Saturday, November 1, 2025
Kbank Laos โอน รับ จ่าย

“ທ້າວເວດສຸວັນ” ຜົນງານຮູບແຕ້ມ ຈາກ ລັດຕິກອນ ອິນທະວົງ ໜຸ່ມວິຈິດສິນ ຈາກແຂວງ ຄຳມ່ວນ.

ຮູບແຕ້ມ “ທ້າວເວດສຸວັນ” ທີ່ມີຄວາມງົດງາມ ແລະ ປານີດ ເຊິ່ງທ່ານເຫັນຢູ່ນີ້ ເປັນຜົນງານການແຕ້ມ ຂອງໜຸ່ມ ລັດຕິກອນ ອິນທະວົງ (ເປິ້ນ), ໄວ 21 ປີ ຈາກແຂວງ ຄຳມ່ວນ, ນັກສຶກສາປີ 4 ຄະນະຈິດຕະກໍາ, ສະຖາບັນວິຈິດສິນແຫ່ງຊາດ ທີ່ໃຊ້ເວລາໃນການສ້າງສັນຜົນງານດັ່ງກ່າວດົນເຖິງ 58 ມື້ ຕັ້ງແຕ່ວັນທີ 25 ມີນາ ຫາ ວັນທີ 17 ພຶດສະພາ 2022 (ເກືອບ 2 ເດືອນ).

ລັດຕິກອນ  ເລີ້ມມັກໃນການແຕ້ມຮູບມາຕັ້ງແຕ່ຕອນອາຍຸໄດ້ 6 ປີ, ສິ່ງທີ່ເຮັດໃຫ້ເຂົາເປັນຄົນມັກໃນການແຕ້ມຮູບກໍຄື “ພໍ່” ເພາະຕອນຍັງນ້ອຍເຫັນພໍ່ແຕ້ມຮູບ ເລີຍແຕ້ມຕາມ ແລະ ເລີ້ມມັກມາຕັ້ງແຕ່ຕອນນັ້ນ, ສຳລັບແຮງບັນດານໃຈໃນການແຕ້ມຮູບຂອງເຂົາແມ່ນ ຢາກຈະຮູ້ຂີດຈຳກັດຂອງຝີມືໂຕເອງ ຈຶ່ງພະຍາຍາມຫາຜົນງານຂອງສີລະປິນດັງໆ ມາກ່າຍແບບເພື່ອໃຫ້ຮູ້ວ່າ ໂຕເອງສາມາດແຕ້ມໄດ້ສ່ຳໃດ ເປັນຕົ້ນແມ່ນຜົນງານການແຕ້ມ “ທ້າວເວດສຸວັນ” ເຊິ່ງໄດ້ອ້າງອີງຕົ້ນສະບັບ ມາຈາກຜົນງານຂອງສິລະປິນຄົນໄທ ທີ່ມີຊື່ວ່າ: Plabpluengs.Gallery (ສາມາດເບິ່ງຕົ້ນສະບັບໄດ້ທີ່: https://cutt.ly/yHEuoIy).

ເວົ້າເຖິງຜົນງານທີ່ເຂົາເຄີຍແຕ້ມຜ່ານມາ ມີຂ້ອນຂ້າງຫຼາຍ ເຊິ່ງເຂົາກໍບໍ່ຈື່ວ່າຈຳນວນມັນເທົ່າໃດ ສ່ວນຜົນງານທີ່ມັກເລີຍກະແມ່ນຮູບແຕ້ມ “ທ້າວເວດສຸວັນ” ນີ້ລະ ທີ່ສ້າງສັນມາລ່າສຸດ ເວລາທີ່ໃຊ້ແຕ້ມແມ່ນ 58 ມື້ ເປັນຜົນງານກ່າຍແບບສີລະປິນໄທ.

ຜົນງານສ່ວນໃຫຍ່ທີ່ເຂົາໄດ້ສ້າງຂຶ້ນມາບໍ່ເຄີຍເອົາໄປປະກວດຢູ່ໄສມາກ່ອນ ສ່ວນຫຼາຍຈະເອົາໄປວາງສະແດງຕາມງານເລັກໆ ນ້ອຍໆ ເທົ່ານັ້ນ!

ລັດຕິກອນ ກ່າວວ່າ: ເຖິງຈະບໍ່ໄດ້ເອົາໄປປະກວດ ແລະ ໄດ້ລາງວັນມາ ນ້ອງກໍມີຄວາມພູມໃຈຫຼາຍກັບສິ່ງທີ່ກຳລັງເຮັດຢູ່ ເພາະວ່າອາຊີບສີລະປິນ ເປັນອາຊີບທີ່ໃຫ້ອິດສະຫຼະກັບເຮົາ ແຖມເປັນອາຊີບທີ່ມີກຽດສູງສົ່ງ ບໍ່ແພ້ອາຊີບອື່ນໆເລີຍ ນ້ອງຖືວ່ານ້ອງຄິດຖືກທີ່ສຸດແລ້ວທີ່ເລືອກມາຮຽນສາຍນີ້”.

ເຖິງຢ່າງໃດກໍຕາມ ຈາກຮູບທີ່ເຂົາແຕ້ມອອກມາ ກໍມີຫຼາຍຄົນໃຫ້ຄວາມສົນໃຈ ເຊິ່ງສ່ວນໃຫຍ່ງານທີ່ເຂົາແຕ້ມຈະເປັນງານສີໄມ້ ທີ່ໄດ້ຮັບຄວາມສົນໃຈ ເພາະເປັນງານທີ່ເຂົາຖະໜັດສຸດແລ້ວ.

ສ່ວນລາຍຮັບຈາກການແຕ້ມຮູບນີ້ ມັນກໍມີຫຼາຍພໍທີ່ຈະສາມາດເຮັດໃຫ້ເຮົາພໍຢູ່ພໍໃຊ້ ລາຍຮັບຄ່າສະເລ່ຍຢູ່ທີ່ 1.500.000 ຫາ 2.500.000 ກີບຕໍ່ເດືອນ (ປັດຈຸບັນ ທີ່ນ້ອງຮຽນປີ 4) ໃນອະນາຄົດມັນອາດຈະສູງຂຶ້ນກວ່ານີ້.

ຢາກຝາກເຖິ່ງຄົນທີ່ຢາກມາຮຽນແຕ້ມຮູບແມ່ນ ຕ້ອງດຸໝັ່ນຝຶກຝົນຝີມືຕົນເອງ ໝັ່ນສຶກສາຂ້ໍມູນ ທັ້ງທິດສະດີ ແລະ ຄ່ອຍໆຝຶກໄປເທື່ອລະຂັ້ນ ແລ້ວກໍລົງໂຕຈິງ ທີ່ສຳຄັນຕ້ອງກ້າທີ່ຈະສະແດງຜົນງານໃຫ້ຄົນທົ່ວໄປເຫັນ ບໍ່ຕ້ອງອາຍທີ່ຈະໃຫ້ຄົນອື່ນເຫັນຜົນງານຂອງເຮົາ ຄົນອື່ນຈະຄິດແນວໃດກໍຢ່າ ຈົ່ງພູມໃຈໃນຜົນງານຕົນເອງ.

ເພາະບັນຫາຫຼັກໆເລີຍ ທີ່ເຮັດໃຫ້ຄົນບໍ່ຢາກມາຮຽນສີລະປະ ຫຼື ບໍ່ກ້າມາຮຽນແມ່ນ ຈະຖືກຜູ້ໃຫຍ່ຖາມວ່າ ຮຽນແຕ້ມຮູບຈົບໄປແລ້ວ ສິໄປເຮັດວຽກຫຍັງ ສິຫາເງິນແນວໃດ? ມັນເປັນຄຳຖາມທີ່ເຮັດໃຫ້ຄົນທີ່ຈະມາຮຽນບໍ່ກ້າມາຮຽນ ຢາກໃຫ້ຜູ້ໃຫຍ່ຫຼາຍຄົນ ຫຼື ຄົນອື່ນໆ ປ່ຽນແນວຄິດ ທີ່ວ່າຮຽນສິລະປະແລ້ວມັນເປັນອາຊີບທີ່ບໍ່ໝັ່ນຄົງ ເພາະປັດຈຸບັນນີ້ໂລກມັນໄປໄກແລ້ວ ມັນມີສີລະປະທີ່ຄົນຍອມຮັບ ແລະພ້ອມຈ່າຍໃຫ້ມັນເປັນຈຳນວນເງິນທີ່ຫຼາຍ ເປັນຕົ້ນ NFT ຖ້າເຈົ້າມີສີມື ແລະ ຮູ້ແນວທາງການຂາຍ ເຈົ້າສາມາດເປັນເສດຖີໄດ້ເລີຍ.

ເບິ່ງຜົນງານເພີ່ມເຕີມໄດ້ທີ່: facebook: Ladtikone Inthavong

More from author

Related posts

Latest posts

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.

Vietjet ສະເໜີປີ້ລາຄາສູນເປັນເວລາ 3 ມື້ ເທົ່ານັ້ນ ຈົນຮອດວັນທີ 31 ຕຸລາ 2025

ນະຄອນຫຼວງວຽງຈັນ, ວັນທີ 29 ຕຸລາ 2025 – ເພື່ອສະເຫຼີມສະຫຼອງການເປີດເສັ້ນທາງບິນໃໝ່ໃນທົ່ວພາກພື້ນອາຊີ-ປາຊີຟິກ ແລະ ໄດ້ຮັບການຮັບຮູ້ຈາກສາກົນຄັ້ງຫຼ້າສຸດ, ບໍລິສັດ Vietjet ໄດ້ສະເໜີໂປຣໂມຊັ່ນພິເສດ ປີ້ Eco-tickets ທີ່ເລີ່ມຕົ້ນພຽງແຕ່ $0 ໂດລາສະຫະລັດ (ບໍ່ລວມພາສີ ແລະ ຄ່າທໍານຽມ) ເປັນເວລາສາມມື້ ເລີ່ມແຕ່ວັນທີ 29 ຫາ 31 ຕຸລາ 2025.