ກະຊວງ ແຮງງານ ເຊັນ MOU ກັບ ເມືອງ ແຮງຊ້ອງ ຈັດສົ່ງແຮງງານຕາມລະດູການ

ຂ່າວສານແຮງງານ ແລະ ສະຫວັດດີການສັງຄົມ ໄດ້ໃຫ້ຮູ້ວ່າ: ໃນວັນທີ 26 ສິງຫາ 2022, ກົມການຈັດຫາງານ, ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ສປປ ລາວ ຮ່ວມເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບ ການຈັດສົ່ງງານແຮງງານຕາມລະດູການ ກັບ ເມືອງ ແຮງຊ້ອງ ແຂວງ ກັງວອນ, ປະເທດເກົາຫຼີໃຕ້ ໃນໂອກາດເຄື່ອນໄຫວຢ້ຽມຢາມແຮງງານທີ່ໄປເຮັດວຽກຢູ່ ປະເທດດັ່ງກ່າວ.

ຕາງໜ້າກະຊວງແຮງງານ ແລະ ສະຫວັດດິການສັງຄົມ ຮ່ວມລົງນາມຂອງ ທ່ານນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມການຈັດຫາງານ ກະຊວງ ຮສສ ແລະ ທ່ານ Kim Myung-gi ເຈົ້າເມືອງແຮງຊ້ອງ, ໂດຍມີຄະນະທີ່ກ່ຽວຂ້ອງ ທັງສອງຝ່າຍຮ່ວມເປັນສັກຂີພິຍານ.

ບົດບັນທຶກຄັ້ງນີ້ແມ່ນເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ການຮ່ວມມືກັນ ລະຫວ່າງ ທັງສອງຝ່າຍ ແລະ ການຈັດສົ່ງຜູ້ອອກແຮງງານຕາມລະດູການ ເພື່ອເຮັດວຽກໃນຂົງເຂດກະສິກຳ ເປັນໄລຍະ 3-5 ເດືອນ ໃນປະເທດສາທາລະນະລັດເກົາຫລີ ແລະ ການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກຄວາມເຂົ້າໃຈສະບັບນີ້ ແມ່ນມີຄວາມສອດຄ່ອງກັບກົດໝາຍ ແລະ ລະບຽບການ ຂອງສອງປະເທດ ໂດຍອີງຕາມ ແຜນງານຈັດສົ່ງຜູ້ອອກແຮງງານຕາມລະດູການ ຂອງ ສອງປະເທດ ລວມແລ້ວປະມານ 500 ຄົນຕໍ່ປີ ເຊິ່ງໃນບົດບັນທຶກຍັງລະບຸຢ່າງລະອຽດ ກ່ຽວກັບ ມາດຕະການລະເມີດ.

ນອກນັ້ນ ເມືອງ ແຮງຊ້ອງ ຈະຕ້ອງຮັບຜິດຊອບກ່ຽວກັບຂັ້ນຕອນທີ່ຈຳເປັນກ່ຽວຂ້ອງທັງໝົດ ສຳລັບຜູ້ອອກແຮງງານຕາມລະດູການ ຈາກ ສປປ ລາວ ເພື່ອຮັບວີຊາອອກອອກແຮງງານ ຢູ່ ສ.ເກົາຫຼີ ພ້ອມນັ້ນ ຍັງຈະຕ້ອງນຳສົ່ງຜູ້ອອກແຮງງານ ໃຫ້ແກ່ຜູ້ໃຊ້ແຮງງານ ລວມທັງສະໜອງຂໍ້ມູນຂ່າວສານ, ການເຝິກອົບຮົມ, ການແນະນໍາ, ໃຫ້ຄໍາປຶກສາ ແລະ ການຊ່ວຍເຫຼືອດ້ານອື່ນໆທີ່ກ່ຽວຂ້ອງ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...