ສະພາແຫ່ງຊາດ ສະເໜີລັດຖະບານປັບປຸງ ເນື້ອໃນທີ່ຍັງບໍ່ສອດຄ່ອງກັບ 4 ກົດໝາຍ

ຄະນະປະຈຳສະພາແຫ່ງຊາດ ໄດ້ສະເໜີໃຫ້ລັດຖະບານ ກໍຄືບັນດາກະຊວງທີ່ກ່ຽວຂ້ອງ ຄົ້ນຄວ້າ ແລະ ປັບປຸງເນື້ອໃນຂອງບາງມາຕາ ຂອງແຕ່ລະກົດໝາຍ ທີ່ເຫັນວ່າບໍ່ສອດຄ່ອງ ຫລື ຊ້ຳຊ້ອນກັບມາດຕາຂອງກົດໝາຍສະບັບອື່ນ ເພື່ອເຮັດໃຫ້ບັນດາກົດໝາຍ 4 ສະບັບ ຄື: ກົດໝາຍ ວ່າດ້ວຍທີ່ດິນ, ກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍ ວ່າດ້ວຍຊັບສິນຂອງລັດ ແລະ ກົດໝາຍວ່າດ້ວຍແຮ່ທາດ ໃຫ້ມີເນື້ອໃນຮັດກຸມ, ຈະແຈ້ງ, ສອດຄ່ອງ ແລະ ສາມາດປະຕິບັດໄດ້ງ່າຍ

ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ຄະນະປະຈໍາສະພາແຫ່ງຊາດ ໄດ້ປະກອບຄໍາ ເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການປະເມີນການຈັດຕັ້ງປະຕິບັດກົດໝາຍ 4 ສະບັບ ທີ່ສະເໜີໂດຍທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຕໍ່ກອງປະຊຸມສະໄໝສາ ມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍທ່ານ ໄດ້ກ່າວວ່າ: ໃຫ້ລັດຖະບານ, ບັນດາກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ເພີ່ມທະວີການໂຄສະນາເຜີຍແຜ່ ກົດໝາຍທັງ 4 ສະບັບດັ່ງກ່າວ ໃຫ້ກວ້າງຂວາງ, ເລິກເຊິ່ງ, ທົ່ວເຖິງ ແລະ ແທດເໝາະກັບແຕ່ລະເປົ້າໝາຍ

ໃຫ້ແນໃສ່ສ້າງຄວາມເຂົ້າໃຈທີ່ຖືກຕ້ອງ ຕໍ່ເນື້ອໃນແຕ່ລະກົດໝາຍ, ຍົກສູງສະຕິເຄົາລົບ ແລະ ປະຕິບັດກົດໝາຍ ໃນທົ່ວສັງຄົມ ໂດຍຕິດພັນກັບການແກ້ໄຂບັນດາປາກົດການ ແລະ ການປະພຶດທີ່ເປັນການລະເມີດກົດຫມາຍໃນສັງຄົມ ຢ່າງເຂັ້ມງວດ; ຍົກສູງ ຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດ, ເພີ່ມທະວີສະຕິເຄົາລົບ ແລະ ປະຕິ ບັດກົດໝາຍຢ່າງ ເຂັ້ມງວດ, ເດັດດ່ຽວ ແກ້ໄຂບັນດາປະກົດການຫຍໍ້ທໍ້ ທີ່ເປັນການລະເມີດກົດໝາຍ ຂອງພະນັກງານ-ລັດຖະກອນ ໃນຂະແໜງການ ແລະ ອົງການຂອງຕົນໃຫ້ທັນການ; ສືບຕໍ່ຄົ້ນຄວ້າ ແລະ ປະເມີນການຈັດຕັ້ງປະຕິບັດກົດໝາຍ ໃນຂົງເຂດຕ່າງໆ ເພື່ອລາຍງານຕໍ່ກອງປະຊຸມສະພາແຫ່ງຊາດໃນແຕ່ລະເທື່ອ.

ຂໍ້ມູນຈາກ: ໂທລະພາບແຫ່ງຊາດລາວ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...