Saturday, April 18, 2026
Kbank Laos โอน รับ จ่าย
-->

ເສັ້ນທາງຊີວິດ ອາຈານ ແຕ໋ນ! ຈາກຜູ້ສ້າງນັກຮ້ອງ ສູ່ການເຮັດທຸລະກິດ.

ບໍ່ແມ່ນເລື່ອງງ່າຍທີ່ຄົນໆ ໜຶ່ງຈະກ້າວຂ້າມຜ່ານຈຸດທີ່ຕົກຕ່ຳໃນຊີວິດມາໄດ້ ເຊັ່ນດຽວກັນກັບ ທ່ານ ຜິວພອນ ພົມມີໄຊ ຫຼື ເປັນທີ່ຮູ້ຈັກກັນດີໃນນາມ ອາຈານແຕ໋ນ ຜູ້ທີ່ເຄີຍຢູ່ເບື້ອງຫຼັງຜົນງານ ຂອງນັກຮ້ອງຫຼາຍໆຄົນ ຢູ່ຄ້າຍເພງ ລາວອາດທ໌ມີເດຍ ແລະ ລາວລ້ານຊ້າງ, ຫຼັງຈາກເພິ່ນໄດ້ຫ່າງຫາຍຈາກວົງການໄປໄລຍະໜຶ່ງ ກໍໄດ້ຫັນຕົວເອງມາເຮັດທຸລະກິດ ແລະ ກໍໄດ້ຜ່ານຜ່າອຸປະສັກຕ່າງໆ ໃນຊີວິດ ທັງເລື່ອງຄອບຄົວ ແລະ ການເຮັດທຸລະກິດ ຈົນເກືອບວ່າບໍ່ເຫຼືອຫຍັງ ແຕ່ເພິ່ນກໍຜ່ານຜ່າຈຸດທີ່ຕົກຕ່ຳໃນຊີວິດນັ້ນມາໄດ້ ເຊິ່ງໃນປັດຈຸບັນ ແມ່ນເພິ່ນກຳລັງເຮັດທຸລະກິດຮ້ານ “ເຂົ້າຈີ່ຫອມພັນລ້ານ” ທີ່ຕັ້ງຢູ່ບ້ານ ສະພັງມຶກ, ເມືອງ ໄຊທານີ,  ນະຄອນຫຼວງ ວຽງຈັນ.

ອາຈານແຕ໋ນ ເລົ່າໃຫ້ຟັງວ່າ: ຫຼັງຈາກທີ່ນເພິ່ນຍ້າຍອອກຈາກຄ້າຍເພງ ລາວອາດທ໌ມີເດຍ ກໍໄປຕັ້ງຄ້າຍເພງເປັນຂອງໂຕເອງຊື່ວ່າຄ້າຍເພງ “ລາວລ້ານຊ້າງ” ຫຼັກໆ ແມ່ນໄດ້ສ້າງສິລະປິນນັກຮ້ອງໜ້າໃໝ່ອອກຮັບໃຊ້ສັງຄົມ ແລະ ກໍໄດ້ຢູ່ເບື້ອງຫຼັງຂອງຫຼາຍໆບົດເພງ ແຕ່ຍັງຄິດວ່າໂຕເອງຍັງເຮັດໄດ້ບໍ່ດີເທົ່າທີ່ຄວນ ໃນການຊຸກດັນສິນລະປີນໄປສູ່ຈຸດເປົ້າໝາຍໄດ້ ຈຶ່ງຫັນມາເຮັດທຸລະກິດອື່ນແທນ.

ຫຼັງຈາກນັ້ນ ປີ 2017 ເພິ່ນກໍໄດ້ເປີດຮ້ານ 4 ຮ້ານເຊິ່ງມີ: ຮ້ານອາຫານ, ສາລາເບຍ, ຮ້ານຄາລາໂອເກະ, ພັດຕະຄານນ້ອຍໆ, ເພື່ອຫວັງວ່າຈະໃຫ້ນັກຮ້ອງທີ່ເຮົາເຄີຍສ້າງໄດ້ມີເວທີໃນການສະແດງ ແລະ ສ້າງລາຍຮັບເພີ່ມໃຫ້ເຂົາເຈົ້າ. ນອກຈາກນີ້, ອາຈານແຕ໋ນ ຍັງໄດ້ຊອກຮຽນຮູ້ ໃນເລື່ອງການເຮັດເຂົ້າໜົມໄປນຳ ບໍ່ວ່າຈະເປັນ ເຂົ້າໜົມເຄັກ, ເບເກີຣີ, ເຂົ້າໜົມປັງ ເພື່ອຕອບສະໜອງ ໃນເມນູຕ່າງໆ ຂອງຮ້ານ, ແຕ່ກໍເຮັດໄດ້ພຽງໄລຍະໜຶ່ງເທົ່ານັ້ນ ບັນຫາຕ່າງໆ ກໍເລີ່ມເຂົ້າມາ ຈົນເຮັດໃຫ້ຕ້ອງໄດ້ປິດກິດຈະການທັງໝົດໄປ.

ມາຮອດປີ 2019 ກ່ອນ ໂຄວິດ-19 ຈະເຂົ້າມາແພ່ລະບາດ ຢູ່ໃນບ້ານເຮົາ ເພິ່ນກໍໄດ້ເປີດຮ້ານໂດຍໃສ່ຊື່ວ່າ “ຄົວປ໋າແຕ໋ນ”  ແລະ ໄດ້ຂະຫຍາຍທຸລະກິດ ພາຍໃນໜຶ່ງເດືອນເຖິງ 6 ສາຂາ, ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ ແຕ່ເໜືອຮອດໃຕ້, ເຊິ່ງຖືວ່າໄດ້ຮັບການຕອບຮັບດີເກີນຄາດໃນຊ່ວງນັ້ນ ແລະ ເປີດມາໄດ້ຊ່ວງໄລຍະໜຶ່ງ ກໍເລີ່ມມີການແພ່ລະບາດຂອງພະຍາດ ໂຄວິດ-19 ເຮັດໃຫ້ ຕະຫຼາດ, ຮ້ານຄ້າ ແລະ ບ້ານແຕ່ລະບ້ານປິດ, ຈາກທີ່ເຄີຍຂາຍໄດ້ດີ ຍອດຂາຍກໍຫຼຸດລົງເລື້ອຍໆ ເຮັດໃຫ້ທຸລະກິດໄປຕໍ່ບໍ່ໄດ້ ເພາະຄ່າເຊົ່າແພງ ເລີຍຄືນທີ່ເຊົ່າ ໃຫ້ເຂົາເຈົ້າໂດຍທີ່ຍັງບໍ່ໝົດສັນຍາ, ແຕ່ໃນຂໍ້ເສຍ ກໍຍັງມີຜົນດີຢູ່ຄື ທາງພັກ-ລັດ ເພິ່ນສັ່ງເຂົ້າຈີ່ທີ່ຜະລິດຈາກ ຄົວປ໋າແຕ໋ນ ໃຫ້ກັບປະຊາຊົນທີ່ຕິດ ໂຄວິດ-19 ໄດ້ກິນໃນສູນຊ່ວງກັກຕົວ ໃນລາຄາທີ່ຊ່ວຍເຫຼືອກັນ.

ແຕ່ຍ້ອນຄວາມຮ້າຍແຮງຂອງ ໂຄວິດ-19 ໃນຊ່ວງນັ້ນເຮັດໃຫ້ທຸລະກິດໄປຕໍ່ບໍ່ໄດ້, ລາຍໄດ້ຕິດລົບ ແບບບໍ່ເຫຼືອຫຍັງ ເພາະເຮົາໄດ້ທຸ້ມເທກັບອຸປະກອນ ການຜະລິດເຂົ້າຈີ່ ນີ້ຫຼາຍສົມຄວນ ແລະ ຊີວິດກໍເລີ່ມມີຫຼາຍໆ ບັນຫາເຂົ້າມາໃນເວລາດຽວກັນ ເຮັດໃຫ້ຊີວິດໃນຊ່ວງນັ້ນ ຖືເປັນຈຸດທີ່ຕົກຕ່ຳທີ່ສຸດ, ຈາກທີ່ເປັນຄົນທີ່ມີເງິນມີຄຳໃຊ້ ກາຍມາເປັນຄົນທີ່ຕ້ອງປະຢັດກິນປະຢັດຈ່າຍ ແລະ ຈະຕ້ອງໄດ້ປັບຕົວ ໃຊ້ຊີວິດຕໍ່ໄປໄດ້ນັ້ນມັນບໍ່ແມ່ນເລື່ອງງ່າຍ, ເລີຍຕ້ອງຢູ່ລ້າໆ ແບບບໍ່ເຮັດຫຍັງເລີຍໄລຍະໜຶ່ງ.

ອາຈານແຕ໋ນ ບອກວ່າ: ຍ້ອນເປັນຄົນທີ່ບໍ່ມັກທຸກດົນ ເລີຍຢາກຊອກຫາຄູ່ຊີວິດຄົນໜຶ່ງ ທີ່ທຳມະດາ, ບໍ່ຈໍາເປັນຕ້ອງກິນຫຼູຢູ່ແພງ ຢາກໄດ້ຄົນພ້ອມທີ່ຈະອົດທົນສູ້ໄປນຳກັນ, ນ້ອງຮັກຈຶ່ງແນະນຳໃຫ້ຮູ້ຈັກ ຜູ້ຍິງຊື່ ຟ້າ ເຊິ່ງເປັນຄົນ ແຂວງ ໄຊຍະບູລີ ໂດຍໃຊ້ເວລາໃນການທໍາຄວາມຮູ້ຈັກກັນບໍ່ດົນ ກໍເຮັດໃຫ້ເຫັນໄດ້ເຖິງຈິດໃຈ ໃນການຄິດບວກຂອງລາວ, ອີກຢ່າງເຮົາກໍມີຊີວິດທີ່ຄ້າຍຄືກັນ ຈາກຜູ້ຊາຍຄົນໜຶ່ງທີ່ມືດແປດດ້ານ ຟ້າ ໄດ້ດຶງໃຫ້ເຮົາເຫັນຊ່ອງທາງ ໃນການຫາທາງອອກໃຫ້ກັບຊີວິດ.

ຟ້າ ເວົ້າວ່າ: ຕອນທຳອິດທີ່ລົມກັບ ອາຈານແຕ໋ນ ກໍບໍ່ຮູ້ວ່າລາວຈະກ້າເລົ່າຄວາມທຸກ ໃນຊີວິດທຸກຢ່າງ ໃຫ້ຟັງທັງໝົດແບບບໍ່ອາຍ ແລະ ກໍຮູ້ສຶກໄດ້ເຖິງຄວາມຈິງໃຈ ແລະ ຄວາມອີ່ຕົນສົງສານ ຜູ້ຊາຍຄົນໜຶ່ງທີ່ບໍ່ມີເງິນ ເລີຍຄິດຢາກປ່ຽນແນວຄິດຜູ້ຊາຍຄົນນີ້ ຈາກທີ່ມັກເວົ້າວ່າ “ບໍ່ມີເງິນ” ໃຫ້ກັບມາມີເງິນອີກຄັ້ງ ຈຶ່ງຕັດສິນໃຈນຳເງິນເກັບຂອງຕົນເອງກ້ອນສຸດທ້າຍ ມາຮ່ວມເຮັດທຸລະກິດກັບລາວ ເຊິ່ງກໍແມ່ນທຸລະກິດຮ້ານ “ເຂົ້າຈີ່ຫອມພັນລ້ານ” ໃນປັດຈຸບັນ.

ສຳລັບຮ້ານ “ເຂົ້າຈີ່ຫອມພັນລ້ານ” ທີ່ ອາຈານແຕ໋ນ ແລະ ຟ້າ ເຮັດຢູ່ ກໍຖືວ່າກຳລັງໄປໄດ້ດີ ເຊິ່ງໃນແຕ່ລະມື້ກໍມີອໍເດີ້ຈາກລູກຄ້າ ທັງໃນ ນະຄອນຫຼວງ ວຽງຈັນ ແລະ ຕ່າງແຂວງ ສັ່ງເຂົ້າຈີ່ນຳເປັນປະຈຳ ໂດຍທາງຮ້ານຂອງເພິ່ນສາມາດຜະລິດເຂົ້າຈີ່ ແລະ ເຂົ້າໜົມຮູບແບບຕ່າງໆຫຼາຍກວ່າ 20 ເມນູ ແລະ ຈະມີເມນູໃໝ່ອອກມາທຸກໆ ເດືອນ ເພື່ອຂະຫຍາຍການຕະຫຼາດ ເຊິ່ງໃນປັດຈຸບັນ ໄດ້ເປີດສາຂາ 2 ຢູ່ທີ່ ຕະຫຼາດລາວ ເຊິ່ງເຮັດໃຫ້ ອາຈານແຕ໋ນ ເລີ່ມກັບມາມີຊີວິດການເປັນຢູ່ທີ່ດີຂຶ້ນອີກຄັ້ງ.

ແນວໃດກໍດີ ການທີ່ຈະເຮັດທຸລະກິດໃຫ້ກ້າວຕໍ່ໄປໄດ້ ເຮົາຕ້ອງໝັ້ນໃຈໃນຄວາມສາມາດ ແລະ ສັດທາໃນຕົວເຮົາເອງກ່ອນ, ຄວນຄິດເຖິງຜົນເສຍທີ່ອາດຈະເກີດຂຶ້ນໃນອະນາຄົດສະເໝີ ເພື່ອຊອກຫາວິທີທາງແກ້ໄຂໄວ້ລ່ວງໜ້າ, ສ່ວນການມີຄູ່ຊີວິດ, ມີຄູ່ຄິດທີ່ດີ ມັນກໍຊ່ວຍໃຫ້ເຮົາກ້າວຜ່ານບັນຫາຕ່າງໆ ນັ້ນໄປໄດ້ ແລະ ຢ່າຄິດດູຖູກຕົວເອງ ເພາະມັນຈະເຮັດໃຫ້ເຮົາລົ້ມລະລາຍ ຈົ່ງດຶງຈຸດເດັ່ນຂອງເຮົາອອກມາ ເພື່ອມັດໃຈກຸ່ມລູກຄ້າ, ເພາະເຮົາບໍລິການກັນແບບຄອບຄົວ.

More from author

Related posts

Latest posts

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

ຊຳຊຸງເປີດຕົວ Galaxy A57 5G ແລະ Galaxy A37 5G ພ້ອມ Awesome Intelligence ໃນລາຄາທີ່ຄຸ້ມຄ່າ

ຊຳຊຸງລາວ ເປີດຕົວ Galaxy A57 5G ແລະ Galaxy A37 5G ສະມາດໂຟນຊີຣີຍອດນິຍົມລຸ້ນຫຼ້າສຸດ ທີ່ມາພ້ອມກັບນະວັດຕະກຳ Awesome Intelligence ເທິງລະບົບປະຕິບັດການ One UI 8.5 ແລະ ໂປຣໂມຊັນສຸດຄຸ້ມ

Samsung ເປີດຕົວ Galaxy S26 series: ພ້ອມ Galaxy AI ທີ່ເຂົ້າໃຈເຮົາຫຼາຍຂຶ້ນ

ຊຳຊູງລາວເປີດຕົວ Galaxy S26 series ຢ່າງເປັນທາງການ ເພື່ອຕອກຍ້ຳຄວາມເປັນຜູ້ນຳໃນຍຸກມືຖື AI ຜ່ານການປະສານຮາດແວທີ່ມີປະສິດທິພາບສູງ, ຊອບແວທີ່ມີຄວາມອັດສະລິຍະ ແລະ Galaxy AI Generation 3 ທີ່ເຮັດວຽກໄດ້ຢ່າງເປັນທຳມະຊາດ ຊ່ວຍຍົກລະດັບປະສົບການໃນຊີວິດປະຈຳວັນໃຫ້ສະດວກ, ວ່ອງໄວ ແລະ ປອດໄພຫຼາຍຂຶ້ນ.