລະ, ເສຍສະຫລະເພື່ອຕົນເອງ, ເພື່ອຄວາມສະຫງົບສຸກຂອງສັງຄົມ ແລະ ເສຍສະຫລະເພື່ອສະຖຽນລະພາບ ແລະ ຄວາມໝັ້ນຄົງ ຂອງປະເທດຊາດເຮົາ,

ຖ້າພວກເຮົາພ້ອມກັນ ຜ່ານພົ້ນໄລຍະວິກິດນີ້ໄປໄດ້ ຄວາມຜາສຸກຮ່ວມກັນໃນວົງຄະນະຍາດແຫ່ງຊາດ ຂອງພວກເຮົາ, ຂອງຄອບຄົວເຮົາ ຈະກັບຄືນມາອີກຄັ້ງຢ່າງແນ່ນອນ.

ແຫຼ່ງຂໍ້ມູນ: ຂປລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,