ຫົວພັນ ປະກາດ ຮັບຮອງເອົາ “ພະເຈົ້າອົງຕື້” ເປັນມໍລະດົກທ້ອງຖິ່ນແຂວງ. 

ພະເຈົ້າອົງຕື້ ເປັນພະພຸດທະຮູບປາງມາລະວິໄຊ ມີນ້ຳໜັກ 3.850 ກິໂລກະລາມ, ລວງສູງແຕ່ຕີນແທ່ນເຖິງຍອດເກດ 3 ແມັດ, ບ່າໄລກ້ວາງ 90 ຊັງຕີແມັດ, ໜ້າຕັກກ້ວາງ 1,30 ຊັງຕີແມັດແທ່ນພະສູງ 80 ຊັງຕີແມັດ ແລະ ແທ່ນພະກ້ວາງ 1,85 ຊັງຕີແມັດເປັນພະພຸດທະຮູບທອງສຳລິດ ມີລັກຊະນະຮູບຊົງສວຍສົດງົດງາມ. ຫຼໍ່ຂື້ນທີ່ບ້ານເມືອງໂສຍແຂວງຫົວພັນໃນປີ ພສ 2108 ກົງກັບ ຄສ 1565 ເດືອນຍີ່ລາວຂື້ນ 5 ຄ່ຳ, ໂດຍແມ່ນເຈົ້າພະຍາສີສຸລີນທຳ ມະລາດເປັນຜູ້ນຳພາຫຼໍ່, ປະຈຸບັນໄດ້ປະດິດສະຖານໄວ້ຢູ່ທີ່ວັດອົງຕື້ສີບຸນເຮືອງໄຊຍະຣາມເທດສະບານເມືອງຊຳເໜືອແຂວງຫົວພັນ. 

ເພື່ອປະຕິບັດຕາມກົດໝາຍວ່າດ້ວຍ ມໍລະດົກແຫ່ງຊາດ (ສະບັບປັບປຸງ)ເລກທີ44/ສພຊ; ລົງວັນທີ 24 ທັນວາ ປີ2013; ມາດຕາ 19 ວ່າດ້ວຍ ມໍລະດົກແຫ່ງຊາດລະດັບທ້ອງຖິ່ນ ແລະ ກົດໝາຍປົກຄອງທ້ອງຖິ່ນແຫ່ງ ສປປ ລາວ ສະບັບເລກທີ 68/ສພຊ; ລົງວັນທີ 14 ທັນວາ ປີ 2015 ໝວດທີ IV ວ່າດ້ວຍສິດ ແລະ ໜ້າທີຂອງເຈົ້າແຂວງ ພ້ອມທັງເປັນການປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າ, ຄວາມສຳຄັນ ແລະ ຊື່ສຽງຂອງພະເຈົ້າອົງຕື້ເຊີ່ງເປັນພະພຸດທະຮູບທີ່ເກົ່າແກ່, ສັກສິດໃຫ້ເປັນມີ່ງຂັວນເຄົາລົບຊັກກາລະບູຊາຂອງປວງຊົນລາວບັນດາເຜົ່າເວົ້າສະເພາະຊາວແຂວງ ຫົວພັນ ຕະຫຼອດໄປ.

ດັ່ງນັ້ນ, ໃນວັນທີ 15 ກຸມພາ ກົງກັບເດືອນ 3 ລາວຂື້ນ 14 ຄ່ຳນີ້ ພະສົງພ້ອມດ້ວຍການນຳ, ພາກສ່ວນທີ່ກ່ຽວຂ້ອງຂອງແຂວງ, ຂອງເມືອງ ແລະ ພໍ່ແມ່ປະຊາຊົນພາຍໃນເທດສະບານເມືອງຊຳເໜືອແຂວງຫົວພັນ ໄດ້ຈັດພິທີທາງສາດສະໜາຂື້ນຢູ່ວັດອົງຕື້ສີບຸນເຮືອງໄຊຍະຣາມ ເພື່ອປະກາດຮັບຮອງເອົາພະອົງຕື້ເປັນມໍລະດົກຂັ້ນທ້ອງຖີ່ນຂອງຕົນຕາມຂໍ້ຕົກຂອງທ່ານເຈົ້າແຂວງສະບັບເລກທີ146/ຈຂ ຫພ ລົງວັນທີ 14 ກຸມພາ ປີ 2022 ວ່າດ້ວຍການຮັບຮອງເອົາພະອົງຕື້ເປັນມໍລະດົກທາງດ້ານວັດທະນາທຳລະດັບທອງຖີ່ນແຂວງຫົວພັນ.

ຜູ້ມອບໂດຍແມ່ນ ທ່ານ ພຸດພັນ ແກ້ວວົງ, ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ ຜູ້ຊີ້ນຳຂົງເຂດ ວັດທະນາທຳ-ສັງຄົມ ຂັ້ນແຂວງ ຜູ້ຮັບໂດຍແມ່ນ ນາງ ໝັ້ນ ເພັງຂະຕິຍະ, ກຳມະການພັກແຂວງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ ແຂວງ ໂດຍມີທ່ານ ນາງ ອຳໄພວອນ ລ້ອມບຸນແພງ, ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຫົວພັນ ພ້ອມດ້ວຍການນຳຂອງເມືອງຊຳເໜືອ, ພາກສ່ວນກ່ຽວຂ້ອງຂອງແຂວງ ແລະ ມວນຊົນພາຍໃນເທດສະບານເມືອງຊຳເໜືອເຂົ້າຮ່ວມ. 

ທີ່ມາ: ແຂວງຫົວພັນ ປະກາດຮັບຮອງເອົາພະອົງຕື້ເປັນມໍລະດົກຂັ້ນທ້ອງຖີ່ນຂອງຕົນ – ຂ່າວຫົວພັນ (wordpress.com) 

More from author

Related posts

Latest posts

ຮູ້ຈັກ “ຊົນເຜົ່າບຣູ” ກັບວິຖີການດຳລົງຊີວິດ ແລະ ຮີດຄອງປະເພນີ

ຊົນເຜົ່າບຣູ ເປັນ 1 ໃນ 50 ຊົນເຜົ່າຂອງລາວ ທີ່ມີປະຫວັດຄວາມເປັນມາ, ວັດທະນະທຳ ແລະ ຮີດຄອງປະເພນີທີ່ໜ້າສົນໃຈ, ໂດຍຊົນເຜົ່າບຣູ ແມ່ນເລີ່ມຕົ້ນເຄື່ອນຍ້າຍເຂົ້າສູ່ປະເທດລາວໃນສະຕະວັດທີ່ 6 ຈາກພາກຕາເວັນອອກສ່ຽງໃຕ້ຂອງປະເທດອິນເດຍ ແລ້ວມາຕັ້ງຖິ່ນຖານພູມລຳເນົາຢູ່ເຂດພາກກາງ ແລະ ພາກໃຕ້ຂອງ ສປປ ລາວ ໂດຍສະເພາະແມ່ນຢູ່ໃນບາງເຂດຂອງແຂວງຄຳມ່ວນ ແລະ ສະຫວັນນະເຂດ.

ເບິ່ງແຍງສາຍຕາງ່າຍໆ ເຮັດໄດ້ດ້ວຍຕົນເອງ

ເມື່ອກ່ອນຄົນທີ່ມີບັນຫາເລື່ອງສາຍຕາສ່ວນຫຼາຍກໍຈະເປັນກຸ່ມຄົນທີ່ສູງອາຍຸ ເພາະໃຊ້ສາຍຕາມາເປັນເວລາດົນນານ ອາດຈະມີອາການເຊື່ອມສະພາບຕາມການເວລາໄດ້. ແຕ່ປັດຈຸບັນບໍ່ສະເພາະແຕ່ຜູ້ສູງໄວ ມັນເກີດຂຶ້ນກັບທຸກກຸ່ມອາຍຸ ບໍ່ວ່າຈະເປັນເດັກນ້ອຍ, ໄວໜຸ່ມ ລ້ວນແລ້ວແຕ່ປະສົບບັນຫາເລື່ອງສາຍຕາ ບາງຄົນກໍມີອາການສາຍຕາສັ້ນ, ສາຍຕາຍາວ, ສາຍຕາອຽງ, ປະສາດຕາເມື່ອຍລ້າ, ຕາແດງ, ຕາເປັນຕໍ້, ຈໍປະສາດຕາເຊື່ອມ ເຫຼົ່ານີ້ເປັນຕົ້ນ.

ຄວນເຮັດແນວໃດ ເມື່ອຕ້ອງອອກກຳລັງກາຍຍາມຝົນ!

ຊ່ວງໜ້າຝົນແບບນີ້ ຄົນທີ່ມັກອອກກຳລັງກາຍກາງແຈ້ງເປັນປະຈຳ ອາດຈະປ່ຽນເປັນການອອກກຳລັງກາຍໃນຮົ່ມແທນ ແຕ່ບາງຄົນຍັງມັກອອກກຳລັງກາຍກາງແຈ້ງຫຼາຍກວ່າ ເຊິ່ງອາດຈະໃຊ້ວິທີເລື່ອນເວລາໄປໃນຕອນທີ່ຝົນເຊົາຕົກ ຫຼື ຕອນທີ່ຝົນຕົກຄ່ອຍໆ ແຕ່ຊ່ວງເວລາດັ່ງກ່າວ ກໍຍັງມີສິ່ງທີ່ຄວນລະວັງໃນການອອກກຳລັງກາຍ ທີ່ຕ່າງໄປຈາກສະພາບປົກກະຕິ.