6 ແອັບພິເຄຊັນ ທີ່ຂ່າວສານກະຈາຍໄວທີ່ສຸດ

ແອັບພິເຄຊັນໃນມືຖື ເປັນເຕັກໂນໂລຍີທີ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະດ້ວຍຕະຫຼາດໃນໂລກອອນລາຍທີ່ກຳລັງຂະຫຍາຍຕົວ ເຊິ່ງເປັນປັດໄຈໜຶ່ງທີ່ຈະເຮັດໃຫ້ຜູ້ຄົນເຂົ້າເຖິງແອັບພິເຄຊັນເຫຼົ່ານີ້ຫຼາຍຂຶ້ນ

ໃນປັດຈຸບັນ ຄົນລາວສ່ວນຫຼາຍໃຊ້ແອັບພິເຄຊັນເຫຼົ່ານີ້ຈະສາມາດໃນການເຂົ້າເຖິງຜູ້ຄົນຫຼາຍຂຶ້ນ ເພື່ອຂະຫຍາຍຕະຫຼາດໃນການເຮັດວຽກ ຫຼືການຂາຍສິ່ງຕ່າງໆໃນສື່ສັງຄົມອອນລາຍ ເຊັ່ນ: ການໃຊ້ໂປໂມດສິນຄ້າ, ການເຮັດໂຄສະນາ, ການສອນ, ການສາ້ງວີດີໂອເພື່ອດຶງລູກຄ້າ ແລະເບິ່ງສື່ຂ່າວສານຕ່າງໆ

ຄົນລາວສ່ວນຫຼາຍແມ່ນຈະໃຊ້ສື່ສັງຄົມອອນລາຍເບິ່ງຂ່າວ ແທນການອ່ານໜັງສືພິມຫຼືຫາຂ່າວຕາມວາລະສານຕ່າງໆ ເພາະຂ່າວສານຈະໄວກ່າວ ແຕ່ກໍ່ມີຂໍ້ເສຍເພາະອາດຈະເກີດຂ່າວປອມໆໄດ້ຫຼາຍ ແລະກະຈາຍຢ່າງໄວວາ ແລະແອັບພິເຄຊັນທີ່ຂ່າວສານກະຈາຍໄວທີ່ສຸດມີ

Facebook

TikTok

Twitter

Youtube

WhatsApp

Instagram

ສື່ສັງຄົມອອນລາຍໃນປັດຈຸບັນ ມີທັງຂໍ້ດີແລະຂໍ້ເສຍ ຂຶ້ນກັບການນຳໃຊ້ຂອງຜູ້ໃຊ້ງານ ທຸກຄັ້ງກ່ອນທີ່ຈະກະຈາຍຂ່າວຄວນກວດສອບເຖິງຄວາມຖືກຕ້ອງ ແລະຄວາມເໝາະສົມກ່ອນສະເໝີ ເພາະປັດຈຸບັນຂ່າວປອມເກີດຂຶ້ນຕະຫຼອດ ແລະການກະຈາຍຂ່າວກໍ່ເກີດຂຶ້ນຢ່າງໄວບໍ່ວ່າຈະເປັນຊ່ຶງທາງໃດກໍ່ຕາມທີ່ເຮົາກ່າວມານັ້ນ

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: