ສຸລີສິດ ຈັນທະວົງ! ຜູ້ຢູ່ເບື້ອງຫຼັງຄວາມງາມຂອງສິລະປະເທິງຝາຜະໜັງວັດ.

#Art | ລວດລາຍສິລະປະເທິງຝາຜະໜັງຕາມວັດ ໃນ ຫຼວງພະບາງ ບາງແຫ່ງ ທີ່ມີຄວາມສວຍງາມ ເປັນເອກະລັກ ແລະ ມີຄວາມປານີດ ສ່ວນໜຶ່ງແມ່ນມາຈາກຜົນງານຂອງ ທ້າວ ສຸລິສິດ ໄວ 22 ປີ ຈາກແຂວງ ຫຼວງພະບາງ ທີ່ເລືອກສ້າງສັນຜົນງານການແຕ້ມລົງໃນຝາຜະໜັງວັດ ແລະ ກໍຖືວ່າເປັນອີກຄົນໜຶ່ງ ທີ່ມີການສືບທອດສິລະປະການແຕ້ມມາຈາກພໍ່ຂອງເຂົາ.

ທ້າວ ສຸລີສິດ ຈັນທະວົງ, ປັດຈຸບັນ ຢູ່ບ້ານ ອາຮາມ, ນະຄອນ ຫຼວງພະບາງ, ແຂວງ ຫຼວງພະບາງ ເຂົາເລີ່ມເຮັດວຽກແຕ້ມຮູບກ່ຽວກັບຝາພະໜັງ ມາຕັ້ງແຕ່ປິ 2017 ຕອນທີ່ເລີ່ມຮຽນ ວິຈິດສິນ ພື້ນເມືອງຢູ່ ຫຼວງພະບາງ, ແຕ່ນັ້ນມາ ເຂົາກໍເລີ່ມຮັກມັກໃນການແຕ້ມ ແລ້ວສືບທອດຕໍ່ຈາກພໍ່, ຈາກນັ້ນ ກໍໄດ້ເລີ່ມອອກມາແຕ້ມຮູບວັດ ລົງຕົວຈິງແລ້ວ ກໍຄ່ອຍໆ ມີປະສົບການມາຈົນຮອດ ປັດຈຸບັນ.

ສຸລິສິດ ຮຽນຈົບຊັ້ນສູງ ຈາກວິທະຍາໄລ ວິຈິດສິນພື້ນເມືອງ ຫຼວງພະບາງ ໃນປີ 2019-2020 ແລະ ໄດ້ໄປສຶກສາຕໍ່ຢູ່ສະຖາບັນວິຈິດສິນແຫ່ງຊາດ ໃນປີ 2020.

ຖ້າຖາມວ່າ ເປັນຫຍັງຈຶ່ງມັກການແຕ້ມຮູບຢູ່ເທິງຝາພະໜັງວັດ? ສຸລິສິດ ບອກວ່າ ຍ້ອນເຮົາມັກ ແລະ ມີໃຈສັດທາ ເພາະເຮົາເຮັດວຽກຍູ່ໃນວັດ ຖືວ່າເຮົາໄດ້ກຸສົນທີ່ດີ ແລະ ໄດ້ສ້າງຜົນງານໄວ້ ກັບວັດວາອາຮາມທີ່ເປັນສະຖານທີ່ເກົ່າແກ່ ແລະ ໄດ້ສືບທອດການແຕ້ມມາຈາກພໍ່ອີກເທື່ອໜຶ່ງ.

ເວົ້າເຖິງການແຕ້ມຢູ່ຕາມຝາຜະໜັງຂອງວັດ ແມ່ນເຂົາຈະແຕ້ມໄປຕາມເລື່ອງ, ພາບເກົ່າແກ່ ຂອງແຕ່ລະວັດ ເຊັ່ນ ເລື່ອງພຣະເຈົ້າ 10 ຊາດ, ພຣະເຫວດສັນດອນ ແລະ ເລື່ອງພຸດທະປະຫວັດ ເຊິ່ງເປັນເລື່ອງໃນ ປັດຈຸບັນ ຂອງຊາວພຸດເຮົາ.

ສຳລັບຜົນງານໃນການແຕ້ມຢູ່ຕາມວັດນັ້ນ ທຳອິດແມ່ນເລີ່ມແຕ້ມຢູ່ທີ່ ວັດວຽງສະຫວັນ, ແຂວງ ຫຼວງພະບາງ ທີ່ເຂົາໄດ້ໄປຝາກຜົນງານໄວ້ນຳພໍ່. ຈາກນັ້ນ, ກໍໄດ້ໄປແຕ້ມໃຫ້ ວັດພູທາດ, ແຂວງ ອຸດົມໄຊ, ແຕ້ມຮູບດ້ານຫຼັງພະເຈົ້າທີ່ ວັດຜາສຸກ, ແຂວງ ຫຼວງພະບາງ (ອອກງານເອງ), ສ້າງຜົນງານທີ່ ວັດບຸນເໜືອ, ແຂວງ ຜົ້ງສາລີ ແລະ ວັດບ້ານ ນາຝາຍ, ເມືອງ ນານ, ແຂວງ ຫຼວງພະບາງ.

ສ່ວນຜົນງານທີ່ນ້ອງຄິດວ່າດີທີ່ສຸດສຳລັບນ້ອງ ແມ່ນຜົນງານການແຕ້ມຍູ່ ວັດບຸນເໜືອ, ແຂວງ ຜົ້ງສາລີ ເພາະແຕ່ລະພາບທີ່ນ້ອງແຕ້ມ ແມ່ນໃຊ້ເວລາໃນການແຕ້ມ 1 ອາທິດ, ການທີ່ນສເຮົາຈະຝາກຜົນງານໄວ້ກັບວັດນັ້ນ ເຮົາຕ້ອງເຮັດສຸດສີມື  ແລະ ເຮັດມັນດ້ວຍຄວາມຕັ້ງໃຈ ເອົາໃຈໃສ່ກັບງານທີ່ໄດ້ຮັບມາ ເມື່ອເພິ່ນເປີດໂອກາດໃຫ້ເຮົາເຮັດແລ້ວ ເຮົາກໍຕ້ອງເຮັດຜົນງານອອກມາໃຫ້ດີທີ່ສຸດ ເທົ່າທີ່ເຮົາເຮັດໄດ້.

ສຸລິສິດ ບອກວ່າ ນອກຈາກຜົນງານການແຕ້ມຝາພະໜັງ ແລ້ວນ້ອງຈະຮັບງານແຕ້ມ ຮູບຝາບົນ ຕາມໂຮງແຮມ ເປັນຕົ້ນແມ່ນ ໂຮງແຮມອາວານີ ແລະ ໂຮງແຮມ ເມືອງຫຼວງ, ແຂວງ ຫຼວງພະບາງ ໃນປັດຈຸບັນ ກຳລັງແຕ້ມ ແລະ ເວລາຫວ່າງຍູ່ບ້ານ ນ້ອງກໍຈະຮັບງານແຕ້ມຮູບເໝືອນ ຂາວດຳໃຫ້ລູກຄ້າ  ແລະ ນ້ອງກະເຮັດເປັນອາຊີບນີ້ຈົນຮອດ ປັດຈຸບັນ ນີ້.

ປັດຈຸບັນ ນ້ອງຄິດວາ ວຽກງານແຕ້ມຮູບເທິງຝາພະໜັງ ແລະ ງານອື່ນໆ ແມ່ນສາມາດສ້າງເປັນອາຊີບໃຫ້ກັບເຮົາໄດ້ ແຕ່ບໍ່ວ່າຈະເປັນອາຊີບໃດ ແມ່ນຂຶ້ນກັບເຮົາຕັດສິນໃຈ, ຖ້າມີຄວາມມັກຮັກໃນອາຊີບທີ່ເຮົາເຮັດຍູ່ ແລະ ເຮັດໜ້າທີ່ຂອງເຮົາໃຫ້ດີທີ່ສຸດ ເທົ່າທີ່ເຮົາຕັ້ງໃຈເຮັດ ໃຫ້ຜົນງານນັ້ນອອກມາດີ ແລະ ເພື່ອອະນາຄົດຂອງເຮົາ. ນ້ອງບອກໄດ້ເລີຍວ່າ ນ້ອງຢູ່ໄດ້ທຸກມື້ນີ້ກໍຍ້ອນ ອາຊີບ ນັກແຕ້ມຝາພະໜັງພື້ນເມືອງ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...