ໄປຢາມກັນແລ້ວບໍ! ດານພຣະ, ເມືອງ ໂພນໂຮງ,​ ແຂວງ ວຽງຈັນ.

ສະຖານທີ່ທ່ອງທ່ຽວ ທຳມະຊາດ – ວັດທະນາທຳ ດານພຣະ ຕັ້ງຢູ່ໃນເຂດ ບ້ານ ນ້ຳລິນ, ເມືອງ ໂພນໂຮງ, ແຂວງ ວຽງຈັນ ຫ່າງຈາກສຳນັກງານປົກຄອງ ເມືອງໂພນໂຮງ ໄປທາງທິດຕາເວັນຕົກປະມານ 3 ກິໂລແມັດ, ເປັນສະຖານທີ່ບູຮານສະຖານ ທີ່ທຳມະຊາດສ້າງຂຶ້ນ, ເປັນພື້ນແຜ່ນພະລານຫີນ ທີ່ງົດງາມຫຼາກຫຼາຍສີສັນ ແລະ ກວ້າຂວາງ, ມີຫວ້ຍນ້ຳໃສໄຫຼເຢັນ, ມີຕົ້ນໄມ້ໃບຫຍ້າຕືບໜາ, ເປັນສະຖານທີ່ງຽບສະຫງົບ ເໝາະສົມທີ່ຈະເປັນບ່ອນພັກຜ່ອນ, ທ່ອງທ່ຽວ ແລະ ເປັນບ່ອນວິປັດສະນາ ກຳມະຖານຂອງພຣະພິຂຸສົງ. ເຊິ່ງສະຖານທີ່ແຫ່ງນີ້ ມີເນື້ອທີ່ຫຼາຍກວ່າ 3.500 ເຮັກຕາ, ມີຄວາມຍາວ 14 ກິໂລແມັດ, ກວ້າງ 2.5 ກິໂລແມັດ,

ພາບຈາກ: ທ່ອງທ່ຽວແຂວງວຽງຈັນ Vientiane tourism

ຕາມການເລົ່າຂອງຜູ້ອາວຸໂສ ຫຼາຍທ່ານ ທີ່ຮູ້ກ່ຽວກັບປະຫວັດຄວາມເປັນມາຂອງ ດານພຣະ ເຄີຍເວົ້າໄວ້ວ່າ: ດານພຣະແຫ່ງນີ້ ມີຮອຍພຣະບາດ ແລະ ພຣະພຸດທະຮູບ ທີ່ສະຫຼັກຕິດກັບພື້ນຫີນ ແລະ ຜາພະນັງຫີນ ຢູ່ໃນສະຖານທີ່ແຫ່ງນີ້ ເຊິ່ງມີອາຍຸການປະດິດສະຖານ ເທົ່າກັນກັບພຣະພຸດທະຮູບ ຢູ່ວັງຊ້າງ ຄືສະຫຼັກໄວ້ຝາຫີນໃນປີ ຄສ 628 ມາເຖິງປັດຈຸບັນ ແມ່ນໄດ້ 1.000 ກວ່າປີແລ້ວ.

ພາບຈາກ: ທ່ອງທ່ຽວແຂວງວຽງຈັນ Vientiane tourism

ຕົກມາຮອດປີ 1957 ໄດ້ມີຜູ້ມີໃຈ ສັດທາມາບູລະນະພຣະພຸດທະຮູບທີ່ເກົ່າແກ່ນັ້ນ ໃຫ້ເປັນຮູບຮອຍເດັ່ນຊັດຂຶ້ນ ແລະ ລາພອນພຣະພຸດທະຮູບຄືນໃໝ່ ພ້ອມໄດ້ປຸກຫໍບູຊາກວມເອົາພຣະພຸດທະຮູບດັ່ງກ່າວໄວ້, ແຕ່ຫຼາຍປີຕໍ່ມາຫໍບູຊານັ້ນໄດ້ເກົ່າແກ່ເພພັງ ແລະ ຖືກຟ້າລົມຝົນຕົກແຮງເຮັດໃຫ້ນ້ຳປ່າໄຫຼມາຊຸທັ່ງເອົາຫໍບູຊານັ້ນເປ່ເພຫັກພັງໄປ. ໃນໄລຍະຕໍ່ມາກໍມີຫຼາຍເຈົ້າສັດທາທານ, ມີຫຼາຍພຣະອາຈານທີ່ໄປຈຳພັນສາຢູ່ສະຖານທີ່ແຫ່ງນີ້ຫວັງເພື່ອຢາກສ້າງສາ, ພັດທະນາ, ບູລະນະສະຖານທີ່ແຫ່ງນີ້ໃຫ້ເປັນສະຖານທີ່ອັດສະລີຍະທຳໃຫ້ແກ່ພຸດທະສາດສະໜາສະນີກະຊົນ ແລະ ບ່ອນວິປັດສະນາທຳມະຖານຂອງພຣະພຸດຂຸສົງທັງຫຼາຍ ແຕ່ຍັງບໍ່ໄດ້ປະສົບຜົນສຳເລັດໃນລະດັບສູງສົ່ງເທື່ອຍ້ອນບໍ່ມີກຸດຕິ, ບໍ່ມີວັດວາອາຮາມທີ່ເປັນບ່ອນສະຖິດຂອງຄູບາອາຈານ ແລະ ຍັງຂາດການປະສານສົມທົບກັບຫຼາຍພາກສ່ວນ, ຂາດງົບປະມານວັດຖຸອຸປະກອນຕ່າງໆໃນການກໍ່ສ້າງສະຖານທີ່ແຫ່ງນີ້.

ໃນປະຈຸບັນ ທາງອຳນາດການປົກຄອງເມືອງ ໄດ້ຕັ້ງບັນຫາສຳຄັນໄດ້ຕົກລົງແຕ່ງຕັ້ງຄະນະຊີ້ນຳ ແລະ ຄະນະຮັບຜິດຊອບແຕ່ລະດ້ານຄົບຊຸດ ແລະ ໄດ້ຕົກລົງເປັນເອກະພາບໃນການທີ່ຈະບຸກເບີກ ບູລະນະ, ປະຕິສັງຂອນພຣະພຸດທະຮູບ ແລະ ຮອຍພຣະບາດດັ່ງກ່າວ ໃຫ້ຮຸ່ງເຮືອງເຫຼືອງເຫຼື້ອມເປັນບ່ອນສຶກສາຄົ້ນຄວ້າທາງດ້ານວັດທະນະທຳ ແລະ ທຳມະຊາດໃຫ້ເປັນບ່ອນໜ້າສັກກະລະບູຊາ ແລະ ໜ້າທ່ຽວຊົມຕໍ່ໜ້າ.

ທີ່ມາ: ທ່ອງທ່ຽວແຂວງວຽງຈັນ Vientiane tourism

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.