Meta ເປີດໂຕແຄມເປນ #ເຮືອນຂອງຂ້ອຍ (Your Profile, Your Home’) ເພື່ອຊ່ວຍໃຫ້ຄົນລາວສາມາດຄວບຄຸມການຕັ້ງຄ່າຄວາມເປັນສ່ວນຕົວໄດ້

ວັນທີ 22 ກັນຍາ 2022 – Meta ໄດ້ເປີດໂຕແຄມເປນໃໝ່ຫຼ້າສຸດ “ໂປຣໄຟລ໌ຂອງທ່ານ, ເຮືອນຂອງທ່ານ” ຫຼື #ເຮືອນຂອງຂ້ອຍ, ປະສົບການຄວາມຮູ້ແບບໃໝ່ທີ່ຊ່ວຍໃຫ້ຜູ້ຄົນສາມາດຮຽນຮູ້ໄດ້ຫຼາຍຂຶ້ນຜ່ານການຫຼິ້ນ ແລະ ສຶກສາດ້ວຍຕົວເອງກ່ຽວກັບວິທີການກຳນົດຕົວຕົນເທິງໂລກອອນລາຍ ໂດຍຜ່ານການຕັ້ງຄ່າ ແລະ ຄວບຄຸມຄວາມເປັນສ່ວນຕົວ.  

ເລີ່ມແຕ່ມື້ນີ້ເປັນຕົ້ນໄປ, ແຄມເປນ #ເຮືອນຂອງຂ້ອຍ ເຊິ່ງເປັນປະສົບການທາງດິຈີຕອນທີ່ທຸກຄົນສາມາດສຳຜັດໄດ້ ຈະເປີດໃຫ້ນຳໃຊ້ໄດ້ແລ້ວ ຜ່ານເວັບໄຊທ໌ທີ່ເປັນພາສາລາວ yourhome.fb.com/Laos. ຜູ້ຊົມໃຊ້ຈະໄດ້ສຳຜັດປະສົບການດັ່ງກ່າວຜ່ານການຫຼິ້ນ, ປັບແຕ່ງເຮືອນແບບອອນລາຍຂອງຕົນເອງ ເຊິ່ງປຽບເໝືອນປະສົບການຄວາມເປັນສ່ວນຕົວຂອງພວກເຂົາ ໃນຂະນະທີ່ພວກເຂົາໄດ້ເຂົ້າມາທົດລອງຮຽນຮູ້ເວັບໄຊທ໌.  ເພື່ອນຳເອົາປະສົບການການຮຽນຮູ້ດັ່ງກ່າວໃຫ້ເກີດປະໂຫຍດ ແລະ ລະອຽດຂຶ້ນກວ່າເກົ່າ, ທ່ານສາມາດເຂົ້າມາຢ້ຽມຢາມບູດ໌ຂອງແຄມເປນ #ເຮືອນຂອງຂ້ອຍ ເພື່ອຮຽນຮູ້ເພີ່ມເຕີມກັບພວກເຮົາ ແລະ ທ່ານຍັງຈະໄດ້ຮັບຂອງທີ່ລະນຶກຈາກ Meta ອີກດ້ວຍ. (ເຄື່ອງມີຈຳນວນຈຳກັດ). ຢ່າລືມມາຢ້ຽມຢາມບູດ໌ #ເຮືອນຂອງຂ້ອຍ ທີ່ຈັດຂຶ້ນໂດຍ Meta, ເຊິ່ງຈະເປີດຕັ້ງແຕ່ວັນທີ 22-23 ກັນຍາ (ວັນພະຫັດ – ວັນສຸກ) ນີ້ທີ່ ສູນການຄ້າ ພາກຊັນ, ຊັ້ນ 1.

ແຄມເປນສະແດງໃຫ້ເຫັນເຖິງຄວາມພະຍາຍາມຢ່າງຕໍ່ເນື່ອງຂອງ Meta ເພື່ອເພີ່ມຄວາມຮູ້ທາງດ້ານດິຈີຕອນໃຫ້ຊາວລາວ ແລະ ຄໍາໝັ້ນສັນຍາທີ່ຈະສະໜັບສະໜຸນຊຸມຊົນທ້ອງຖິ່ນ, ໂດຍສະເພາະແມ່ນການສະໜອງຄວາມສາມາດໃນການຄວບຄຸມສິ່ງທີ່ພວກເຂົາແບ່ງປັນ, ຮຽນຮູ້ວິທີໃຊ້ເຄື່ອງມື ແລະ ຄຸນສົມບັດໃນການຕັ້ງຄ່າຄວາມເປັນສ່ວນຕົວ, ປັບແຕ່ງໂຄສະນາທີ່ພວກເຂົາເຫັນ, ຕະຫຼອດເຖິງການຮັກສາບັນຊີຂອງພວກເຂົາໃຫ້ປອດໄພເທິງແພັດຟອມຕ່າງໆຂອງ Meta.

ເປັນກຽດກ່າວເປີດແຄມເປນໂດຍ ທ່ານນາງ Arianne T. Jimenez, ຜູ້ຈັດການດ້ານຄວາມເປັນສ່ວນຕົວ ແລະ ນະໂຍບາຍສາທາລະນະຂອງ Meta ປະຈໍາອາຊີ–ປາຊີຟິກ ກ່າວວ່າ: “ສ່ວນໜຶ່ງຂອງພາລະກິດຫຼັກຂອງພວກເຮົາ ແມ່ນການສ້າງຄວາມເຂັ້ມແຂງໃຫ້ຜູ້ຊົມໃຊ້ໃນລາວດ້ວຍຄວາມຮູ້ ແລະ ເຄື່ອງມືທີ່ຈຳເປັນເພື່ອຮັກສາຂໍ້ມູນອອນລາຍຂອງພວກເຂົາ, ພວກເຮົາ ຕື່ນເຕັ້ນຫຼາຍທີ່ຈະເປີດຕົວປະສົບການການຮຽນຮູ້ “ໂປຣໄຟລ໌ຂອງທ່ານ, ເຮືອນຂອງທ່ານ” ໃນມື້ນີ້. ຄວາມເຂົ້າໃຈໃນສິ່ງທີ່ພວກເຮົາແບ່ງປັນທາງອອນລາຍເປັນສິ່ງສໍາຄັນສຳລັບທຸກຄົນ ແລະ ພວກເຮົາຕ້ອງການສະໜອງວິທີການຕ່າງໆໃຫ້ແກ່ຜູ້ຊົມໃຊ້ໃນລາວໄດ້ຮຽນຮູ້ວິທີການຄວບຄຸມ ແລະ ໃຫ້ຄວາມໂປ່ງໃສໃນຂໍ້ມູນທີ່ພວກເຂົາແບ່ງປັນ.”

ນອກຈາກນີ້, ໃກ້ກຽດເຂົ້າ​ຮ່ວມ​ງານ​ດັ່ງກ່າວ​ຍັງມີ​ ທ່ານ Pheakdey Heng, ຜູ້​ຈັດການ​ດ້ານນະ​ໂຍບາຍ​ສາທາລະນະ​ຂອງ​ Meta ປະຈຳ​ປະເທດລາວ ແລະ ກຳປູເຈຍ ກ່າວ​ວ່າ: “ການ​ຊ່ວຍ​ເຫຼືອ​ຊາວລາວ​ໃນ​ການ​ສ້າງ​ປະ​ສົບ​ການ​ອອນ​ລາຍທີ່​ປອດ​ໄພ ແລະ​ເປັນ​ໄປໃນທາງ​ບວກ ແມ່ນ​ໜຶ່ງ​ໃນ​ບຸ​ລິ​ມະ​ສິດ​ຫຼັກຂອງ​ພວກ​ເຮົາ​ທີ່​ເປັນ​ຂັ້ນ​ໄດສູ່ ເປົ້າຫມາຍຂອງພວກເຮົາເພື່ອເສີມຂະຫຍາຍຄວາມຮູ້ທາງດ້ານດິຈີຕອນສໍາລັບຊຸມຊົນທ້ອງຖິ່ນ.  ພວກເຮົາມີຄວາມຊາບຊຶ້ງທີ່ສາມາດນໍາເອົາປະສົບການທີ່ດີມາສູ່ປະເທດລາວ ແລະ ເຮັດວຽກຮ່ວມກັບຄູ່ຮ່ວມງານໃນທ້ອງຖິ່ນເຊັ່ນ: ຜູ້ສ້າງເນື້ອຫາທາງດ້ານເຕັກໂນໂລຊີໃນລາວເພື່ອສົ່ງຈຸດປະສົງຂອງພວກເຮົາ. ພວກເຮົາຂໍເຊີນຊວນທ່ານມາລອງໃຊ້ເວັບໄຊທ໌ #ເຮືອນຂອງຂ້ອຍ ໄດ້ແລ້ວມື້ນີ້ ທີ່ບູດທ໌ພາກຊັນ ເພື່ອມາຮຽນຮູ້ ແລະ ຮ່ວມມ່ວນຊື່ນກັບພວກເຮົາ.”

ແຄມເປນ #ເຮືອນຂອງຂ້ອຍ ມີການຮ່ວມມືກັບຜູ້ສ້າງເນື້ອຫາທີ່ມີຊື່ສຽງໃນປະເທດ ແລະ ຜູ້ມີຊື່ສຽງດ້ານເຕັກໂນໂລຊີຊັ້ນນໍາລວມມີ Sky Thakhek, Tam Jai Fan, Info, It’s Awesome ແລະ Jipnoii ທີ່ຈະມາແບ່ງປັນປະສົບການຂອງພວກເຂົາພ້ອມເຄັດລັບໃນການນຳໃຊ້ສື່ສັງຄົມອອນລາຍຢ່າງປອດໄພ. ມາພົບກັບພວກເຂົາໄດ້ໃນຊ່ວງການສົນທະນາທີ່ຈະຈັດຂຶ້ນຕັ້ງແຕ່ເວລາ 17:00 -17:30 ໂມງແລງໃນວັນພະຫັດ ແລະ ວັນສຸກທີ່ສູນການຄ້າ ພາກຊັນ.

ທ່ານສາມາດເຂົ້າໄປທົດລອງເວັບໄຊທ໌ຂອງແຄມເປນ #ເຮືອນຂອງຂ້ອຍ ແລະ ສ້າງເຮືອນຂອງທ່ານໄດ້ທີ່ yourhome.fb.com/laos, ແລະ ຍັງສາມາດຢ້ຽມຢາມບູດ໌ ຂອງເຮົາໄດ້ທີ່ສູນການຄ້າ ພາກຊັນ ຕັ້ງແຕ່ເວລາ 12 ໂມງ, ວັນພະຫັດ ທີ 22 ກັນຍາ ຈົນຮອດ 7 ໂມງແລງ ວັນສຸກ ທີ 23 ກັນຍາ. ມາຮຽນຮູ້ກັບພວກເຮົາ ແລະ ພົບກັບນັກສ້າງເນື້ອຫາທີ່ທ່ານມັກ ເພື່ອຮັບຂອງທີ່ລະນຶກຈາກ Meta (ເຄື່ອງມີຈຳນວນຈຳກັດ). ແລ້ວພົບກັນເດີ້!

ທ່ານສາມາດຕິດຕາມກິດຈະກໍາ ແລະ ແຄມເປນພິເສດອື່ນໆໄດ້ທີ່ InsideLaos Facebook page! https://www.facebook.com/InsideLaos

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: