ກຽມກໍ່ສ້າງ ສວນສາທາລະນະ ເພື່ອການຮຽນຮູ້

ຄະນະສະຖາປັດຕະຍະກຳສາດ (ຄສປ), ມະຫາວິທະຍາໄລແຫ່ງຊາດ ໄດ້ເປີດໂຄງການກໍ່ສ້າງ ສວນສາທາລະນະ ເພື່ອການຮຽນຮູ້ ແລະ ໃຫ້ກາຍເປັນສັນຍະລັກຂອງການພັດທະນາ ວິຊາການ ລວມທັງເປັນ ສັນຍະລັກຂອງ ຄວາມສາມັກຄີ.  

ທ່ານ ສິນທະວອນ ດາລາວົງ, ຄະນະບໍດີ ຄສປ ກ່າວວ່າ: ການສ້າງສວນສາທາລະນະເພື່ອການຮຽນຮູ້ຢູ່ ສວນປ່າສັກ ໃນປັດຈຸບັນ ເປັນບໍລິເວນ ຄສປ ໂດຍກວມເນື້ອທີ່ 4 ເຮັກຕາກວ່ານັ້ນ ຈະສ້າງສິ່ງອຳນວຍຄວາມສະດວກ ໂດຍນຳໃຊ້ທ່າແຮງຂອງບໍລິເວນນີ້ ໃຫ້ສາມາດຕອບສະໜອງກິດຈະກຳການສຶກສາໃຫ້ຄົບຖ້ວນຕາມ 5 ຫຼັກມູນ ທີ່ ກະຊວງສຶກສາທິການ ແລະ ກິລາວາງອອກ ທັງເປັນການປະຕິບັດຕາມວິໄສທັດ ການພັດທະນາຮອດປີ 2030 ແລະ ແຜນຍຸດທະສາດການພັດທະນາປີ 2016-2025 ຂອງ ມຊ. ເຊິ່ງສວນນີ້ ຈະສ້າງເງື່ອນໄຂໃຫ້ແກ່ການຫັນ ການຮຽນ-ການສອນ ລົງສູ່ພາກປະຕິບັດຕົວຈິງ ທັງເຮັດໃຫ້ນັກສຶກສາມີໂອກາດຮຽນຮູ້ຕົວຈິງຈາກພາກສະໜາມ ຫຼາຍຂຶ້ນ. 

ທ່ານ ສິນທະວອນ ດາລາວົງ

ທ່ານກ່າວໃຫ້ຮູ້ອີກວ່າ: ການສ້າງໃຫ້ເປັນສວນສາທາລະນະເພື່ອການຮຽນຮູ້ດັ່ງກ່າວນີ້ຂຶ້ນເພື່ອຈຸດປະສົງຄື:

1. ສ້າງເປັນສວນສາທາລະນະເພື່ອການຮຽນຮູ້ວິຊາການດ້ານຕ່າງໆໂດຍຕິດພັນກັບວິຊາການຮຽນ-ການສອນ ແລະ ການຝຶກຫັດຂອງຄູ-ອາຈານ ແລະ ນັກສຶກສາບໍ່ສະເພາະແຕ່ຄະນະ ຄສປ ຍັງລວມເຖິງຄະນະອື່ນໆ.

2. ສ້າງເປັນພິພິທະພັນວັດທະນະທໍາບັນດາຊົນເຜົ່າ ໂດຍການເຕົ້າໂຮມເອົາບັນດາເຮືອນ ພ້ອມດ້ວຍອຸປະກອນເຄື່ອງໃຊ້ ທີ່ຕິດພັນກັບວິຖີການດຳລົງຊີວິດຂອງຊົນເຜົ່າຕ່າງໆ ມາທ້ອນໂຮມໄວ້ໃນສະຖານທີ່ດັ່ງກ່າວ ເພື່ອໃຫ້ນັກສຶກສາໄດ້ຮຽນຮູ້ກ່ຽວກັບສະຖາປັດຕະຍະກຳທ້ອງຖິ່ນຊົນເຜົ່າຕ່າງໆ, ພູມປັນຍາໃນການອອກແບບ, ການກໍ່ສ້າງ, ການນໍາໃຊ້ວັດສະດຸ ແລະ ວິຖີການດຳລົງຊີວິດທີ່ຕິດພັນກັບທີ່ຢູ່ອາໄສ.

3. ສ້າງເປັນສວນຕົ້ນໄມ້ ແລະ ດອກໄມ້ສາຍພັນຕ່າງໆ ເພື່ອເຮັດໃຫ້ນັກສຶກສາໄດ້ຮຽນຮູ້ການອອກແບບຈັດສວນຕົ້ນໄມ້, ສວນດອກໄມ້ຊະນິດຕ່າງໆ ລົງໃສ່ພື້ນທີ່ຢ່າງເໝາະສົມ ແລະ ສວຍງາມ, ລວມທັງໄດ້ຮຽນຮູ້ວິທີການປູກ, ການບົວລະບັດຮັກສາຢ່າງຖືກຕ້ອງ.

4. ສ້າງເປັນສະຖານທີ່ເຕົ້າໂຮມຂອງຄູ-ອາຈານ ແລະ ນັກສຶກສາ ເພື່ອຈັດກິດຈະກຳອະເນກປະສົງຕ່າງໆເຊັ່ນ: ເປັນສະຖານທີ່ພັກຜ່ອນຢ່ອນໃຈ, ເປັນສະຖານທີ່ອອກກໍາລັງກາຍ, ຈັດງານຕະຫຼາດນັດຜະລິດຕະພັນນັກສຶກສາ, ພື້ນທີ່ຈັດວາງສະແດງຜົນງານທາງວິຊາການຕ່າງໆຂອງຄູ-ອາຈານ ແລະ ຜົນງານຂອງນັກສຶກສາ ແລະ ຈັດງານເທດສະການຕ່າງໆຂອງ ມຊ.

5. ສ້າງຫໍມູນເຊື້ອ ມຊ ເປັນບ່ອນວາງສະແດງການກຳເນີດ ແລະ ການຂະຫຍາຍຕົວຂອງ ມຊ ຕັ້ງແຕ່ເລີ່ມຕົ້ນຈົນເຖິງປັດຈຸບັນ.

6. ສ້າງເປັນສະຖານທີ່ເອື້ອອໍານວຍຄວາມສະດວກໃຫ້ແກ່ຄູ-ອາຈານ ແລະ ນັກສຶກສາເຊັ່ນ: ຮ້ານອາຫານ, ຮ້ານເຄື່ອງດື່ມ, ຮ້ານຂາຍອຸປະກອນຮັບໃຊ້ການຮຽນ-ການສອນເຫຼົ່ານີ້.

7. ກາຍເປັນພື້ນທີ່ສວນສາທາລະນະທີ່ມີຄວາມໂດດເດັ່ນສວຍງາມປະດັບເອ້ໃຫ້ ມຊ ທີ່ມີທັງຄູ-ອາຈານ ແລະ ນັກສຶກສາທົ່ວ ມຊ ສາມາດເຂົ້າມານໍາໃຊ້ຢ່າງກວ້າງຂວາງ.

ທ່ານ ສິນທະວອນ ກ່າວຕື່ມອີກວ່າ: ເບື້ອງຕົ້ນຈະໃຊ້ງົບປະມານກໍ່ສ້າງ 6 ຕື້ກີບ ແລະ ຈະໃຊ້ເວລາກໍ່ສ້າງ 4 ປີ ໂດຍທີ່ຕັ້ງ ສວນສາທາລະນະນີ້ ຢູ່ຈຸດຍຸດທະສາດສໍາຄັນຂອງ ມຊ, ຢູ່ຈຸດໃຈກາງ ວິທະຍາເຂດດົງໂດກ ຕິດກັບເສັ້ນທາງເຊື່ອມຕໍ່ທີ່ສໍາຄັນ ເປັນເຂດທີ່ມີນັກລົງທຶນສົນໃຈ ແລະ ຕ້ອງການ ແລະ ການທີ່ ມຊ ໄດ້ມອບເນື້ອທີ່ດັ່ງກ່າວໃຫ້ແກ່ ຄສປ ຄຸ້ມຄອງພັດທະນາ ຍ້ອນຄວາມຕັ້ງໃຈຂອງພະນັກງານ ຄູ-ອາຈານ ທີ່ຫວັງສ້າງໃຫ້ເປັນສວນສັນຍະລັກຂອງການ ພັດທະນາວິຊາການ ແລະ ຄວາມສາມັກຄີ. 

More from author

Related posts

Latest posts

ປະຫວັດ ພຣະທາດຫຼວງວຽງຈັນ

ພະທາດຫຼວງວຽງຈັນຕັ້ງຢູ່ສົ້ນສຸດທາງທິດຕາເວັນອອກຂອງຖະໜົນທາດຫຼວງ ບ້ານ ທາດຫຼວງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເປັນປູຊະນິຍະສະຖານບູຮານອັນເປັນສັນ ຍະລັກຂອງປະເທດລາວ ແລະ ເປັນມິ່ງຂັວນຂອງປະຊາຊົນລາວກໍຄືຊາວພຸດທັງສອງຟາກຝັ່ງ ແມ່ນ້ຳຂອງ. ຕາມຕຳນານອຸລັງຄະທາດ ພະທາດຫຼວງຖືກສ້າງຂຶ້ນເທື່ອທີໜຶ່ງໃນ ປີ ພ.ສ 236 (ກ່ອນ ຄ.ສ 307 ປີ) ສະໄໝສ້າງເມືອງວຽງຈັນ, ໂດຍພຣະເຈົ້າ ຈັນທະບຸຣີ ປະສິດທິຈັກ ພ້ອມດ້ວຍພຣະ ອໍຣະຫັນຫ້າອົງ (ພຣະສົງລາວ) ທີ່ກັບມາຈາກການສຶກສາທຳມະ ແລະ ໄດ້ນຳເອົາພຣະບໍຣົມມະທາດ (ກະດູກ) ຂອງພຣະພຸດທະເຈົ້າມາຈາກປະເທດອິນເດຍ.

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...