5 ບັນຫາສຸຂະພາບຈິດ ໃນຊີວິດໄວເຮັດວຽກ

ຍອມຮັບວ່າຊ່ວງໄວໜຸ່ມເປັນຊ່ວງເວລາທີ່ຫຼາຍຄົນຕ້ອງພົບຫຼາຍບັນຫາ ຄວາມກົດດັນ ຄວາມເມື່ອຍລ້າຈາກວຽກງານ ຄວາມຮັກ ແລະ ການໃຊ້ຊີວິດ ໜັກກວ່າໝູ່ກໍອາດຈະແມ່ນຄວາມກົດດັນຈາກວຽກງານລອງມາສັງເກດເບິ່ງ 5 ບັນຫາສຸຂະພາບຈິດຕໍ່ໄປນີ້ວ່າ ເຈົ້າ ຫຼື ຄົນອ້ອມຂ້າງພົບບັນຫານີ້ຢູ່ ຫຼືບໍ?

  1. ມີຄວາມຄຽດ ກັັງວົນແບບສະສົມ

ຈາກທີ່ເຮົາຕ້ອງເຮັດວຽກກັນມື້ໜຶ່ງຫຼາຍຊົ່ວໂມງ ເດືອນໜຶ່ງຫຼາຍອາທິດ ແລະ ປີໜຶ່ງກໍຫຼາຍເດືອນ ແຕ່ລະມື້ແນ່ນອນວ່າຈະຕ້ອງມີຫຼາຍບັນຫາເຂົ້າມາ ບາງຄົນກໍສາມາດຜ່ານມັນມາໄດ້ ແຕ່ບາງຄົກໍເອົາບັນຫານັ້ນມາກົດດັນຕົນເອງຈົນພາໃຫ້ທຸກໃຈ ເກີດອາການ ນອນບໍ່ຄ່ອຍຫຼັບ, ພຶດຕິກຳການໃຊ້ຊີວິດປ່ຽນໄປ, ເສົ້າໝອງ, ເບື່ອໜ່າຍຕໍ່ຊີວິດ ຖ້າໃຜມີອາການລັກສະນະນີ້ຮີບປັບວີທີການໃຊ້ຊີວິດ ວິທີການຄິດໃຫ້ດີຂຶ້ນ ເພາະຖ້າປ່ອຍໃຫ້ມັນເປັນໄລຍະເວລາດົນອາດຈະເກີດໂລກແຊກຊ້ອນອື່ນໆຕາມມາໄດ້.

2. ພາວະໝົດໄຟໃນການເຮັດວຽກ Burnout syndrome

ໄວໜຸ່ມຍຸກໃໝ່ຈະພົບບັນຫານີ້ຫຼາຍທີ່ສຸດເພາະເປັນໄວທີ່ມີໄຟແຮງໃນການເຮັດສິ່ງຕ່າງໆ ແຕ່ຖ້າເຮັດສິ່ງໃດຊໍ້າໆ ຫຼື ເຮັດວຽກທີ່ໜັກຈົນເກີນກຳລັງຕົນເອງ ກົດດັນ, ເມື່ອຍ ຈົນສະພາບຈິດໃຈບໍ່ດີ ແບບນີ້ກໍສົ່ງຜົນໃຫ້ເກີດການເບື່ອວຽກທີ່ເຮັດຢາກລາອອກ ຢາກປ່ຽນວຽກ ຫຼື ບາງຄົນກໍບໍ່ຢາກເຮັດຫຍັງເລີຍ.

3. ພາວະຂາດຄວາມເພິ່ງພໍໃຈຕໍ່ຕົນເອງ

ເຄີຍເປັນບໍທີ່ຮູ້ສຶກເສົ້າໃຈກັບຕົນເອງ, ບໍ່ພໍໃຈກັບການຕັດສິນໃຈຕົນເອງໃນຫຼາຍໆຄັ້ງ ຮູ້ສຶກວ່າເຮັດຫຍັງກະຍັງດີບໍ່ພໍ ຫາແຕ່ຂໍ້ເສຍໃຫ້ຕົນເອງ ເບິ່ງໂລກໃນແງ່ລົບ ບາງຄັ້ງກໍຮູ້ສຶກນ້ອຍໃຈຕົນເອງ ວິຕົກກັງວົນຈົນກ້າວໄປສູ່ການບໍ່ກ້າເຂົ້າສັງຄົມ, ບໍ່ກ້າປະຕິເສດຄົນອື່ນ ຫຼື ຂາດຈຸດຢືນຂອງຕົນເອງ.

3. ກັງວົນຈົນ Panic

ເນື່ອງຈາກຄວາມຄຽດ ຄວາມກັງວົນທີ່ສະສົມຈົນເຮັດໃຫ້ລະບົບປະສາດທີ່ຄວບຄຸມສ່ວນຕ່າງໆໃນຮ່າງກາຍເຮັດວຽກຜິດປົກກະຕິເຊັ່ນ: ຫົວໃຈເຕັ້ນແຮງ, ໃຈສັ່ນ, ເຫື່ອອອກຫຼາຍຜິດປົກກະຕິ, ຫາຍໃຈຫອບ, ວິນຫົວ ປວດຮາກ, ຕີນມືຊາ ບາງຄົນຮ້າຍແຮງຈົນເຖິງຂັ້ນຄວບຄຸມຕົນເອງບໍ່ໄດ້ໃນໄລຍະໃດໜຶ່ງ.

4. ພາວະຊຶມເສົ້າ

ເປັນອີກພາວະທີ່ພົບເຫັນຫຼາຍທີ່ສຸດ ຄົນທີ່ປະເຊິີນກັບພາວະນີ້ບໍ່ໄດ້ໝາຍຄວາມວ່າເຂົາເປັນຄົນອ່ອນແອ່ ຫຼື ໄຮ້ຄວາມສາມາດແຕ່ຍ້ອນຄວາມກົົດດັນ ຄວາມທຸກໃຈ ສະພາບແວດລ້ອມ ຄົນອ້ອມຂ້າງ ລ້ວນແຕ່ມີຜົນສົ່ງໃຫ້ມີພາວະຊຶມເສົ້າໄດ້ເຊັ່ນມີອາການ: ເສົ້າໝອງ, ຫົດຫູ່, ເບື່ອໜ່າຍຕໍ່ທຸກສິ່ງຢ່າງໃນຊີວິດ, ມັກຢູ່ຄົນດຽວຈົນຜິດປົກກະຕິ ຮ້າຍແຮງອາດເຖິງຂັ້ນຄິດຈະທຳຮ້າຍຕົນເອງ.

ຖ້າສັງເກດເບິ່ງແລ້ວມີອາການດັ່ງຂ້າງເທິງຄວນປັບໂຕໃຫ້ໄວຢ່າໃຫ້ຕົນເອງຢູ່ກັບສະພາວະແບບນີ້ດົນເກີນໄປ ຈັດເວລາການເຮັດວຽກໃຫ້ດີ ໃຫ້ຕົນເອງມີເວລາພັກຜ່ອນ, ອອກກຳລັງກາຍ, ກິນອາຫານທີ່ແຊບ, ເດີນທາງໄປຍັງສະຖານທີ່ທີ່ຢາກໄປເພື່ອປັບສະພາບອາລົມ, ມື້ໃດຮູ້ສຶກວ່າເມື່ອຍ ບໍ່ໄຫວໃຫ້ຍອມຮັບມັນ ຢ່າກົດທັບມັນໄວ້ ແລ້ວບອກວ່າ ຂ້ອຍໄຫວ ຂ້ອຍໄຫວ ກັບມາຟັງສຽງໃຈຕົນເອງຫຼາຍຂຶ້ນ ເຮົາບໍ່ສາມາດຫ້າມບໍ່ໃຫ້ສະພາວະເຫຼົ່ານີ້ເກີດຂຶ້ນ ແຕ່ເຮົາສາມາດເຂົ້າໃຈ ແລະ ຮັບມືກັບມັນໄດ້.

#ສຸຂະພາບຈິດ #ຄົນໄວເຮັດວຽກ #ໂຣກຊຶມເສົ້າ

#ອິນໄຊລາວ #InsideLaos ສາລະດີໆ ມີຢູ່ບ່ອນນີ້.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...